ກອງປະຊຸມພົບປະແລກປ່ຽນປະຈຳປີລະຫວ່າງຕຳຫຼວດເມືອງ ເມືອງໃໝ່ (ແຂວງ ຜົ້ງສາລີ, ລາວ) ແລະ ຕຳຫຼວດເມືອງ ດ້ຽນບຽນ

11:09 | 22/11/2023

ຍສໝ - ຫວ່າງແລ້ວນີ້, ຢູ່​ແຂວງ​ຜົ້ງ​ສາລີ, ຕຳຫຼວດ​ເມືອງ ເມືອງໃໝ່ (ແຂວງ​ ຜົ້ງ​ສາລີ, ລາວ) ​ແລະ ຕຳຫຼວດ​ເມືອງ​ ດ້ຽນບຽນ (​ແຂວງ ດ້ຽນບຽນ, ຫວຽດນາມ) ໄດ້ດຳເນີນກອງປະຊຸມພົບປະແລກປ່ຽນປະຈຳປີ ຄັ້ງ​ທີ 8 ​ໃນ​ປີ 2023.

​ເພີ່ມ​ທະວີ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ລະຫວ່າງ​ຕຳຫຼວດ​ແຂວງ ເຊີນ​ລາ ​ແລະ ຕຳຫຼວດ 3 ​ແຂວງ​ໃກ້​ຄຽງ​ຂອງ​ລາວ ​ເພີ່ມ​ທະວີ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ລະຫວ່າງ​ຕຳຫຼວດ​ແຂວງ ເຊີນ​ລາ ​ແລະ ຕຳຫຼວດ 3 ​ແຂວງ​ໃກ້​ຄຽງ​ຂອງ​ລາວ
ງານ​ບຸນ​ວັດ​ທະ​ນະ​ທຳ​ ແລະ​ ກິ​ລາ​ຊາວ​ໜຸ່ມ​ຫວຽດ​ນາມ - ລາວ ຢູ່​ແຂວງ ບິ່ງ​ດິ້ງ ງານ​ບຸນ​ວັດ​ທະ​ນະ​ທຳ​ ແລະ​ ກິ​ລາ​ຊາວ​ໜຸ່ມ​ຫວຽດ​ນາມ - ລາວ ຢູ່​ແຂວງ ບິ່ງ​ດິ້ງ

ການນຳຕຳຫຼວດເມືອງ ເມືອງໃໝ່ ໃຫ້ຮູ້ວ່າ: ເມືອງໃໝ່ ມີເນື້ອທີ່ທັງໝົດ 3.171 ກິໂລຕາແມັດ, ໃນນັ້ນ ພູສູງກວມເອົາ 90%, ມີຊາຍແດນຕິດກັບ ສສ ຫວຽດນາມ ຍາວ 187,3 ກິໂລແມັດ, ປະກອບມີ 1 ດ່ານຊາຍແດນສາກົນ (ປາງຫົກ) ແລະ 3 ດ່ານທ້ອງຖິ່ນ (ປາກເທີມ, ຫ້ວຍຫຼ້າ ແລະ ຫ້ວຍເຮ້ຍ).

ກອງປະຊຸມພົບປະແລກປ່ຽນປະຈຳປີລະຫວ່າງຕຳຫຼວດເມືອງ ເມືອງໃໝ່ (ແຂວງ ຜົ້ງສາລີ, ລາວ) ແລະ ຕຳຫຼວດເມືອງ ດ້ຽນບຽນ

ກອງປະຊຸມພົບປະແລກປ່ຽນປະຈຳປີ ລະຫວ່າງຕຳຫຼວດເມືອງ ເມືອງໃໝ່ (ແຂວງ ຜົ້ງສາລີ, ລາວ) ແລະ ຕຳຫຼວດເມືອງ ດ້ຽນບຽນ

ປີ 2023, ຕຳຫຼວດ 2 ເມືອງຢູ່ແຕ່ລະປະເທດໄດ້ສົມທົບກັນຢ່າງມີປະສິດທິຜົນໃນການປະຕິບັດງານຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບຢູ່ເຂດຊາຍແດນ, ການແລກປ່ຽນຂໍ້ມູນຂ່າວສານ, ສະພາບການທີ່ກ່ຽວຂ້ອງກັບຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບຂອງສອງຝ່າຍ; ຂົນຂວາຍປະຊາຊົນ​ປະຕິບັດ​ລະບຽບ​ຢູ່​ຊາຍ​ແດນ​ຢ່າງ​ເຂັ້ມ​ງວດ, ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ສອງ​ຟາກຊາຍ​ແດນ​ໄປ​ມາ ​ແລະ ​ແລກປ່ຽນ​ສິນຄ້າ; ຜັນຂະຫຍາຍການປະຕິບັດ​ບັນດາຂໍ້ຕົກລົງ ແລະ ບົດ​ບັນທຶກຊ່ວຍຈຳທີ່​ໄດ້​ລົງ​ນາມ​ແລ້ວໃນ​ທຸກ​ຂັ້ນຢ່າງມີປະສິດທິຜົນ; ສົມທົບ​ກັນ​ຕ້ານອາດຊະຍາ​ກຳ​ທຸກ​ປະ​ເພດ, ການລະເມີດກົດໝາຍ, ໂດຍສະເພາະແມ່ນອາດຊະຍາ​ກຳ​ກ່ຽວກັບຢາເສບຕິດ.

ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ເນື້ອ​ໃນ​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກຊ່ວຍຈຳ​ປີ 2023 ລະຫວ່າງ​ຕຳຫຼວດ​ເມືອງ ເມືອງໃໝ່ ​ແລະ ຕຳຫຼວດ​ເມືອງ ດ້ຽນບຽນ. ໃນນັ້ນ ໄດ້​ຖືເປັນສຳຄັນ​ການສືບ​ຕໍ່​ເຮັດ​ວຽກ​ງານ​ກຳສະພາບ​ການ, ແລກປ່ຽນຂໍ້ມູນຂ່າວສານ, ການໂຄສະນາຂົນຂວາຍ, ສຶກສາພົນລະ​ເມືອງ​ຂອງ​ສອງ​ປະ​ເທດ​ໃຫ້​ເຄົາລົບນັບຖື, ປະຕິບັດ​ກົດໝາຍ ແລະ ຮີດຄອງ​ປະ​ເພນີ​ຂອງ​ແຕ່ລະ​ປະ​ເທດໃຫ້ເປັນຢ່າງດີ; ​ເພີ່ມ​ທະວີ​ການ​ສົມທົບ​ກັນຜັນຂະຫຍາຍບັນດາແຜນງານ​, ແຜນການປ້ອງກັນ, ກວດພົບ, ສະກັດ​ກັ້ນ ​ແລະ ຕ້ານ​ອາດຊະຍາ​ກຳ​ທຸກ​ປະ​ເພດ...

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.