ການນໍາກະຊວງພາຍໃນ ແລະຄະນະສາສະໜາລັດຖະບານ ຮັບຫຼຽນໄຊຂອງພັກ ແລະລັດລາວ

00:00 | 23/12/2023

ການນໍາຄະນະກຳມະການຊົນເຜົ່າ ແລະຄະນະສາສະໜາລັດຖະບານ ຮັບຫຼຽນໄຊຂອງພັກ ແລະລັດລາວ

ການນໍາແຂວງກວາງບິ່ງ ເຮັດວຽກກັບຄະນະຜູ້ແທນລາວ ແລະ ອົດສະຕາລີ ປະຈຳຫວຽດນາມ ການນໍາແຂວງກວາງບິ່ງ ເຮັດວຽກກັບຄະນະຜູ້ແທນລາວ ແລະ ອົດສະຕາລີ ປະຈຳຫວຽດນາມ
ການນໍານະຄອນໂຮ່ຈີມິນ ຕ້ອນຮັບກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດ ກູບາ ການນໍານະຄອນໂຮ່ຈີມິນ ຕ້ອນຮັບກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດ ກູບາ

ວັນທີ 18 ທັນວາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີປະດັບຫຼຽນໄຊ, ຫຼຽນກາຂອງພັກ, ລັດ ແຫ່ງ ສປປ ລາວ ໃຫ້ບັນດາບຸກຄົນທີ່ມີຜົນງານດີເດັ່ນໃນການເສີມຂະຫຍາຍສາຍພົວພັນມິດຕະພາບຫວຽດນາມ-ລາວ.

ຕາມລັດຖະດຳລັດທີ່ໄດ້ປະກາດໃນພິທີ, ທ່ານປະທານປະເທດ ແຫ່ງ ສປປ ລາວ ໄດ້ຕົກລົງປະດັບຫຼຽນໄຊອິດສະຫຼະ ຊັ້ນ III ໃຫ້ບັນດາສະຫາຍຄື: ສະຫາຍ ຫວູ້ຈຽນຖັງ, ຮອງລັດຖະມົນຕີກະຊວງພາຍໃນ; ສະຫາຍ ຮວ່າງຊວນເລືອງ, ອະດີດຮອງປະທານຄະນະກໍາມະການຊົນເຜົ່າ; ປະດັບຫຼຽນໄຊແຮງງານ ຊັ້ນ III ໃຫ້ 6 ຄົນ ແລະຫຼຽນກາແຮງງານ ໃຫ້ແກ່ 8 ຄົນ ຂອງຄະນະກໍາມະການຊົນເຜົ່າ ແລະຄະນະສາສະໜາລັດຖະບານ (ກະຊວງພາຍໃນ).

ການນໍາກະຊວງພາຍໃນ ແລະຄະນະສາສະໜາລັດຖະບານ ຮັບຫຼຽນໄຊຂອງພັກ ແລະລັດລາວ

ບັນຍາກາດທີ່ພິທີ. ພາບ: btgcp.gov.vn

ຕໍ່ຈາກນັ້ນ, ໂດຍໄດ້ຮັບມອບສິດຈາກທ່ານນາຍົກລັດຖະມົນຕີລາວ, ທ່ານ ຄໍາໄຫຼ ສີປະເສີດ ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ ໄດ້ມອບລາງວັນອັນສູງສົ່ງໃຫ້ແກ່ບັນດາບຸກຄົນ; ຮັບຮູ້ບັນດາຜົນງານດີເດັ່ນຂອງການນຳ ແລະພະນັກງານຫຼັກແຫຼ່ງຂອງສອງອົງການທີ່ໄດ້ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງຄະນະກໍາມະການສູນກາງແນວລາວສ້າງຊາດ ແລະຄະນະກຳມະການຊົນເຜົ່າ, ຄະນະສາສະໜາລັດຖະບານ.

ຕາມທ່ານ ຄຳໄຫຼ ສີປະເສີດ ແລ້ວ, ໃນໄລຍະຜ່ານມາ, ພັກ, ລັດ ແລະປະຊາຊົນຫວຽດນາມ ໄດ້ເອົາໃຈໃສ່ສະໜັບສະໜູນ, ຊ່ວຍເຫຼືອໃຫ້ແກ່ພັກ, ລັດ ແລະປະຊາຊົນລາວໃນຫຼາຍດ້ານ; ໃນນັ້ນ, ຄະນະກຳມະການຊົນເຜົ່າ ແລະຄະນະສາສະໜາລັດຖະບານ ໄດ້ເສີມຂະຫຍາຍການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືກັບຄະນະກໍາມະການສູນກາງແນວລາວສ້າງຊາດ, ພິເສດແມ່ນໄດ້ລົງນາມໃນຂໍ້ຕົກລົງຮ່ວມມືໃນແຕ່ລະໄລຍະ. ການນຳ, ພະນັກງານຫຼັກແຫຼ່ງຂອງສອງອົງການໄດ້ກາຍເປັນຄູ່ຮ່ວມມື, ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຂອງຂໍ້ຕົກລົງຮ່ວມມື ໃຫ້ບັນລຸໄດ້ໝາກຜົນທີ່ດີ.

ທ່ານຮອງລັດຖະມົນຕີ ຫວູ້ຈຽນຖັງ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ສອງອົງການທີ່ເຮັດວຽກງານສາສະໜາ, ຊົນເຜົ່າຢູ່ຫວຽດນາມ ແລະຄະນະກຳມະການສູນກາງແນວລາວສ້າງຊາດ ຈະສົມທົບກັນປະຕິບັດຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນກວ່າອີກ; ເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຄົ້ນຄ້ວາ, ແລກປ່ຽນບົດຮຽນປະສົບການກ່ຽວກັບວຽກງານສາສະໜາ, ຊົນເຜົ່າ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.