ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືປະຕິບັດວຽກງານແນວໂຮມ

08:23 | 15/07/2019

ຍ​ສ​ໝ - ຫວ່າງແລ້ວນີ້, ຢູ່ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງການພົບປະເຈລະຈາ ກ່ຽວກັບວຽກງານປະຕິບັດແນວໂຮມ ລະຫວ່າງ ຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະຜູ້ແທນສະພາແຫ່ງຊາດແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ.

ທີ່ການເຈລະຈາ,ຄະນະຜູ້ແທນແນວໂຮມຂອງສອງປະເທດໄດ້ແລກປ່ຽນ, ຕີລາຕາຜົນງານຂອງການປະຕິບັດງານແນວໂຮມລະຫວ່າງສອງປະເທດໃນໄລຍະຜ່ານມາ, ສະຫຼຸບເບື້ອງຕົນການປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງແນວໂຮມ ຫວຽດນາມ - ລາວ - ກຳປູເຈຍ ແລະ ໝາກຜົນຂອງການປະຕິບັດຖະແຫຼງການຮ່ວມກ່ຽວກັບການກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມືພ້ອມກັນພັດທະນາ ລະຫວ່າງ ຫວຽດນາມ -ກຳປູເຈຍ ທີ່ໄດ້ຮັບການລົງນາມໃນວັນທີ 16 ສິງຫາ 2017.

ຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືປະຕິບັດວຽກງານແນວໂຮມ

ບັນຍາກາດທີ່ການເຈລະຈາ. (ພາບ: TTXVN)

ການນຳສອງຄະນະຜູ້ແທນໄດ້ພ້ອມກັນແລກປ່ຽນຄຳເຫັນກ່ຽວກັບແຜນການສົມທົບກັນໃນການເຄື່ອນໄຫວຈັດຕັ້ງບັນດາກອງປະຊຸມສາກົນເຊິ່ງສອງຝ່າຍຈະເປັນເຈົ້າພາບໃນໄລຍະຈະມາເຖິງ, ເຫັນດີເປັນເອກະພາບສ້າງບັນດາກຸ່ມປະຕິບັນງານເຊື່ອມຕໍ່ກັນເພື່ອແລກປ່ຽນ, ໜູນຊ່ວຍ ແລະ ຊ່ວຍເຫຼືອກັນໃນການປະຕິບັດເນື້ອໃນ ແລະ ວິທີການຈັດຕັ້ງບັນດາກອງປະຊຸມ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.