ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ບຸນກາຣີ

10:47 | 27/02/2024

ຍສໝ - ທ່ານ​ລັດຖະມົນຕີ​ກະຊວງ​ເສດຖະກິດ ​ແລະ ອຸດສາຫະກຳ ບຸນ​ກາຣີ ໄດ້ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ວົງ​ເງິນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ.

ສ້າງກຳລັງໜູນຊຸກຍູ້ການພົວພັນ ຫວຽດນາມ - ບຸນກາຣີ ສ້າງກຳລັງໜູນຊຸກຍູ້ການພົວພັນ ຫວຽດນາມ - ບຸນກາຣີ
ທ່ານປະທານສະພາແຫ່ງຊາດ ບຸນກາຣີ: ເພື່ອນມິດຫວຽດນາມ ແມ່ນປັດໄຈສຳຄັນ, ຮັບປະກັນຜົນສຳເລັດຂອງການຮ່ວມມືລະຫວ່າງ 2 ປະເທດ ທ່ານປະທານສະພາແຫ່ງຊາດ ບຸນກາຣີ: ເພື່ອນມິດຫວຽດນາມ ແມ່ນປັດໄຈສຳຄັນ, ຮັບປະກັນຜົນສຳເລັດຂອງການຮ່ວມມືລະຫວ່າງ 2 ປະເທດ

ວັນທີ 26 ກຸມພາ, ທ່ານລັດຖະມົນຕີ ຫງວຽນຮົ່ງດິ່ງ ໄດ້ມີພິທີພົບປະກັບທ່ານ Bogdan Bogdanov, ລັດຖະມົນຕີກະຊວງເສດຖະກິດ ແລະ ອຸດສາຫະກຳ ບຸນກາຣີ ຢູ່ນອກກອງປະຊຸມລັດຖະມົນຕີ WTO ຄັ້ງທີ 13 ຢູ່ UAE.

ທີ່​ການ​ພົບ​ປະ, ທ່ານ​ລັດຖະມົນຕີ ຫງວຽນຮົ່ງຢຽນ ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ ຫວຽດນາມ ​ແລະ ບຸນ​ກາຣີ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ຍັງ​ຄົງ​ຕົວ​ຢູ່​ໃນ​ລະດັບ​ຕ່ຳ​ເມື່ອ​ທຽບ​ໃສ່​ທ່າ​ແຮງ​ທີ່​ມີ​ຢູ່. ທ່ານ​ລັດຖະມົນຕີ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ບັນດາ​ທ່າ​ໄດ້​ປຽບ​ທີ່​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ ​ແລະ EU (EVFTA) ​ແລະ ສັນຍາ​ປົກ​ປ້ອງ​ການ​ລົງທຶນ​ຫວຽດນາມ - EU (EVIPA) ນຳ​ມາ​ພ້ອມ​ກັບ​ຄວາມ​ມານະ​ພະຍາຍາມ​ຂອງ​ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ; ການ​ຄ້າ​ແລະ​ການ​ລົງ​ທຶນ​ສອງ​ຝ່າຍ​ຈະ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ.

ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ບຸນກາຣີ
ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ບຸນກາຣີ

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຖືວ່າ, ເພື່ອຍູ້ແຮງການຮ່ວມມືດ້ານການຄ້າ ແລະ ການລົງທຶນ 2 ຝ່າຍກວ່າອີກ, 2 ຝ່າຍຄວນຮັກສາການຜັນຂະຫຍາຍປະສິດທິຜົນກົນໄກຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາສາດ ແລະ ເຕັກນິກລະຫວ່າງ ຫວຽດນາມ ແລະ ບຸນກາຣີ. ໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີສະເໜີໃຫ້ 2 ຝ່າຍຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ຄື: ກະສິກຳ, ທາດເຄມີ, ການຢາ; ພິຈາລະນາເລື່ອງເປີດກວ້າງການຮ່ວມມືພັດທະນາໃນບັນດາຂະແໜງອຸດສາຫະກຳ, ເຕັກໂນໂລຊີສີຂຽວ, ພະລັງງານໃໝ່…

ສ່ວນທ່ານລັດຖະມົນຕີ Bogdan Bogdanov, ໃຫ້ຮູ້ວ່າ, ຈະສົມທົບກັບກະຊວງອຸດສາຫະກຳການຄ້າ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການແລກປ່ຽນບັນດາເນື້ອໃນຮ່ວມມື ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຈັດກອງປະຊຸມຄັ້ງທີ 24 ຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາສາດ ແລະ ເຕັກນິກຢູ່ນະຄອນຫຼວງ Sofia ຂອງ ບຸນກາຣີ ໃນປີ 2024 ໃຫ້ບັນລຸຜົນສຳເລັດ.

ປີ 2023, ຍອດວົງເງິນການຄ້າ 2 ສົ້ນ ຫວຽດນາມ - ບຸນກາຣີ ບັນລຸ 211,4 ລ້ານ USD, ເພີ່ມຂຶ້ນ 3,7% ເມື່ອທຽບໃສ່ປີ 2022.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.