ຄະນະຜູ້ແທນຂັ້ນສູງແຂວງຫຼວງນ້ຳທາ ເຂົ້າພົບປະໂອ້ລົມ ຄະນະກໍາມະການປະຈໍາພັກແຂວງເຊີນລາ

15:52 | 14/06/2019

ຍສໝ - ໃນວັນທີ 13 ມິຖຸນາ, ຄະນະຜູ້ແທນຂັ້ນສູງແຂວງຫຼວງນ້ໍາທາ ແຫ່ງ ສປປ ລາວ, ໂດຍສະຫາຍ ບຸນຍີ ແກ້ວຄູນເມືອງ , ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆຫຼວງນ້ໍາທາ ເປັນຫົວຫນ້າຄະນະໄດ້ເຂົ້າພົບປະໂອ້ລົມ ຄະນະປະຈຳພັກແຂວງໆເຊີນລາ.

ທີ່ການຕ້ອນຮັບຄະນະຜູ້ແທນ, ແຂວງເຊີນລາ ປະກອບມີ: ສະຫາຍ ຮ່ວາງ ວັນ ເຈີ໋ດ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ; ສະຫາຍ ຫງວ໋ຽນ ຮິວ ດົງ, ສະມາຊິກຄະນະກໍາມະການສູນກາງພັກສຳຮອງ, ຮອງເລຂາພັກແຂວງ; ສະຫາຍ ຮ່ວາງ ກວກ ແຂັງ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງ; ບັນດາຄະນະກຳມະການປະຈຳພັກແຂວງ; ຄະນະປະຈຳສະພາປະຊາຊົນ, ຄະນະກໍາມະການແນວໂຮມແຫ່ງຊາດຫວຽດນາມແຂວງ; ການນໍາຂອງພະແນກ ແລະ ອົງການຕ່າງໆຂອງແຂວງ.

ຄະນະຜູ້ແທນຂັ້ນສູງແຂວງຫຼວງນ້ຳທາ ເຂົ້າພົບປະໂອ້ລົມ ຄະນະກໍາມະການປະຈໍາພັກແຂວງເຊີນລາ

ຄະນະຜູ້ຕາງຫນ້າລະດັບສູງຂອງແຂວງຫຼວງນ້ໍາທາ (ສປປລາວ) ໄດ້ໄປຢ້ຽມຢາມຄະນະກໍາມະການປົກຄອງແຂວງ.

ບົນບັນຍາກາດອັນເຕັມໄປດ້ວຍຄວາມສາມັກຄີມິດຕະພາບພິເສດ,ຕ່າງໜ້າການນຳພັກແຂວງເຊີນລາ, ສະຫາຍ ຮ່ວາງວັນ ເຈີ໋ດ ໃຫ້ການຕ້ອນຮັບຢ່າງສຸດອົກສຸດໃຈ ຄະນະຜູ້ແທນແຂວງຫຼວງນ້ໍາທາ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງເຊີນລາ. ພ້ອມດຽວກັນກັນນັ້ນ, ທ່ານກໍ່ໄດ້ກ່າວລາຍງານກ່ຽວກັບຜົນສໍາເລັດທີ່ໂດດເດັ່ນ ໃນດ້ານການພັດທະນາເສດຖະກິດ, ພິເສດແມ່ນຜົນສຳເລັດໃນຂົງເຂດ ກະສິກໍາ, ຜົນສຳເລັດຂອງການຊົມໃຊ້ສິນຄ້າ, ການສົ່ງອອກສິນຄ້າກະສິກໍາ ຂອງແຂວງເຊີນລາ ໃນຊຸມປີທີ່ຜ່ານມາ. ສະຫາຍເລຂາພັກແຂວງໄດ້ໃຫ້ຮູ້ວ່າ: ສະພາບອາກາດ ແລະ ພູມສັນຖານ ແຂວງຫຼວງນ້ໍາທາ ແມ່ນມີຄວາມຄ້າຍຄື ກັບ ແຂວງເຊີນລາ, ເຊິ່ງເຫມາະສົມກັບການພັດທະນາຕົ້ນໄມ້ກິນຫມາກ. ສະຫາຍຫວັງເປັນຢ່າງຍິ່ງວ່າ, ໃນໄລຍະການມາຢ້ຽມຢາມແຂວງເຊີນລາ ຄັ້ງນີ້, ຂໍຮຽນເຊີນຄະນະຜູ້ແທນ ເຂົ້າຢ້ຽມຢາມໂຄງການພັດທະນາເສດຖະກິດ - ສັງຄົມ ຢູ່ ເມືອງ ອຽນ ເຈົາ ແລະ ມາຍ ເຊີນ; ແລກປ່ຽນປະສົບການໃນດ້ານການນຳພາ, ຊີ້ນຳໃນການພັດທະນາເສດຖະກິດ, ໂດຍສະເພາະໃນຂົງເຂດກະສິກໍາ.

ໃນນາມຕາງຫນ້າຄະນະຜູ້ແທນຂັ້ນສູງຂອງແຂວງຫຼວງນ້ໍາທາ, ສະຫາຍ ບຸນຍີ ຄູນເມືອງ ໄດ້ສະແດງຄຳຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄມຕີຈິດ ຂອງສະຫາຍ ການນຳແຂວງເຊີນລາ. ສະແດງຄວາມຍິນດີຕໍ່ໝາກຜົນກໍ່ຄືຜົນສໍາເລັດໃນແຕ່ລະຂົງເຂດຂອງແຂວງ, ໂດຍສະເພາະແມ່ນໃນການສົ່ງອອກຜະລິດຕະພັນກະສິກໍາ. ເຊື່ອຫມັ້ນ, ໃນອານາຄົດທັງສອງ ແຂວງ ເຊີນລາ ແລະ ຫຼວງນຳ້ທາ ສືບຕໍ່ເພີ່ມທະວີການພົວພັນ ຮ່ວມມືໃນຫຼາຍຂົງເຂດ, ປະກອບສ່ວນແຕ່ງແຕ້ມນຳ້ໃຈຄວາມສາມັກຄີມິດຕະພາບພິເສດ, ຮ່ວມມື ຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນບັນດາຊົນເຜົ່າຂອງຫວຽດນາມ - ລາວ.

(ຫັດ​ທະ​ບູນ)

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ