ຮອບຄັດເລືອກ U23 ອາຊີ 2020: ຫວຽດນາມ ເອົາຊະນະ ອິນໂດເນເຊຍ 1-0

00:54 | 15/05/2019

ຍສໝ - ນັດທີ 3 ລະຫວ່າງທິມ U23 ຫວຽດນາມ ແລະ ທິມ U23 ໄທ ຈະໄດ້ຈັດຂຶ້ນໃນເມື່ອວັນທີ 26 ມີນາ ນີ້.

ຮອບຄັດເລືອກ U23 ອາຊີ 2020: ຫວຽດນາມ ເອົາຊະນະ ອິນໂດເນເຊຍ 1-0

ຮອບຄັດເລືອກ U23 ອາຊີ 2020: ຫວຽດນາມ ເອົາຊະນະ ອິນໂດເນເຊຍ 1 ປະຕູຕໍ່ 0

ໃນຕອນຄໍ່າຂອງວັນທີ 24 ມີນາ ຢູ່ສະໜາມກິລາແຫ່ງຊາດ ໝີດິ່ງ ນະຄອນຫຼວງຮ່າໂນ້ຍ ໄດ້ດໍາເນີນການແຂ່ງຂັນເຕະບານ 2 ນັດຢູ່ຮອບຄັດເລືອກໃນກຸ່ມ K - ການແຂ່ງຂັນບານເຕະ U23 ອາຊີ 2020 ລະຫວ່າງ ທິມບານເຕະ U23 ໄທ ພົບກັບ ທິມ U23 ບຣູໄນ ແລະ ທິມ U23 ຫວຽດນາມ ພົບກັບທິມ U23 ອິນໂດເນເຊຍ.

ຜົນການແຂ່ງຂັນຄືດົ່ງຕໍ່ໄປນີ້: ທິມ U23 ໄທ ເອົາຊະນະ U23 ບຣູໄນ 8 ປະຕູ ຕໍ່ 0; ທິມ U23 ຫວຽດນາມ ເອົາຊະນະ ອິນໂດເນເຊຍ 1 ປະຕູຕໍ່ 0.

ຮອບຄັດເລືອກ U23 ອາຊີ 2020: ຫວຽດນາມ ເອົາຊະນະ ອິນໂດເນເຊຍ 1-0

ອັນດັບຈັດໃນຕາຕະລາງແຂ່ງຂັນຄືດັ່ງຕໍ່ໄປນີ້: ທິມ U23 ໄທ ນໍາໜ້າກຸ່ມ K, ຖັດຈາກຕໍ່ມາແມ່ນທິມ U23 ຫວຽດນາມ, ຕໍ່ຈາກນັ້ນແມ່່ນທິມ U23 ອິນໂດເນເຊຍ ແລະ U23 ບຣູໄນ.

ການແຂ່ງຂັນນັດທີ 3 ແລະ ກໍແມ່ນນັດສຸດທ້າຍ ເຊິ່ງຈະໄດ້ຈັດຂຶ້ນໃນເມື່ອວັນທີ 26 ມີນາ ໃນການແຂ່່ງຂັນລະຫວ່າງ U23 ຫວຽດນາມ ແລະ U23 ໄທ. ນັດແຂ່ງຂັນດັ່ງກ່າວຈະເປັນນັດຕັດສິນວ່າ ທິມໃດຈະໄດ້ລອດເຂົ້າໃນຮອບຊີງຊະນະເລີດຢ່າງເປັນທາງການ.

(ໄຊພອນ)

ເຫດການ
302 Found

Found

The document has moved here.