ຫວນຄືນມູນເຊື້ອ ວັນປົດປ່ອຍຫລວງນໍ້າທາ ຄົບຮອບ 57 ປີ

13:37 | 08/05/2019

ພິທີສະເຫລີມສະຫລອງ ວັນປົດປ່ອຍຫລວງນໍ້າທາ ວັນທີ 06/05/1962-06/05/2019 ຄົບຮອບ 57 ປີ ໄດ້ຈັດຂຶ້ນ ທີ່ຫໍວັດທະນະທໍາ ມິດຕະພາບ ແຂວງຫລວງນໍ້າທາ ໃນຕອນເຊົ້າວັນທີ 6 ພຶດ ສະພາ 2019. ທ່ານ ບຸນຍີ່ ແກ້ວຄຸນເມືອງ ຮອງເລຂາພັກແຂວງ ຮອງເຈົ້າແຂວງຫລວງນໍ້າທາ ໄດ້ຍົກໃຫ້ ເຫັນມູນເຊື້ອ ໄຊຊະນະ ໃນວັນສຳຄັນດັ່ງກ່າວ, ເຊິ່ງຈັກກະພັດອາເມລິກາ ແລະ ລູກແຫລ້ງຕີນມື ມີກົນ ອຸບາຍ ຫວັງບຽດ ຢຶດເອົາທົ່ງພຽງ ຫລວງນໍ້າທາ ເປັນຖານທີ່ໝັ້ນ ບຸກໂຈມຕີ ເຂົ້າພາກເໜືອ ຂອງປະເທດຫວຽດນາມ ແລະ ຕັດຂາດ ເສັ້ນທາງລໍາລຽງຂົນສົ່ງ ຈາກຫວຽດນາມ ແລະ ຈີນ ເຂົ້າມາພາກເໜືອ ຂອງປະເທດລາວ.

ຫວນຄືນມູນເຊື້ອ ວັນປົດປ່ອຍຫລວງນໍ້າທາ ຄົບຮອບ 57 ປີ

ພິທີສະເຫລີມສະຫລອງ ວັນປົດປ່ອຍຫລວງນໍ້າທາ ວັນທີ 06/05/1962-06/05/2019 ຄົບຮອບ 57 ປີ.

ໂດຍເຫັນໄດ້ ກົນອຸບາຍດັ່ງກ່າວ, ມາຮອດເດືອນມັງກອນ 1962 ສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ຕົກລົງ ກະກຽມເປີດບັ້ນຮົບ ປົດປ່ອຍຫລວງນໍ້າທາຂຶ້ນ, ໂດຍມີ ກໍາລັງທະຫານ ຫລວງຂອງລາວ ແລະ ຫວຽດນາມ ເຂົ້າຮ່ວມ 9 ກອງພັນ ແລະ ກໍາລັງທ້ອງຖິ່ນເຂົ້າຊ່ວຍໜູນ, ບຸກໂຈມຕີ ຍິງຖະຫລົ່ມໃສ່ ຈຸດສຸມຕ່າງໆ ຂອງສັດຕູຢ່າງແຂງແຮງ, ເຮັດໃຫ້ ກໍາລັງຂອງສັດຕູ ຕົກຢູ່ໃນສະພາບ ກະວົນກະວາຍ ແລະ ບໍ່ສາມາດຈັ້ງທ່າໄດ້, ສາມາດຢຶດປ້ອມ, ຄ້າຍຂອງສັດຕູໄດ້ຫລາຍຈຸດ ຄື ບ້ານຫ້ວຍຫົກ, ນານ້ອຍ, ບ້ານປຸ່ງ, ນໍ້າປີກ ແລະ ເຂດຕາເວັນຕົກສ່ຽງໃຕ້ ຂອງທົ່ງພຽງ ເມືອງຫລວງນໍ້າທາ. ບັ້ນຮົບປົດປ່ອຍ ຫລວງນໍ້າທາ ເປັນບັ້ນຮົບໃຫ່ຍ, ເຊິ່ງສາມາດ ປັດເຂ່ຍ ກອງກໍາລັງຂອງສັດຕູ ອອກຈາກວົງສູ້ຮົບໄດ້ 2.000 ກວ່າຄົນ, ດັບສູນສັດຕູໄດ້ 327 ຄົນ, ຈັບທະຫານສັດຕູໄດ້ 1.522 ຄົນ, ຍິງຍົນຂອງສັດຕູຕົກ 2 ລໍາ, ຢຶດອາວຸດ, ລູກກະສູນ, ພາຫະນະ, ສະບຽງອາຫານ, ເຄື່ອງນຸ່ງຫົ່ມ ຕ່າງໆ ໄດ້ຫລາຍຮ້ອຍໂຕນ, ປົດປ່ອຍດິນແດນໄດ້ 8.000 ກິໂລຕາແມັດ, ປົດປ່ອຍປະຊາຊົນໄດ້ 76.000 ຄົນ.

ໄຊຊະນະບັ້ນຮົບຫລວງນໍ້າທາ ແມ່ນໄຊຊະນະ ຂອງກໍາລັງແຮງ ແຫ່ງນໍ້າໃຈຮັກຊາດ, ນໍ້າໃຈຄຽດແຄ້ນ ຈັກກະພັດຜູ້ຮຸກຮານ, ນໍ້າໃຈຕໍ່ສູ້ ອັນອົງອາດ ກ້າຫານບໍ່ຍອມຈໍານົນ ຂອງກອງທັບ ແລະ ປະຊາຊົນລາວ ໃນທົ່ວປະເທດ ໂດຍສະເພາະແມ່ນ ກອງທັບ ແລະ ປະຊາຊົນບັນດາເຜົ່າ ຂອງແຂວງຫລວງນໍ້າທາ, ທັງແມ່ນ ໄຊຊະນະ ແຫ່ງຄວາມສາມັກຄີ ແບບພິເສດ ລະຫວ່າງ ກອງທັບ ປະຊາຊົນລາວ ກັບກອງທັບປະ ຊາຊົນຫວຽດນາມ ອ້າຍນ້ອງ, ແມ່ນໄຊຊະນະ ແຫ່ງການສະໜັບສະໜູນ ຊ່ວຍເຫລືອ ຂອງບັນດາປະເທດເພື່ອນມິດສະຫາຍເປັນຕົ້ນ ແມ່ນ ສປ ຈີນ, ອະດີດສະຫະພາບໂຊວຽດ ແລະ ປະເທດອື່ນໆ. ຈາກໄຊຊະນະ ເປັນການ ປຸກລະດົມແນວຄິດຈິດໃຈຂອງກອງທັບ ແລະ ປະຊາຊົນລາວ ໃນທົ່ວປະເທດ ແລະ ເຮັດໃຫ້ກໍາລັງ ຂອງການປະຕິວັດເຮົາ ເຕີບໃຫ່ຍ ຂະຫຍາຍຕົວຢ່າງໄວວາ, ເຮັດໃຫ້ເຂດປົດປ່ອຍ ນັບມຶ້ນັບກ້ວາງ ຂວາງອອກ ຢ່າງບໍ່ຢຸດຢັ້ງ ບັງຄັບໃຫ້ຈັກກະພັດອາເມລິກາ ຕ້ອງຍອມເຊັນສັນຍາເຊີແນວ ກ່ຽວກັບລາວໃນປີ 1962, ສ້າງຕັ້ງລັດຖະບານປະສົມ 3 ຝ່າຍຂຶ້ນ, ເຮັດໃຫ້ກໍາລັງປະຕິວັດ ເຮົາຍາດໄດ້ໄຊຊະນະນີ້ ຕໍ່ໄຊ ຊະນະໃໝ່ ຍິ່ງໃຫຍ່ກວ່າເກົ່າ ຈົນເຖິງ ປົດປ່ອຍ ທົ່ວປະເທດຢ່າງສົມບຸນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975.

(ແຫຼ່ງ​ຂໍ້​ມູນ​: ມຸນຕີ/ຂ​ປ​ລ)

ເຫດການ