ຂອງຂວັນທີ່ມີຄວາມແທດກັບຕົວຈິງຫຼາຍຢ່າງ ໃຫ້ແກ່ຄູ ແລະ ນັກຮຽນຂອງໂຮງຮຽນກິນນອນຊົນເຜົ່າແຂວງຫຼວງນ້ຳທາ (ລາວ)

11:45 | 07/03/2024

ຍສໝ - ຄອມ​ພິວ​ເຕີ​ຕັ້ງ​ໂຕະ, ປື້ມ​ບັນ​ທຶກ​ໂຮງ​ຮຽນ, ເຂົ້າ​ສານ ແມ່ນບັນດາ​ຂອງ​ຂວັນ​ທີ່​ສະ​ຖານ​ກົງ​ສຸນ​ໃຫຍ່​ຫວຽດ​ນາມ ປະ​ຈຳ​ນະ​ຄອນຫຼວງ​ພະ​ບາງ ແລະ ຜູ້​ຕາງ​ໜ້າ​ສະ​ມາ​ຄົມ/ກຳ​ມະ​ການຊາວ​ຫວຽດ​ນາມ ຢູ່​ແຂວງ​ພາກ​ເໜືອ​ຂອງ​ລາວ ໃຫ້ແກ່​ໂຮງຮຽນກິນນອນ​ຊົນ​ເຜົ່າ​ແຂວງ​ຫຼວງ​ນ້ຳທາ.

ຄະນະຜູ້ແທນສະພາປະຊາຊົນແຂວງຫຼວງນ້ຳທາ ໄດ້ເຂົ້າພົບປະກັບ ການນຳສະພາປະຊາຊົນແຂວງເຊີນລາ (ສສ ຫວຽດນາມ) ຄະນະຜູ້ແທນສະພາປະຊາຊົນແຂວງຫຼວງນ້ຳທາ ໄດ້ເຂົ້າພົບປະກັບ ການນຳສະພາປະຊາຊົນແຂວງເຊີນລາ (ສສ ຫວຽດນາມ)
ຄະນະຜູ້ແທນຂັ້ນສູງແຂວງຫຼວງນ້ຳທາ ເຂົ້າພົບປະໂອ້ລົມ ຄະນະກໍາມະການປະຈໍາພັກແຂວງເຊີນລາ ຄະນະຜູ້ແທນຂັ້ນສູງແຂວງຫຼວງນ້ຳທາ ເຂົ້າພົບປະໂອ້ລົມ ຄະນະກໍາມະການປະຈໍາພັກແຂວງເຊີນລາ

ໃນວັນ​ທີ 6 ມີນາ​ນີ້, ສະຖານ​ກົງສຸນ​ໃຫຍ່​ຫວຽດນາມ​ປະຈຳ​ແຂວງ​ຫຼວງ​ພະ​ບາງ (ລາວ) ​ໄດ້​ສົມທົບ​ກັບ​ສະຫະພັນ​ກຳມະບານ​ແຂວງ​ຫຼວງ​ພະ​ບາງ (ລາວ) ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 114 ປີ​ແຫ່ງ​ວັນ​ແມ່ຍິງ​ສາກົນ 8 ມີນາ​. ​ໃນ​ຂອບ​ເຂດ​ການວຽກງານ, ສະຖານ​ກົງສຸນ​ໃຫຍ່​ຫວຽດນາມ ປະຈຳ​ແຂວງ​ຫຼວງ​ພະ​ບາງ (ລາວ) ​ແລະ ຜູ້ຕາງໜ້າ​ສະມາຄົມ/ຄະນະ​ບໍລິຫານ​ງານ​ສູນ​ກາງ​ຫວຽດນາມ ຢູ່​ບັນດາ​ແຂວງ​ພາກ​ເໜືອ​ຂອງ​ລາວ ​ແລະ ສະມາຄົມ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ພາກ​ເໜືອ​ລາວ ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​​ໂຮງຮຽນກິນນອນ​ຊົນ​ເຜົ່າ​ແຂວງ​ຫຼວງ​ນ້ຳທາ.

ກ່າວ​ຄຳ​ເຫັນ​ທີ່​ການ​ຢ້ຽມຢາມ, ທ່ານ​ນາງ​ກົງສຸນໃຫຍ່ ກ່ຽວຖິຮັ່ງຟູກ ​ໄດ້​ຊົມ​ເຊີຍ​ບັນດາ​ຜົນງານ​ທີ່​ບັນດາ​ຄູ​ອາຈານ, ນັກຮຽນ ​ແລະ ລຸ້ນຫຼັງ​ຂອງ​​ໂຮງຮຽນກິນນອນ​ຊົນ​ເຜົ່າ​ແຂວງຫຼວງ​ນ້ຳ​ທາ ບັນລຸ​ໄດ້​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ພ້ອມ​ກັນ​ນັ້ນ, ​ໄດ້​ແບ່ງປັນ​ຄວາມ​ຫຍຸ້ງຍາກ ​ແລະ ຄວາມ​ລຳບາກກາກກຳ​ທີ່​ຄູ-ອາຈານ ​ແລະ ພະນັກງານ​ຂອງ​ໂຮງຮຽນ​ໄດ້​ຜ່ານ​ຜ່າ ​ເພື່ອ​ໃຫ້​ນັກຮຽນ​ມີ​ຄວາມ​ຮູ້ ​ແລະ ​ເຄື່ອງມື​ເຂົ້າ​ສູ່​ຊີວິດ.

ຂອງຂວັນທີ່ມີຄວາມແທດກັບຕົວຈິງຫຼາຍຢ່າງ ໃຫ້ແກ່ຄູ ແລະ ນັກຮຽນຂອງໂຮງຮຽນກິນນອນຊົນເຜົ່າແຂວງຫຼວງນ້ຳທາ (ລາວ)
ຂອງຂວັນທີ່ມີຄວາມແທດກັບຕົວຈິງຫຼາຍຢ່າງ ໃຫ້ແກ່ຄູ ແລະ ນັກຮຽນຂອງໂຮງຮຽນກິນນອນຊົນເຜົ່າແຂວງຫຼວງນ້ຳທາ (ລາວ)

“ເຖິງວ່າ​ສິ່ງ​ອຳນວຍ​ຄວາມ​ສະດວກ​ຂອງ​ໂຮງຮຽນ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ຂາດ​ເຂີນ​ຫລາຍ​ຢ່າງ​ກໍ່ຕາມ, ​ແຕ່​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ຄວາມ​ສາມັກຄີ​ຂອງ​ຄະນະ​ອຳນວຍ​ການ​ໂຮງຮຽນ ​ແລະ ການ​ຊ່ວຍ​ເຫຼືອ​ຂອງ​ບັນດາ​ອົງການ​ສັງຄົມ, ໂຮງຮຽນ​ຈະ​ນັບ​ມື້​ນັບ​ພັດທະນາ ​ແລະ ປະສົບ​ຜົນສຳ​ເລັດ​ຫລາຍ​ຢ່າງ” , ທ່ານ​ນາງ​ກົງສຸນໃຫຍ່ ກ່ຽວຖິຮັ່ງຟູກ ກ່າວວ່າ.

ທ່ານ​ນາງກົງສຸນໃຫຍ່ ຂໍອວຍພອນໃຫ້ຄູ-ອາຈານ ຈົ່ງມີສຸຂະພາບເຂັ້ມແຂງ, ປາດຖະໜາໃຫ້ນ້ອງໆນັກຮຽນ ຈົ່ງມີຄວາມອົດທົນ ແລະ ຮໍ່າຮຽນເປັນຢ່າງດີ ເພື່ອບໍ່ໃຫ້ພໍ່ແມ່, ຄູ-ອາຈານ ມີຄວາມຜິດຫວັງ ແລະ ຈະ​ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ​ລາວ​ທີ່​ສວຍ​ງາມ; ອວຍພອນ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ, ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ ​ເປັນ​ສີຂຽວຕະຫຼອດ​ໄປ ​ແລະ ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.

ທີ່​ການ​ພົບ​ປະ, ຄະນະ​ໄດ້​ມອບ​ຄອມ​ພິວ​ເຕີ​ຕັ້ງ​ໂຕະ 1 ​ເຄື່ອງ, ​ພັບຂຽນ​ 3.000 ​ໂຕໃຫ້ນັກຮຽນ, ​ເຂົ້າສານ 1 ​ໂຕນ ​ໃຫ້​ໂຮງຮຽນກິນນອນ​ຊົນ​ເຜົ່າ​ແຂວງ​ຫຼວງ​ນ້ຳທາ. ຂອງ​ຂວັນ​ອັນ​ນ້ອຍ​ນັ້ນ​ແມ່ນ​ບັນ​ດາ​ນ້ຳໃຈສະ​ໜິດ​ສະ​ໜົມ​ຂອງ​ກົງ​ສຸນ​ຫວຽດ​ນາມ, ສະ​ມາ​ຄົມ / ຄະ​ນະ​ບໍ​ລິ​ຫານ​ງານ​ຫວຽດ​ນາມ, ຢູ່ 8 ແຂວງ​ພາກ​ເໜືອ​ຂອງ​ລາວ, ແລະ ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່​ພາກ​ເໜືອ​ລາວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.