ການນໍາແຂວງຈຳປາສັກ ອວຍພອນປີໃໝ່ແຂວງເທື່ອທຽນເຫວ້

13:11 | 31/01/2024

ການນໍາແຂວງຈຳປາສັກ ອວຍພອນປີໃໝ່ເທື່ອທຽນເຫ້ວ

ການນໍາກະຊວງພາຍໃນ ແລະຄະນະສາສະໜາລັດຖະບານ ຮັບຫຼຽນໄຊຂອງພັກ ແລະລັດລາວ ການນໍາກະຊວງພາຍໃນ ແລະຄະນະສາສະໜາລັດຖະບານ ຮັບຫຼຽນໄຊຂອງພັກ ແລະລັດລາວ
ການນໍາແຂວງບ່າເຣ້ຍ-ຫວູງເຕົ່າ ຢ້ຽມຢາມ ແລະເຮັດວຽກຢູ່ ແຂວງຊຽງຂວາງ ການນໍາແຂວງບ່າເຣ້ຍ-ຫວູງເຕົ່າ ຢ້ຽມຢາມ ແລະເຮັດວຽກຢູ່ ແຂວງຊຽງຂວາງ

ຕອນທ່ຽງວັນທີ 30 ມັງກອນ, ຄະນະຜູ້ແທນແຂວງຈຳປາສັກ (ລາວ) ນຳໂດຍສະຫາຍ ສົມບູນ ເຮືອງວົງສາ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆຈໍາປາສັກ ໄດ້ໄປຢ້ຽມຢາມ ແລະອວຍພອນປີໃໝ່ ປີມະໂລງ 2024 ຢູ່ສຳນັກງານຄະນະກໍາມະການປະຊາຊົນແຂວງເທື່ອທຽນເຫວ້. ຕ້ອນຮັບຄະນະມີສະຫາຍ ຫງວຽນແທງບິ່ງ, ຄະນະປະຈຳພັກແຂວງ, ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງ ເທື່ອທຽນເຫວ້.

ການນໍາແຂວງຈຳປາສັກ ອວຍພອນປີໃໝ່ແຂວງເທື່ອທຽນເຫວ້

ບັນຍາກາດທີ່ການຕ້ອນຮັບ. ພາບ: thuathienhue.gov.vn

Quang cảnh buổi tiếp.

ນະທີ່ນີ້, ສະຫາຍ ສົມບູນ ເຮືອງວົງສາ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆຈໍາປາສັກ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ; ອວຍພອນໃຫ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ - ຫວຽດນາມ, ຫວຽດນາມ - ລາວ ເວົ້າລວມ ແລະລະຫວ່າງສອງແຂວງເວົ້າສະເພາະ ໃຫ້ຂຽວສົດງົດງາມໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.
ທ່ານ ສົມບູນ ເຮືອງວົງສາ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະຜົນງານພົ້ນເດັ່ນທີ່ແຂວງຈຳປາສັກ ບັນລຸໄດ້ໃນຊຸມປີທີ່ຜ່ານມາ. ພ້ອມກັນນັ້ນ, ກໍ່ຢືນຢັນວ່າ ການພົວພັນຮ່ວມມືມິດຕະພາບ ແລະຄວາມມານະພະຍາຍາມຂອງສອງແຂວງໄດ້ປະກອບສ່ວນສ້າງບາດກ້າວພັດທະນາທີ່ດີ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ, ຮັດແໜ້ນການພົວພັນຮ່ວມມືລະຫວ່າງສອງແຂວງ.

ຕາງໜ້າການນຳແຂວງ, ສະຫາຍ ຫງວຽນແທງບິ່ງ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ຄໍາອວຍພອນອັນດີງາມຂອງສະຫາຍ ສົມບູນ ເຮືອງວົງສາ ທີ່ໄດ້ອວຍພອນໃຫ້ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງເທື່ອທຽນເຫວ້ ເນື່ອງໃນໂອກາດວັນບຸນປີໃໝ່ປະຈໍາຊາດ ແລະອວຍພອນໃຫ້ສາຍພົວພັນແບບພິເສດຂອງສອງປະເທດຍິ່ງແໜ້ນແຟ້ນຂຶ້ນຕື່ມ.

ການນໍາແຂວງຈຳປາສັກ ອວຍພອນປີໃໝ່ແຂວງເທື່ອທຽນເຫວ້

ສະຫາຍ ສົມບູນ ເຮືອງວົງສາ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆຈໍາປາສັກ ມອບຂອງຂວັນທີ່ລະນຶກໃຫ້ການນໍາແຂວງເທື່ອທຽນເຫວ້. ພາບ: thuathienhue.gov.vn

ທ່ານ ຫງວຽນແທງບິ່ງ ໄດ້ຕີລາຄາສູງຕໍ່ເລື່ອງທີ່ສອງແຂວງສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງໃນການດຳເນີນການຢ້ຽມຢາມເຊິ່ງກັນ ແລະກັນ ແລະແລກປ່ຽນກ່ຽວກັບເນື້ອໃນການຮ່ວມມື, ພ້ອມທັງ ຖືນີ້ວ່າ ແມ່ນການເຄື່ອນໄຫວດ້ານການເມືອງ, ການຕ່າງປະເທດທີ່ສຳຄັນ ເພື່ອຮັດແໜ້ນ ແລະເພີ່ມທະວີການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ 2 ແຂວງ ເທື່ອທຽນເຫ້ວ - ຈໍາປາສັກ.

ທ່ານ ຫງວຽນແທງບິ່ງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງສອງແຂວງຈະສືບຕໍ່ໄດ້ຮັບການເພີ່ມທະວີ ແລະພັດທະນາຢ່າງດີງາມ, ນັບມື້ນັບສະໜິດຕິດພັນ, ມີຄວາມໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນ ແລະແທດຈິງ, ປະກອບສ່ວນຢ່າງຕັ້ງໜ້າ ແລະສຳຄັນເຂົ້າໃນການປັບປຸງພື້ນຖານການເມືອງອັນໜັກແໜ້ນໃນການພົວພັນຫວຽດນາມ - ລາວ.

ສົມເພັດ

ເຫດການ
302 Found

Found

The document has moved here.