ປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ

00:54 | 15/05/2019

ເດືອນ ກຸມພາ ປີ 1909 ແມ່ຍິງປະເທດອາເມຣິກາໄດ້ຈັດພິທີສະຫຼອງວັນແມ່ຍິງສາກົນເປັນເທື່ອທຳອິດ ແລະ ແມ່ຍິງໃນເມືອງນິວຢອກ 3000 ຄົນ ໄດ້ເຂົ້າຮ່ວມການຕໍ່ສູ້ຄັດຄ້ານລັດຖະບານທີ່ບໍ່ຍອມໃຫ້ແມ່ຍິງມີສິດຮັບເລືອກຕັ້ງ, ຊຶ່ງການຕໍ່ສູ້ດັ່ງກ່າວໄດ້ເປັນການລະດົມນ້ຳໃຈຕໍ່ສູ້ຂອງແມ່ຍິງທີ່ຖືກກົດຂີ່ຂູດຮີດຢູ່ບັນດາປະເທດໃນທົ່ວໂລກ.

ປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ

ກຳມະກອນແມ່ຍິງຢູ່ໂຮງງານຕ່ຳແຜ່ນ ແລະ ຕັດຫຍິບທີ່ເມືອງນິວຢອກປະເທດສະຫະລັດອາເມຣິກາໄດ້ຈັດຕັ້ງໂຮມຊຸມນຸມປະທ້ວງ

ວັນແມ່ຍິງສາກົນໄດ້ກຳເນີດເກີດຂຶ້ນໃນທ່າມກາງສະພາບເສດຖະກິດຂອງລະບອບສັກດີນາ ແລະ ນາຍທຶນຂະຫຍາຍຕົວ, ເມື່ອໂຮງຈັກໂຮງງານອຸດສາຫະກຳຂອງນາຍທຶນຂະຫຍາຍຕົວແຕ່ຊໍ້າພັດເພີ່ມຄວາມທຸກຍາກລຳບາກ ໃຫ້ແກ່ຊາວຜູ້ອອກແຮງງານໂດຍສະເພາະແມ່ນກຳມະກອນແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບຄ່າຈ້າງແຮງງານດ້ວຍລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ. ນອກຈາກນັ້ນແມ່ຍິງຍັງຖືກດູໝິ່ນປະໝາດ, ຖືເປັນສິນຄ້າ, ເປັນເຄື່ອງຫຼິ້ນ, ຖືກຕີ, ຖືກຂົ່ມຂືນທຳສຳເລົາ ແລະ ຖືກໄລ່ອອກຈາກວຽກ. ໃນເວລາຖືພາ, ເກີດລູກ, ເຈັບເປັນບໍ່ໄດ້ຮັບການປິ່ນປົວໂດຍທົ່ວໄປແລ້ວແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກລ້ວນແຕ່ເປັນຜູ້ດຸໝັ້ນ, ຂະຫຍັນພຽນໃນການຜະລິດເຂົ້າປາອາຫານ ແລະ ເຄື່ອງຂອງອື່ນໆເພື່ອລ້ຽງດູຄອບຄົວ ແລະ ສັງຄົມ ແຕ່ບໍ່ໄດ້ຮັບການເອົາໃຈໃສ່ເບິ່ງແຍງດູແລຈາກສັງຄົມ.

ຕໍ່ໜ້າສະພາບການ ແລະ ຄວາມທໍລະມານດັ່ງກ່າວກຳມະກອນແມ່ຍິງຈຶ່ງມີຄວາມຄຽດແຄ້ນ ແລະ ໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້ທວງໃຫ້ພວກນາຍທຶນຊຶ່ງເປັນເຈົ້າຂອງໂຮງຈັກໂຮງງານຕ້ອງແກ້ໄຂຊີວິດການເປັນຢູ່ໃຫ້ກັບຕົນເອງ. ໃນວັນທີ 8 ມີນາ 1908 ກຳມະກອນແມ່ຍິງຢູ່ໂຮງງານຕ່ຳແຜ່ນ ແລະ ຕັດຫຍິບທີ່ເມືອງ ນິວຢອກ ປະເທດສະຫະລັດ ອາເມຣິກາ ໄດ້ຈັດຕັ້ງໂຮມຊຸມນຸມປະທ້ວງ ແລະ ຄັດຄ້ານ ຕໍ່ການໃຫ້ຄ່າແຮງງານຕ່ຳ, ສະຖານທີ່ເຮັດວຽກບໍ່ຮັບປະກັນຕໍ່ສຸຂະພາບແຕ່ການປະທ້ວງດັ່ງກ່າວຖືກຕຳຫຼວດເຂົ້າສະລາຍ ແລະ ຈັບກຸມຈຳນວນໜຶ່ງ ຊຶ່ງມີແມ່ຍິງຈຳນວນ 15.000 ຄົນ ໄດ້ເດີນຂະບວນຢູ່ເມືອງ ນິວຢອກ ເພື່ອທວງໃຫ້ນາຍທຶນຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດໃນການອອກສຽງເລືອກຕັ້ງ ແລະ ການຮັບສະໝັກເລືອກຕັ້ງ. ການເດີນຂະບວນຄັ້ງນີ້ແມ່ນພາຍໃຕ້ຄຳຂວັນ: “ ເຂົ້າຈີ່ ແລະ ດອກກຸຫຼາບ ” ເຂົ້າຈີ່ໝາຍເຖິງເສດຖະກິດດີຂຶ້ນ, ດອກກຸຫຼາບໝາຍເຖິງຄຸນນະພາບຊີວິດດີຂຶ້ນ. ມາເຖິງເດືອນ ກຸມພາ ປີ 1909 ແມ່ຍິງປະເທດອາເມຣິກາໄດ້ຈັດພິທີສະຫຼອງວັນແມ່ຍິງສາກົນເປັນເທື່ອທຳອິດ ແລະ ແມ່ຍິງໃນເມືອງນິວຢອກ 3000 ຄົນ ໄດ້ເຂົ້າຮ່ວມການຕໍ່ສູ້ຄັດຄ້ານລັດຖະບານທີ່ບໍ່ຍອມໃຫ້ແມ່ຍິງມີສິດຮັບເລືອກຕັ້ງ, ຊຶ່ງການຕໍ່ສູ້ດັ່ງກ່າວໄດ້ເປັນການລະດົມນ້ຳໃຈຕໍ່ສູ້ຂອງແມ່ຍິງທີ່ຖືກກົດຂີ່ຂູດຮີດຢູ່ບັນດາປະເທດໃນທົ່ວໂລກ.

ມາເຖິງ ປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນຢູ່ທະວີບເອີຣົບ ແລະ ໃນປີນັ້ນເອງກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຄັ້ງທຳອິດໄດ້ຈັດຂຶ້ນຢູ່ ໂກເປຮາກ ນະຄອນຫຼວງຂອງ ປະເທດເດນມາກ, ມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດ ເຂົ້າຮ່ວມ, ກອງປະຊຸມດັ່ງກ່າວໄດ້ຮັບຮອງ ແລະ ຕົກລົງເອົາ ວັນທີ 8 ມີນາ ຂອງທຸກໆ ປີ ເປັນວັນແມ່ຍິງສາກົນແມ່ນເຫດການການເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທຳໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ, ປະຊາທິປະໄຕຄືກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂວັນ: ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ ຊາຍ ເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກນັບແຕ່ນັ້ນມາວັນທີ 8 ມີນາຈຶ່ງເປັນ “ວັນແມ່ຍິງສາກົນ”.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.