ສ.ເກົາຫຼີ ຍູ້ແຮງນະໂຍບາຍດຶງດູດນັກສຶກສາສາກົນ

15:17 | 20/02/2024

ຍສໝ - ກະຊວງສຶກສາ ສ.ເກົາຫຼີ ວາງເປົ້າໝາຍມາຮອດປີ 2027 ຈະສາມາດດຶງດູດນັກສຶກສາສາກົນໄດ້ 300.000 ຄົນເພື່ອແນໃສ່ຮັບມືກັບສະພາບການຫຼຸດລົງຢ່າງວ່ອງໄວຂອງປະຊາກອນໃນກຸ່ມເກນອາຍຸນີ້, ກໍຄືການເພິ່ມທະວີຄວາມສາມາດໃນການແກ່ງແຍ້ງຂອງບັນດາມະຫາວິທະຍາໄລທ້ອງຖິ່ນ.

ງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສ .ເກົາຫຼີ ສະເຫຼີມສະຫຼອງລະດູບານໃໝ່ ປີມະໂລງ 2024 ງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສ .ເກົາຫຼີ ສະເຫຼີມສະຫຼອງລະດູບານໃໝ່ ປີມະໂລງ 2024
ການພົບພະແລກປ່ຽນວັດທະນະທຳລະຫວ່າງມະຫາວິທະຍາໄລ FPT ເກີ່ນເທີ ແລະ ມະຫາວິທະຍາໄລ Myongji ສ.ເກົາຫຼີ ການພົບພະແລກປ່ຽນວັດທະນະທຳລະຫວ່າງມະຫາວິທະຍາໄລ FPT ເກີ່ນເທີ ແລະ ມະຫາວິທະຍາໄລ Myongji ສ.ເກົາຫຼີ

ຕໍ່ໜ້າສະພາບການຂາດເຂີນແຮງງານ ແລະ ການອອກແຮງງານດ້ວຍມັນສະໝອງ, ລັດຖະບານ ສ.ເກົາຫຼີ ໄດ້ມຸ່ງໄປເຖິງການດຶງດູດນັກສຶກສາຕ່າງປະເທດທີ່ລົງເລິກດ້ານວິທະຍາສາດ, ເຕັກໂນໂລຢີ ແລະ ເຕັກນິກຕື່ມອີກ ເພື່ອປັບປຸງບັນດາຂະແໜງການເຕັກໂນໂລຢີສູງໃນດິນແດນແຫ່ງ ກິມຈິ.

ໃນການຕອບສຳພາດສື່ມວນຊົນເນື່ອງໃນໂອກາດ​ປີ​ໃໝ່ 2024, ທ່ານ​ຮອງ​ນາຍົກລັດຖະມົນຕີທັງເປັນລັດຖະມົນຕີ​ກະຊວງສຶກສາ ​ສ.​ເກົາຫຼີ Lee Ju-ho ​ເນັ້ນ​ໜັກ​ວ່າ ບັນດານະ​ໂຍບາຍ​ໃໝ່​ຂອງ​ລັດຖະບານ​ກ່ຽວກັບ​ນັກ​ສຶກສາສາກົນ ບໍ່ພ່ຽງແຕ່ຈຳກັດ​ໃນການຮ່ຳຮຽນເທົ່ານັ້ນ, ຫາກຍັງຈະລວມທັງການ​ເຊື່ອມ​ຕໍ່​ວຽກ​ເຮັດ​ງານ​ທຳ ​ແລະ ການດຳລົງຊີສິດ​ໃນ​ເກົາ​ຫຼີ ນຳອີກ​.

ສ.ເກົາຫຼີ ຍູ້ແຮງນະໂຍບາຍດຶງດູດນັກສຶກສາສາກົນ


ທ່ານ​ຮອງ​ນາຍົກລັດຖະມົນຕີທັງເປັນລັດຖະມົນຕີ​ກະຊວງສຶກສາ ​ສ.​ເກົາຫຼີ Lee Ju-ho

ກ່ອນ​ໜ້າ​ນີ້, ການ​ດຶງ​ດູດ​ນັກ​ສຶກສາສາກົນແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ແຕ່ລະ​ໂຮງຮຽນ, ແຕ່ຕາມ​ທ່ານ​ລັດຖະມົນຕີ Lee Ju-ho ແລ້ວ, ນະ​ໂຍບາຍ​ໃໝ່​ຂອງ​ລັດຖະບານ ສ.​ເກົາຫຼີ ​ແມ່ນ​ມຸ່ງ​ໄປ​ເຖິງ​ການຍູ້ໄວການ​ປ່ຽນ​ຮູບ​ແບບ, ຜ່ານ​ນັ້ນ, ບັນດາ​ມະຫາວິທະຍາ​ໄລ, ອຳນາດການປົກຄອງທ້ອງ​ຖິ່ນ ​ແລະ ບັນດາ​ວິ​ສາ​ຫະກິດ​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຊ່ວຍ​ບັນດາ​ໂຮງຮຽນ​ຮັບ​ນັກ​ສຶກສາ​ຕ່າງປະ​ເທດ​ຕື່ມ​ອີກ, ເໝາະສົມກັບ​ໂຄງ​ປະກອບ​ການບຳລຸງສ້າງ ແລະ ຍຸດທະສາດການພັດທະນາຂອງແຕ່ລະໂຮງຮຽນ.

ການ​ປະສານ​ສົມທົບ​ດ້ານ​ນະ​ໂຍບາຍສ​ັງລວມ ໄດ້ຕັ້ງຄວາມຄາດຫວັງ​ວ່າ​ຈະປະກອບສ່ວນ​ຫລຸດຜ່ອນ​ຄວາມຜິດດ່ຽງກັນລະຫວ່າງບັນດາຂົງເຂດທີ່ພວມມີທ່າ​ອ່ຽງ​ນັບມື້ນັບທີ່ເພີ່ມຂຶ້ນ ແລະ ​ແມ່ນ​ໜຶ່ງ​ໃນ​ບັນດາມາດຕະການເພື່ອ​ຍົກ​ສູງຄວາມສາມາດແກ່ງແຍ້ງແຫ່ງຊາດ​ຂອງ ສ.​ເກົາຫຼີ ​ໃນ​ທົ່ວ​ໂລກ.

ກະຊວງສຶກສາ ສ.ເກົາຫຼີ ໄດ້ປະກາດ “ໂຄງການນັກສຶກສາສາກົນ 300.000 ຄົນໄປຮຽນຢູ່ ສ.ເກົາຫຼີ” ນັບແຕ່ເດືອນ ສິງຫາ ປີ 2023 ເປັນຕົ້ນມາ, ຕາມນັ້ນແລ້ວ, ລັດຖະບານຂອງປະເທດນີ້ ຕັ້ງເປົ້າໝາຍດຶງດູດນັກສຶກສາຕ່າງປະເທດ 300.000 ຄົນ ເຂົ້າມາຮຽນຢູ່ມະຫາວິທະຍາໄລໃນປີ 2027 ແລະ ຊ່ວຍໃຫ້ ສ.ເກົາຫຼີ ຢູ່ໃນ top 10 ຈຸດປາຍທາງໄປຮຽນຢູ່ຕ່າງປະເທດແຖວໜ້າ.

ດ້ວຍ​ນັກ​ສຶກ​ສາ​ສາ​ກົນ​ປະ​ມານ 160.000 ​ຄົນ​ທີ່​ຮຽນ​ຢູ່​ດິນ​ແດນ ກິມ​ຈິ, ໂຄງ​ການ​ໄດ້ວາງ​ເປົ້າ​ໝາຍ​ເພີ່ມ​ຈຳ​ນວນ​ນັກ​ສຶກ​ສາ​ເກືອບ 2 ເທົ່າ​ໃນ 4 ປີ​ຂ້າງໜ້າ, ລະອຽດແມ່ນ​ດຶງ​ດູດ​ນັກ​ສຶກ​ສາ​ປະ​ມານ 220.000 ​ຄົນ​ມາລົງທະບຽນຮຽນ​ຂັ້ນມະຫາວິທະຍາໄລ ຫຼື​ ຫຼັງມະຫາ ແລະ ອີກ​ນັກ​ສຶກ​ສາ 80.000 ຄົນ​ເຂົ້າ​ມາ ສ.ເກົາຫຼີ ຕາມໂຄງການແລກປ່ຽນນັກສຶກສາ.

ໂຄງການທຶນການສຶກສາທົ່ວໂລກຂອງ ສ.ເກົາຫຼີ ຈະໃຫ້ການສະໜັບສະໜູນດ້ານການເງິນທັງໝົດໃຫ້ແກ່ນັກສຶກສາສາກົນ 2.700 ຄົນ ທີ່ຮຽນຂະແໜງວິທະຍາສາດ ແລະ ເຕັກນິກໃນບັນດາຫຼັກສູດປະລິນຍາໂທ ແລະ ປະລິນຍາເອກ ໃນປີ 2027, ພ້ອມກັນນັ້ນ, ກໍ່ໜູນຊ່ວຍນັກສຶກສາ 6.000 ຄົນ ທີ່ຮຽນວິຊາອື່ນໆ. ພ້ອມ​ກັນ​ນັ້ນ, ກະຊວງ​ສຶກສາ​ ສ.​ເກົາຫຼີ​ ຈະ​ສ້າງ​ຕັ້ງ​ພາກສ່ວນຮັບຜິດຊອບໂດຍສະເພາະ​ເພື່ອ​ດຶງ​ດູດ​ນັກ​ສຶກສາສາກົນຢູ່​ສູນການ​ສຶກສາ ​​ສ.​ເກົາຫຼີ ​ໃນ​ທົ່ວ​ໂລກ ນັບ​ແຕ່​ປີ 2024, ​ເພື່ອ​ໃຫ້ສະໜອງການໜູນຊ່ວຍໃຫ້ຜູ້​ທີ່​ຢາກ​ໄປ​ຮຽນ​ຢູ່​ ສ.​ເກົາຫຼີ ​ຢ່າງ​ເປັນ​ລະບົບ​ຕື່ມ​ອີກ.

ຕາມ​ທ່ານ​ລັດຖະມົນຕີ Lee Ju-ho ​ແລ້ວ, ລັດຖະບານ ສ.​ເກົາຫຼີ ປາດ​ຖະໜາ​ຢາກ​ຮັບ​ນັກ​ສຶກສາ​ຫຼາຍ​ຄົນ​ໃນ​ລະດັບ​ປະລິນຍາ​ໂທ ​​​ແລະ ປະລິນຍາ​ເອກ​ໃນ​ຂົງ​ເຂດ​ວິທະຍາສາດ​ທຳ​ມະ​ຊາດ ຫຼື ເຕັກນິກ ​ຈາກ​ບັນດາ​ປະ​ເທດ​ຄື ໂປ​ໂລຍ, ສະຫະນະຄອນ ອາຮັບ ເອເມເຣັດ (UAE) ​ແລະ ອິນ​ເດຍ, ບັນດາຄູ່​ຮ່ວມ​ມືທີ່ມີຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຄວາມ​ຕ້ອງການຮ່ວມມື​ສູງໃນບັນດາ​ຂົງ​ເຂດ​ປ້ອງ​ກັນຊາດ ​ແລະ ທຸລະ​ກິດ​ພະລັງງານ​ນິວ​ເຄຼຍ. ສ.ເກົາຫຼີ ຍັງ​ຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ໂຄງການແລກປ່ຽນ​ນັກ​ສຶກສາ​ກັບ ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ.

ຕາມ​ແຜນການ​ໃໝ່​ຂອງ​ລັດຖະບານ ສ.​ເກົາຫຼີ, ກະຊວງ​ສຶກສາ ​ຈະ​ສົມທົບ​ກັບ​ກະຊວງ​ຍຸຕິ​ທຳ​ເພື່ອສ້າງ​ລະບົບອອກວີ​ຊາ​ໄວ ​ເພື່ອແນໃສ່​ດຶງ​ດູດ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ກວ່າ​ໃຫ້​ນັກ​ສຶກສາຕ່າງປະ​ເທດຂະແໜງ​ວິທະຍາສາດ ແລະ ເຕັກໂນໂລຢີທີ່ມີຄວາມສາມາດ. ຫຼັງຈາກລະບົບໃຫມ່ມີຜົນສັກສິດ, ນັກສຶກສາທີ່ມີໃບປະກາດປະລິນຍາໂທ ຫຼື ປະລິນຍາເອກ ກ່ຽວກັບຂະແໜງວິທະຍາສາດ ຫຼື ເຕັກໂນໂລຢີ ຈະສາມາດໄດ້ຮັບສິດຢູ່ອາໄສສາມປີ ແທນທີ່ຈະເປັນຫົກປີຄືແຕ່ກ່ອນ, ຫຼືໄດ້ຮັບສັນຊາດ ເກົາຫຼີ.

ຕາມ​ທ່ານ​ລັດຖະມົນຕີ Lee Ju-ho ແລ້ວ, ການ​ປະຕິ​ຮູບ​ບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ສຶກສາ​ແມ່ນ​ວຽກ​ງານ​ຮີບ​ດ່ວນ​ເພື່ອ​ແກ້​ໄຂ 3 ສິ່ງ​ທ້າ​ທາຍ​ໃຫຍ່​ທີ່ ສ.​ເກົາຫຼີ ພວມ​ປະ​ເຊີນ​ໜ້າ​ໃນ​ຂະນະ​ດຽວ​ກັນ, ລວມມີ​ຈຳນວນ​ພົນລະ​ເມືອງ ​ແລະ ກຳລັງ​ແຮງ​ງານ​ຫລຸດ​ລົງ, ຄວາມຜິດດ່ຽງດ້ານ​ການ​ພັດທະນາ​ລະຫວ່າງພາກພື້ນ ແລະ ຄວາມ​ໄວ​ແຫ່ງ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.