ງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສ .ເກົາຫຼີ ສະເຫຼີມສະຫຼອງລະດູບານໃໝ່ ປີມະໂລງ 2024

20:08 | 08/02/2024

ຍສໝ - ສູນ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ປະ​ຈຳ ສ.ເກົາ​ຫຼີ ແລະ ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ - ສ​. ເກົາ​ຫຼີ ໄດ້​ສົມທົບ​ກັບ​ກົມ​ຮ່ວມ​ມື​ສາ​ກົນ​ຂອງ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຈັດຕັ້ງ “ງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສ .ເກົາຫຼີ ສະເຫຼີມສະຫຼອງລະດູບານໃໝ່ ປີມະໂລງ 2024".

ຄວາມຈັບອົກຈັບໃຈຈາກງານບຸນຊ້າງ 2024 ຢູ່ລາວ ຄວາມຈັບອົກຈັບໃຈຈາກງານບຸນຊ້າງ 2024 ຢູ່ລາວ
ຫວຽດນາມ - ຈຸດທີ່ດຶງດູດຂອງພາກພື້ນ ອາຊີ ໃນລະດູການທ່ອງທ່ຽວ 2024 ຫວຽດນາມ - ຈຸດທີ່ດຶງດູດຂອງພາກພື້ນ ອາຊີ ໃນລະດູການທ່ອງທ່ຽວ 2024

ກ່າວ​ຄຳ​ປາໄສ​ທີ່​ພິ​ທີ​ເປີດ, ແມ່ຂາວ ທິກໜືເຢິຍແຕ່ງ, ຜູ້​ອຳ​ນວຍ​ການ​ສູນ​ວັດ​ທະ​ນະ​ທຳ​ ຫວຽດ​ນາມ ປະ​ຈຳ ສ.ເກົາ​ຫຼີ ໃຫ້​ຮູ້​ວ່າ ໃນ​ຊຸມ​ປີ​ທີ່ຜ່ານມານີ້ ບັນດາພຸດທະສາສະນິກະຊົນກໍ່​ຄື​ສະ​ມາ​ຊິກ​ຂອງສູນ ໄດ້ມີຄວາມຕັດສິນໃຈ ແລະ ເຫື່ອແຮງສ່ວນຫຼາຍເພື່ອເຊື່ອມ​ຕໍ່​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.​ເກົາຫຼີ ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ; ພ້ອມ​ກັນ​ນັ້ນ ກໍ່ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ຕິດພັນກັນ​ທີ່​ເປັນ​ມູນ​ເຊື້ອ, ປະກອບສ່ວນ​ຂະຫຍາຍ​ຂົວ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ ​ແລະ ​ເຜີຍ​ແຜ່​ພາສາ​ ຫວຽດນາມ.

ລາຍການ “ງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສ .ເກົາຫຼີ" ສະເຫຼີມສະຫຼອງລະດູບານໃໝ່ ປີມະໂລງ 2024 ແມ່ນເພື່ອ​ແນ​ໃສ່ຕິດພັນ​ປະຊາຊົນ 2 ປະ​ເທດ, ປະກອບສ່ວນ​ເປີດ​ຂອບ​ເຂດ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທີ່​ພິທີ, ທ່ານ​ອະດີດລັດຖະມົນການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຫງວຽນ​ຝູບິ່ງ, ປະທານ​ສະມາຄົມ​ການ​ພົວພັນ​ກັບ​ຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ສູນ​ວັດທະນະທຳ ຫວຽດນາມ ຢູ່ ສ.​ເກົາຫຼີ ເວົ້າສະເພາະ ກໍຄື​ຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ເວົ້າ​ລວມ, ຕິດ​ພັນ​ກັບ​ບ້ານ​ເກີດ​ເມືອງ​ນອນ ​ແລະ ​ແມ່ນ​ປັດ​ໄຈ​ສຳຄັນ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ.

ງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສ .ເກົາຫຼີ ສະເຫຼີມສະຫຼອງລະດູບານໃໝ່ ປີມະໂລງ 2024
ງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສ .ເກົາຫຼີ ສະເຫຼີມສະຫຼອງລະດູບານໃໝ່ ປີມະໂລງ 2024

ຕາມ​ທ່ານ ຫງວຽນ​ຝູບິ່ງ​ ແລ້ວ, ປະຈຸ​ບັນ ຫວຽດນາມ ​ແລະ ສ.​ເກົາຫຼີ ​ໄດ້​ກາຍ​ເປັນ​ເພື່ອນ​ມິດ​ທີ່​ສະໜິດ​ແໜ້ນ, ເປັນຄູ່​ຮ່ວມ​ມືແຖວໜ້າ​ຂອງ​ກັນ. ການ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄື​ປະຈຸ​ບັນ ​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ເຊື່ອມ​ຕໍ່​ປະຊາຊົນທີ່​ຢູ່​ໄກ​ກັບ​ປະ​ເທດ, ທັງ​ແມ່ນ​ວິທີ​ທີ່​ມີ​ປະສິດທິ​ຜົນ​ໃນ​ການ​ເພີ່ມ​ທະວີ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ໂລກ.

​ໃນ​ລາຍການ “​​ແລກປ່ຽນ​ວັດທະນະທຳ ຫວຽດນາມ - ສ.​ເກົາຫຼີ” ຈະ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ຄື: ງານ​ວາງສະ​ແດງສິລະປະ, ງານ​ວາງສະ​ແດງ​ແຟຊັນ (ຊຸດເສື້ອຍາວ ຫວຽດນາມ ​ແລະ ​ເຄື່ອງ​ອາພອນ​ພື້ນ​ເມືອງ ​ສ.​ເກົາຫຼີ), ເຊີດຊູ, ມອບ​ໃບ​ຍ້ອງຍໍ​ໃຫ້​ບັນດາ​ອົງການ ​ແລະ ບຸກຄົນ​ທີ່​ໄດ້​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນການ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທໍາ​ຂອງ​ສອງ​ປະ​ເທດ​.

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ ປີມະໂລງ 2024 ​ເພື່ອ​ແນ​ໃສ່​ສະ​ແດງ​ໃຫ້​ເຫັນ​ຄຸນຄ່າ​ວັດທະນະທຳ ຫວຽດນາມ - ພຸດທະ​ສາສະໜາ ຫວຽດນາມ; ຜ່ານ​ນັ້ນ ກໍ່ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ວັດທະນະທຳ, ​ເສດຖະກິດ ​ແລະ ການ​ເມືອງ​ຂອງ 2 ປະ​ເທດທີ່ນັບມື້ນັບພັດທະນາ, ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ​ເພີ່ມ​ທະວີ​ບັນດາ​ຄຸນຄ່າ​ອັນ​ດີງາມ​ຂອງ​ຮູບ​ພາບ​ປະ​ເທດ​ຊາດ, ປະຊາຊົນ ຫວຽດນາມ ກັບ ສ.​ເກົາຫຼີ ກໍ່​ຄື​ເພື່ອນ​ມິດສາ​ກົນ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.