ລາວ ພະຍາຍາມຄວບຄຸມພະຍາດໄຂ້ເລືອດດຳ

10:44 | 29/03/2024

ຍສໝ - ກົມຄວບຄຸມພະຍາດຕິດແປດ, ກະຊວງສາທາລະນະສຸກ ລາວ ໄດ້ຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ສາທາລະນະສຸກ ແລະ ອຳນາດການປົກຄອງທ້ອງຖິ່ນໃນທົ່ວປະເທດ ລະມັດລະວັງຕໍ່ຄວາມສ່ຽງ​ຕໍ່ການຕິດເຊື້ອພະຍາດໄຂ້ເລືອດດຳ ພາຍຫຼັງທີ່ປະເທດກນີ້ ກວດພົບເຖິງຄົນຕິດເຊື້ອພະຍາດ 54 ຄົນ ໃນ 2 ເມືອງຂອງແຂວງ ຈໍາປາສັກ, ພາກໃຕ້ລາວ ໃນເດືອນມີນາ.

ຫວຽດນາມ - ລາວ - ຈີນ ກວດກາຫຼັກໝາຍຊາຍແດນຮ່ວມ ຫວຽດນາມ - ລາວ - ຈີນ ກວດກາຫຼັກໝາຍຊາຍແດນຮ່ວມ
ສ້າງຄວາມໄວ້ເນື້ອເຊື່ອໃຈ, ກໍາລັງໜູນເພື່ອໃຫ້ປະຊາຊົນຢູ່ເຂດຊາຍແດນຫຼຸດພົ້ນອອກຈາກຄວາມທຸກຍາກ ສ້າງຄວາມໄວ້ເນື້ອເຊື່ອໃຈ, ກໍາລັງໜູນເພື່ອໃຫ້ປະຊາຊົນຢູ່ເຂດຊາຍແດນຫຼຸດພົ້ນອອກຈາກຄວາມທຸກຍາກ

ຕາມກະຊວງສາທາລະນະສຸ ລາວ ແລ້ວ, ພະຍາດໄຂ້ເລືອດດຳມີຜົນສະທ້ອນຕໍ່ສັດເລືອດອຸ່ນ ແລະ ສັດລ້ຽງແຕ່ຫາຍາກ ໃນຄົນ. ກະຊວງ ກໍໄດ້ແຈ້ງຄຳກ່າວເຕືອນເຖິງປະຊາຊົນ ບໍ່ໃຫ້ຂ້າສັດທີ່ເຈັບປ່ວຍໂດຍບໍ່ຮູ້ສາເຫດການຂອງພະຍາດ ເພາະວ່າສິ່ງນີ້ສາມາດເຮັດໃຫ້ເຊື້ອພະຍາດລະບາດໄປຊຸມຊົນທ້ອງຖິ່ນ.

ລາວ ພະຍາຍາມຄວບຄຸມພະຍາດໄຂ້ເລືອດດຳ

ລາວ ພະຍາຍາມຄວບຄຸມພະຍາດໄຂ້ເລືອດດຳ

ກະຊວງ​ສາທາລະນະ​ສຸກ ​ລາວ ກໍແຈ້ງຄຳກ່າວເຕືອນ​ໃຫ້​ເຈົ້າ​ຂອງ​ສັດລ້ຽງ​ຕິດຕາມອາການ​ຂອງ​ພະຍາດ​ໄຂ້ເລືອດດຳຢ່າງໃກ້ຊິດ ແລະ ແຍກອອກຫ່າງສັດລ້ຽງ​ໂດຍ​ທັນທີ ຖ້າພົບເຫັນສັດລ້ຽງ​ມີອາການຫາວ, ບໍ່ກິນ ຫຼືຍ່າງ​ບໍ່​ໄດ້. ບັນດາຜູ້ລ້ຽງສັດກໍຕິດຕາມບັນດາສັນຍານພະຍາດຢ່າງໃກ້ຊິດ ແລະ ຖ້າສົງໄສສັດລ້ຽງມີພະຍາດ, ຕ້ອງແຈ້ງໃຫ້ທ່ານໝໍສັດຢູ່ທ້ອງຖິ່ນ

ພາຍຫຼັງ​ພົບ 3 ຄົນຢູ່ເມືອງສຸຂຸມາ ແຂວງຈໍາປາສັກ ຕິດເຊື້ອພະຍາດໄຂ້ເລືອດດຳໃນຕົ້ນເດືອນມີນາ, ກະຊວງກະສິກໍາ ແລະ ປ່າໄມ້ຂອງ ລາວ ໄດ້ຊີ້ນໍາໃຫ້ອພນາດການປົກຄອງຕິດຕາມກວດກາການຂ້າສັດ ແລະ ບໍລິໂພກຊີ້ນໃນບໍລິເວນເມືອງ. ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຍັງ​ໄດ້​ມອບໜ້າທີ່ສີດຂ້າພະຍາດທຸກ​ເຂດ​ທີ່ພົບວ່າມີ​ພະຍາດນີ້, ພ້ອມກັນນັ້ນ ​ກໍ່​ອອກຄຳສັ່ງຫ້າມການ​ຄ້າຂາຍ ​ແລະ ​ເຄື່ອນ​ຍ້າຍ​ສັດ​ເຂົ້າ-ອອກ​ເທດສະບານຫຼັກຂອງເມືອງ. ບັນດາເຂດທີ່​ມີ​ຄວາມ​ສ່ຽງ​ສູງ​ ກໍໄດ້ຂີດແບ່ງເຂດ​ເພື່ອ​ປ້ອງ​ກັນ​ການ​ແຜ່​ລະບາດ​ຂອງ​ພະຍາດໄຂ້ເລືອດດຳ, ​ໃນ​ຂະນະ​ທີ່​ໂຮງ​ຂ້າ​ສັດ​ບາງ​ແຫ່ງ​ຖືກ​ຫ້າມ​ຂ້າ​ຄວາຍ​ ແລະ​ ງົວ.

​ເພື່ອ​ຄວບ​ຄຸມ​ພະຍາດ​ອັນ​ຕະລາຍ​ດັ່ງກ່າວ​ໂດຍ​ໄວ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ອົງການາທາລະນະ​ສຸກ​ ລາວ ກໍຮຽກຮ້ອງ​ໃຫ້​ປະຊາຊົນ​ຮ່ວມ​ມື​ກັບ​ບັນດາ​ອົງການ​ທີ່ກ່ຽວຂ້ອງ ​ເພື່ອສຳຫຼວດ​ແຫຼ່ງ​ເຊື້ອ​ພະຍາດ, ​ເກັບ​ກຳ​ຂໍ້​ມູນ​ທີ່​ຈຳ​ເປັນ, ແຍກອອກຫ່າງບັນດາເຂດຖືກຜົນສະທ້ອນ ແລະ ທຳລາຍ​ສັດ​ທີ່​ຕິດ​ເຊື້ອ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.