ສະຫະພັນມິດຕະພາບໄດ້ເດີນທາງກັບຄືນດິນແດນແຫຼ່ງກໍາເນີດ

00:54 | 15/05/2019

ຍສໝ-ໃນວັນທີ 3 ມີນາ 2019, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (ສະຫະພັນມິດຕະພາບ) ໄດ້ຈັດຕັ້ງລາຍການ "ແລກປ່ຽນມິດຕະພາບສາກົນ - ລະດູບານໃໝ່ 2019" ທີ່ອານຸສອນສະຖານປະຫວັດສາດແຫ່ງຊາດພິເສດເດັ່ນຮຸ່ງຟູຖໍ້. ນີ້ແມ່ນກິດຈະກໍາການຕ່າງປະເທດປະຊາຊົນປະຈໍາປີຂອງສະຫະພັນມິດຕະພາບ, ເຊິ່ງນັບມື້ນັບມີການເຂົ້າຮ່ວມຢ່າງຕັ້ງໜ້າໂດຍເພື່ອນມິດສາກົນ.

ສະຫະພັນມິດຕະພາບໄດ້ເດີນທາງກັບຄືນດິນແດນແຫຼ່ງກໍາເນີດ

ສະຫະພັນມິດຕະພາບໄດ້ເດີນທາງກັບຄືນດິນແດນແຫຼ່ງກໍາເນີດ

ສະຫະພັນມິດຕະພາບໄດ້ເດີນທາງກັບຄືນດິນແດນແຫຼ່ງກໍາເນີດ

ທ່ານ ນາງ ຫງວຽນ ເຟືອງ ງານ ປະທານ ສະຫະພັນມິດຕະພາບ ກ່າວຄໍາປາໃສທີ່ລາຍການ "ແລກປ່ຽນມິດຕະພາບສາກົນ - ລະດູບານໃໝ່ 2019"

ສະຫະພັນມິດຕະພາບໄດ້ເດີນທາງກັບຄືນດິນແດນແຫຼ່ງກໍາເນີດ

ສະຫະພັນມິດຕະພາບໄດ້ເດີນທາງກັບຄືນດິນແດນແຫຼ່ງກໍາເນີດ
ສະຫະພັນມິດຕະພາບໄດ້ເດີນທາງກັບຄືນດິນແດນແຫຼ່ງກໍາເນີດ

ລາຍການ "ແລກປ່ຽນມິດຕະພາບສາກົນ - ລະດູບານໃໝ່ 2019" ຂອງປີນີ້ຍັງມີການຮ່ວມມືໃນການຈັດຕັ້ງໂດຍຄະນະກໍາມະການປະຊາຊົນແຂວງຟູຖໍ້, ສະຫະພັນບັນດາອົງການມິດຕະພາບແຂວງຟູຖໍ້. ກິດຈະກໍານີ້ມີຈຸດປະສົງເພື່ອເປີດກວ້າງວຽກງານການຕ່າງປະເທດປະຊາຊົນໄປຍັງບັນດາແຂວງ, ນະຄອນ. ໂຄສະນາເຜີຍແຜ່ຢ່າງກວ້າງຂວາງບັນດາອານຸສອນສະຖານປະຫວັດສາດ, ທັດສະນີຍະພາບຂອງຟູຖໍ້ກັບເພື່ອນມິດສາກົນ; ແມ່ນໂອກາດເພື່ອຈະໄດ້ພົບປະ, ການແລກປ່ຽນ, ເພີ່ມທະວີຄວາມມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນຫວຽດນາມ ແລະ ເພື່ອນມິດສາກົນ.

ການເຂົ້າຮ່ວມລາຍການດັ່ງກ່າວມີບັນດາຜູ້ແທນຫວຽດນາມ ແລະ ສາກົນ ເກືອບ 300 ຄົນ, ໃນນັ້ນມີບັນດາທ່ານເອກອັກຄະລັດຖະທູດ, ພັນລະຍາ, ຜູ້ຕາງໜ້າໃຫ້ບັນດາອົງການການຕ່າງປະເທດ, ບັນດາອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ; ຜູ້ຕາງຫນ້າຂອງບັນດາກະຊວງ, ຂະແໜງການ ແລະ ບັນດາອົງການສະມາຊິກສູນກາງ; ການນໍາສະຫະພັນມິດຕະພາບ, ການນໍາແຂວງຟູຖໍ້.

(ໄຊພອນ)

ເຫດການ
302 Found

Found

The document has moved here.