ລາວ ປັບເພີ່ມອັດຕາພາສີ VAT 10% ຄືນ

07:44 | 24/03/2024

ລາວ ຟື້ນຟູອັດຕາພາສີ VAT 10% ຄືນໃໝ່

ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງຄົບຮອບ 69 ປີ (10 ຕຸລາ 1954 - 10 ຕຸລາ 2023): ເປີດງານວາງສະແດງ ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງຄົບຮອບ 69 ປີ (10 ຕຸລາ 1954 - 10 ຕຸລາ 2023): ເປີດງານວາງສະແດງ "ເມືອງເກົ່າ ຖະໜົນເກົ່າ"
ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ

ຕາມນັກຂ່າວຈາກສໍານັກຂ່າວຫວຽດນາມ ທີ່ນະຄອນຫຼວງວຽງຈັນ (Vientiane), ວັນທີ 19 ມີນາ, ທ່ານປະທານປະເທດລາວ ໄດ້ລົງນາມໃນລັດຖະບັນຍັດວ່າດ້ວຍການຟື້ນຟູອັດຕາພາສີມູນຄ່າເພີ່ມ (VAT) ກັບຄືນລະດັບ 10% ເພື່ອແນ່ໃສ່ໜູນຊ່ວຍລາຍຮັບງົບປະມານ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ຫຼັງຈາກສອງປີກວ່າທີ່ປະເທດລາວ ນໍາໃຊ້ອັດຕາພາສີ 7%.

ລາວ ປັບເພີ່ມອັດຕາພາສີ VAT 10% ຄືນ
ພາບປະກອບ: TTXVN

ລະດັບອັດຕາ VAT 10% ແມ່ນນໍາໃຊ້ກັບສິນຄ້າທີ່ນໍາເຂົ້າ, ສິນຄ້າ ແລະການບໍລິການທີ່ສະຫນອງໃຫ້ພາຍໃນປະເທດ ທີ່ຕ້ອງຈ່າຍພາສາມູນຄ່າເພີ່ມ; ແຮ່ທາດນໍາເຂົ້າ ແລະດໍາເນີນທຸລະກິດແຮ່ທາດພາຍໃນປະເທດ; ກິດຈະກໍາການຊົມໃຊ້ໄຟຟ້າຂັ້ນພື້ນຖານ, ໄຟຟ້າໃຊ້ໃນການຜະລິດ, ບໍລິສັດສະໜອງໄຟຟ້າ.

ໃນບົດລາຍງານ, ກະຊວງການເງິນລາວ ກໍ່ໄດ້ຊີ້ໃຫ້ເຫັນເຖິງບາງປັດໄຈທີ່ມີຜົນປະໂຫຍດຕໍ່ການເພີ່ມອັດຕາພາສີ VAT. ນອກຈາກນີ້, ຈໍານວນວິສາຫະກິດທີ່ຈົດທະບຽນພາຍໃຕ້ກົດຫມາຍວ່າດ້ວຍພາສີ VAT ໃນປະຈຸບັນແມ່ນຕໍ່າກວ່າທີ່ຄາດໄວ້, ລັດຖະບານຈໍາເປັນຕ້ອງເພີ່ມລາຍຮັບເພື່ອຫຼຸດຜ່ອນການຂາດດຸນງົບປະມານ ແລະ ເຮັດໃຫ້ເງິນຕາທ້ອງຖິ່ນມີຄວາມຫມັ້ນຄົງ.

ນອກຈາກການເພີ່ມອັດຕາພາສີ VAT ແລ້ວ, ກະຊວງການເງິນລາວ ກໍ່ພວມພິຈາລະນາມາດຕະການອື່ນໆ ເພື່ອປັບປຸງລະບົບພາສີ. ມາດຕະການເຫຼົ່ານີ້ລວມມີການເລັ່ງສ້າງກົນໄກສົ່ງພາສີອາກອນຄືນໃໝ່ເພື່ອຊ່ວຍຫຼຸດຜ່ອນຄວາມເສຍຫາຍທາງດ້ານການເງິນຂອງລັດຖະບານໂດຍຜ່ານການຍົກເວັ້ນພາສີ, ພ້ອມດຽວກັນນັ້ນ ກໍ່ຍັງໃຫ້ການສະຫນັບສະຫນູນແກ່ວິສາຫະກິດທ້ອງຖິ່ນອີກດ້ວຍ.

ບູນມີ

ເຫດການ
302 Found

Found

The document has moved here.