ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ - ບຳລຸງ​ສ້າງ​ລະຫວ່າງ ຫວຽດນາມ - ສະ​ວິດ ​ແລະ ​ເຢຍລະ​ມັນ

11:30 | 15/04/2022

ຍສໝ - ຕອນ​ເຊົ້າ​ວັນ​ທີ 13 ເມສາ, ທ່ານ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫງວຽນ​ກິມ​ເຊີນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະປະຕິບັດງານ​ໂດຍ​ທ່ານ ປອ. Philipp Rösler - ອະດີດຮອງນາຍົກລັດຖະມົນຕີ ເຢຍລະມັນ, ກົງສູນກິດຕິມະສັກ ຫວຽດນາມ ປະຈຳ ສະວິດ.

ຮັດ​ແໜ້ນ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ມິດ​ຕະ​ພາບ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ຮັດ​ແໜ້ນ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ມິດ​ຕະ​ພາບ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ
ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ ແມ່ນ​ຂົວ​ຕໍ່​ສຳ​ຄັນ​ໃນ​ການ​ຮັກ​ສາ​ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ ແມ່ນ​ຂົວ​ຕໍ່​ສຳ​ຄັນ​ໃນ​ການ​ຮັກ​ສາ​ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ລາວ

ທີ່​ການ​ພົບ​ປະ, ທ່ານ​ລັດຖະມົນຕີ ຫງວຽນ​ກິມ​ເຊີນ ​ໃຫ້​ຮູ້​ວ່າ: ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ສະ​ວິດ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ເວລາ 50 ກວ່າ​ປີ ​ແລະ ມີ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ບັນດາ​ຂົງ​ເຂດ, ​ໃນ​ນັ້ນ​ມີ​ການ​ສຶກສາ ​ແລະ ບຳລຸງ​ສ້າງ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ຮ່ວມ​ມື​ດ້ານ​ການ​ສຶກສາ - ບຳລຸງ​ສ້າງ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີລະຫວ່າງ ຫວຽດນາມ, ສະ​ວິດ ​ແລະ ​ເຢຍລະ​ມັນ ຄວນ​ໄດ້​ຮັບ​ການ​ຍູ້ແຮງ​ກ່ວາ​ອີກ.

ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ - ບຳລຸງ​ສ້າງ​ລະຫວ່າງ ຫວຽດນາມ - ສະ​ວິດ ​ແລະ ​ເຢຍລະ​ມັນ
ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ - ບຳລຸງ​ສ້າງ​ລະຫວ່າງ ຫວຽດນາມ - ສະ​ວິດ ​ແລະ ​ເຢຍລະ​ມັນ. ພາບ: giaoducthoidai.vn

ທ່ານ​ລັດຖະມົນຕີ ຫງວຽນ​ກິມ​ເຊີນ ປາດ​ຖະໜາ​ວ່າ: ປອ Philipp Rösler ຈະ​ໃຫ້​ຄວາມເອົາໃຈໃສ່ໜູນຊ່ວຍ ແລະ ​ເຊື່ອມ​ຕໍ່​ການ​ຮ່ວມ​ມື​ດ້ານ​ການ​ຄົ້ນ​ຄ້ວາ​ວິທະຍາສາດ ​ແລະ​ ການ​ຮ່ວມ​ມື​ບໍາລຸງສ້າງຂະແໜງເຕັກໂນໂລຢີ, ເຕັກນິກ.

ທ່ານ ປອ Philipp Rösler ແຈ້ງໃຫ້ຊາບກ່ຽວກັບແນວຄວາມຄິດສ້າງຕັ້ງບັນດາຮາກ ຖານກໍ່ສ້າງວິຊາຊີບຕິດພັນກັບສະພາບຈິງເພື່ອຊຸກຍູ້ການສຶກສາ ແລະ ບຳລຸງສ້າງຢູ່ ຫວຽດນາມ ບົນພື້ນຖານບັນດາບົດຮຽນຂອງ ເຢຍລະມັນ.

ທ່ານ ກໍ່ໃຫ້ຮູ້​ວ່າ ວັນ​ທີ 12 ​ເມສາ, ມະຫາວິທະຍາ​ໄລ FPT ​ແລະ ສະ​ຖາ​ບັນ​ເຕັກ​ໂນ​ໂລ​ຢີ Schaffhausen (SIT), ມະຫາວິທະຍາ​ໄລ Jacobs Bremen (JUB) ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳການຮ່ວມມື.

ບູນມີ

ເຫດການ
302 Found

Found

The document has moved here.