ການພົບປະແລກປ່ຽນປະຊາຊົນ ແລະ ວັດທະນະທຳ ປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ບຸນກາຣີ

14:58 | 04/03/2024

ຍສໝ - ນີ້​ແມ່ນ​ຄຳ​ປາ​ໄສ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ບຸນ​ກາຣີ ປະຈຳ ຫວຽດນາມ Pavlin Todorov ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 146 ປີ​ແຫ່ງ​ວັນ​ຊາດສາທາລະນະ​ລັດ ບຸນ​ກາຣີ ​ເມື່ອ​ວັນ​ທີ 1 ມີນາ. ​ໂຄງການຈັດ​ຕັ້ງ ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ (HCMC) ສົມທົບ​ກັບ​ສະມາຄົມ​ມິດຕະພາບ ຫວຽດນາມ - ບຸນ​ກາຣີ ນະຄອນ ​ໂຮ່ຈີ​ມິນ.

ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ບຸນກາຣີ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ບຸນກາຣີ
ສ້າງກຳລັງໜູນຊຸກຍູ້ການພົວພັນ ຫວຽດນາມ - ບຸນກາຣີ ສ້າງກຳລັງໜູນຊຸກຍູ້ການພົວພັນ ຫວຽດນາມ - ບຸນກາຣີ

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Pavlin Todorov ​ແລ້ວ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - ບຸນ​ກາຣີ ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ ​ແລະ ພັດທະນາ​ໃນ​ຫຼາຍ​ຂົງ​ເຂດ. ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ສອງ​ປະ​ເທດ​ແມ່ນ​ອີງ​ໃສ່​ການ​ພົວພັນ​ທາງ​ການ​ເມືອງ​ແລະ​ການ​ທູດ​ທີ່​ດີ​ໃນ​ໄລຍະ​ຍາວ. ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ໄດ້​ຮັບ​ບາດ​ກ້າວ​ທາງ​ບວກ​ໃໝ່; ທ່າ​ອ່ຽງ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ແລະ ຍັງ​ມີ​ຊ່ອງ​ຫວ່າງ​ຫຼາຍ​ຢ່າງ​ເພື່ອ​ປັບ​ປຸງ​ການ​ພົວ​ພັນ​ດ້ານ​ການ​ຄ້າ, ເສດ​ຖະ​ກິດ ແລະ ການ​ລົງ​ທຶນ. ການ​ຮ່ວມ​ມື​ດ້ານ​ການ​ສຶກສາ ​ແລະ ບຳລຸງ​ສ້າງ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ແລກປ່ຽນ​ນັກ​ສຶກສາ ​ແລະ ນັກ​ຊ່ຽວຊານ; ການ​ແລກ​ປ່ຽນ​ປະ​ສົບ​ການ​ລະ​ຫວ່າງ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ແມ່ນ​ມີ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຂອງ​ສອງ​ປະ​ເທດ...

ທ່ານ​ເອກ​ອັກຄະ​ລັດຖະທູດ Pavlin Todorov ​ໃຫ້​ຮູ້​ວ່າ: ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ ​ແລະ ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ ບຸນ​ກາຣີ ​ແລະ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ເພີ່ມ​ທະວີ​ການ​ພົວພັນ 2 ຝ່າຍ​ລະຫວ່າງ 2 ປະ​ເທດ. ບຸນ​ກາຣີ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ສະມາຄົມ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ທີ່​ໄດ້​ຮ່ຳຮຽນ, ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ ບຸນ​ກາຣີ ​ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ໃນ​ການ​ພົວພັນ​ກັບ ຫວຽດນາມ ​ແລະ ເຊື່ອ​ໝັ້ນ​ວ່າ ຈະ​ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ ​ໃນ​ຫຼາຍ​ຂົງ​ເຂດ​ທີ່ສອງປະ​ເທດ​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ.

ການພົບປະແລກປ່ຽນປະຊາຊົນ ແລະ ວັດທະນະທຳ ປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ບຸນກາຣີ

ການພົບປະແລກປ່ຽນປະຊາຊົນ ແລະ ວັດທະນະທຳ ປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ບຸນກາຣີ

​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ບຸນ​ກາຣີ ​ແລະ ຫວຽດນາມ, ຈະ​ມີ​ກາລະ​ໂອກາດ​ໃໝ່​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ 2 ປະ​ເທດ.

ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ນາງ ຮ່ວາງ​ໄທລານ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ບຸນ​ກາຣີ ນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ: ​ໃນ 74 ປີຜ່ານມາ, ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ​ແລະ ບຸນ​ກາຣີ ສືບ​ຕໍ່​ຮັກສາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ໃນ​ບັນດາ​ລະບົບ. ຂົງ​ເຂດ​ການ​ເມືອງ, ການ​ທູດ, ວັດທະນະທຳ, ວິທະຍາສາດ, ການ​ສຶກສາ, ປ້ອງ​ກັນ​ຄວາມ​ສະຫງົບ... ດ້ວຍ​ພື້ນຖານ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ປີ 2013, 2 ປະ​ເທດ​ໄດ້​ຍົກ​ສູງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ພິ​ເສດ, 10 ປີຜ່ານມາ, ລັດຖະບານ ​ແລະ ປະຊາຊົນ 2 ປະ​ເທດ​ໄດ້​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ນຳ​ການ​ພົວພັນ ຫວຽດນາມ - ບຸນ​ກາຣີ ຂຶ້ນ​ສູ່​ລະດັບ​ໃໝ່, ​ເລິກ​ເຊິ່ງກ່ວາ​ອີກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.