ຫວຽດນາມ ແລະ ລາວ ຮ່ວມມືກັນຄົ້ນຄວ້າທິດສະດີກ່ຽວກັບການພັດທະນາວັດທະນະທຳ ແລະ ຄົນ

09:31 | 28/12/2023

ຍສໝ - ເປັນເວລາ 2 ວັນ ແຕ່ວັນທີ 19-20 ທັນວາ, ຢູ່ທີ່ແຂວງ ກວາງນິງ ສສ ຫວຽດນາມ, ໄດ້ຈັດກອງປະຊຸມສຳມະນາທິດສະດີ ຄັ້ງທີ 10 ລະຫວ່າງພັກຄອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ພາຍໃຕ້ຫົວຂໍ້ ພັດທະນາວັດທະນະທຳ ແລະ ຄົນ ໃນຂະບວນວິວັດແຫ່ງການພັດທະນາປະເທດຊາດຕາມທິດທາງສັງຄົມນິຍົມ ຂອງຫວຽດນາມ ແລະ ຂອງລາວ. ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນບົດຮຽນຂອງສອງພັກກ່ຽວກັບການນຳພາພັດທະນາວັດທະນະທຳ, ຄົນຕາມການກຳນົດທິດສັງຄົມນິຍົມ.

ຫວຽດນາມ ແລະ ລາວ ຮ່ວມມືຝຶກອົບຮົມພະນັກງານ ແລະ ເຊີດຊູຄຸນຄ່າຂອງເອກະສານເອກະສານສຳເນົາ ຫວຽດນາມ ແລະ ລາວ ຮ່ວມມືຝຶກອົບຮົມພະນັກງານ ແລະ ເຊີດຊູຄຸນຄ່າຂອງເອກະສານເອກະສານສຳເນົາ
ເພີ່ມທະວີການຮ່ວມມືລະຫວ່າງຄະນະເລຂາທິການ ສະພາແຫ່ງຊາດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືລະຫວ່າງຄະນະເລຂາທິການ ສະພາແຫ່ງຊາດ ຫວຽດນາມ ແລະ ລາວ

ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີທ່ານ ຫງວຽນຊວັນຖັງ ກຳມະການກົມການເມືອງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ, ປະທານສະພາທິດສະດີສູນກາງ ເປັນຫົວໜ້າຄະນະຝ່າຍຫວຽດນາມ; ທ່ານກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ; ນອກນີ້ຍັງມີພະນັກງານການນຳ ກະຊວງ, ຂະແໜງການສູນກາງ, ແຂວງກວາງນິງ ແລະ ນັກວິທະຍາສາດທັງຫວຽດນາມ ແລະ ລາວ ເຂົ້າຮ່ວມ.

ຫວຽດນາມ ແລະ ລາວ ຮ່ວມມືກັນຄົ້ນຄວ້າທິດສະດີກ່ຽວກັບການພັດທະນາວັດທະນະທຳ ແລະ ຄົນ

ກອງປະຊຸມສຳມະນາທິດສະດີ ຄັ້ງທີ 10 ລະຫວ່າງພັກຄອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ(ພາຍ: icd.gov.vn)

ທີ່ກອງປະຊຸມ, ທ່ານ ຫງວຽນຊວັນຖັງ ໄດ້ລາຍງານກ່ຽວກັບ ຫົວຂໍ້ທີ່ວ່າ: ພັກຄອມມູນິດຫວຽດນາມ ນຳພາການພັດທະນາວັດທະນະທຳ, ພັດທະນາຄົນໃນຂະບວນວິວັດແຫ່ງການພັດທະນາປະເທດຊາດຕາມທິດສັງຄົມນິຍົມ. ຮອງນາຍົກລັດຖະມົນຕີຂອງລາວ ທ່ານ ກິແກ້ວ ໄຂຄຳພິທູນ ລາຍງານກ່ຽວກັບຫົວຂໍ້ທີ່ວ່າ: ການພັດທະນາວັດທະນະທຳ, ພັດທະນາຄົນໃນຂະບວນວິວັດພັດທະນາປະເທດຊາດຕາມທິດສັງຄົມນິຍົມ ແລະ ບົດຮຽນຂອງລາວ.

ບົດລາຍງານອື່ນໆຂອງບັນດາການນຳ, ນັກທິດສະດີ, ນັກວິທະຍາສາດຂອງທັງສອງຝ່າຍ ລ້ວນແຕ່ສຸມໃສ່ບັນຫາຕົ້ນຕໍທີ່ສຳຄັນຂອງວຽກງານພັດທະນາວັດທະນະທຳ ແລະ ຄົນຢູ່ຫວຽດນາມ ແລະ ລາວ ວ່າ: ໃນຂະບວນວິວັດແຫ່ງຄວາມຮັບຮູ້ຂອງພັກຄອມມູນິດຫວຽດນາມຕໍ່ກັບທີ່ຕັ້ງ ບົດບາດຂອງວັດທະນະທຳ ແລະ ປັດໄຈຄົນໃນພາລະກິດແຫ່ງປ່ຽນແປງໃໝ່ປະເທດຊາດ, ພັດທະນາກຳລັງຄົນທີ່ມີຄຸນນະພາບເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາຕາມທິດສັງຄົມນິຍົມ.

ບັນດາການປຶກສາຫາລືຕ່າງໆ ຍັງໄດ້ເຕື້ອງເຖິງບັນຫາການພັດທະນາວັດທະນະທຳທີ່ເປັນຄົບຊຸດ, ປະສານກົມກຽວກັບການເຕີບໃຫ່ຍທາງເສດຖະກິດ ແລະ ຄວາມກ້າວໜ້າ, ສັງຄົມມີຄວາມສະເໝີພາບ ຊຶ່ງເປັນການກຳນົດທິດພື້ນຖານຂອງຂະບວນວິວັດແຫ່ງການສ້າງສັງຄົມນິຍົມ, ສ້າງ ແລະ ພັດທະນາຄົນໃຫ້ປະຕິບັດຮອບດ້ານ, ຟື້ນຟູສິນລະທຳທາງສັງຄົມ, ສ້າງຄຸນຄ່າຂອງຄົນທາງສັງຄົມ ແລະ ວັດທະນະທຳຫວຽດນາມ, ຫັນບັນດາແນວທາງ, ທັດສະນະ, ແຜນນະໂຍບາຍຂອງພັກຕໍ່ກັບການພັດທະນາວັດທະນະທຳໃຫ້ເປັນລະບອບລະບຽບການ, ສ້າງຄົນໃຫ້ຕື່ນຕົວທາງກົດໝາຍ ແລະ ມີນະໂຍບາຍທີ່ລະອຽດ, ມີຄວາມເປັນໄປໄດ້, ວັດທະນະທຳຕິດພັນກັບກັບການພັດທະນາເສດຖະກິດຢູ່ລາວ.

ບັນດາການປຶກສາຫາລືຕ່າງໆ ກໍ່ຍັງໄດ້ເນັ້ນໜັກເຖິງບົດບາດຫຼັກແຫຼ່ງຂອງພັກໃນການຊີ້ນຳນຳພາປະເທດຊາດ, ຍົກໃຫ້ເຫັນລັກສະນະປະຈັນບານຂອງພັກໃນພາລະກິດແຫ່ງການປ່ຽນແປງໃໝ່ຂອງຫວຽດນາມ ແລະ ລາວ ແລະ ໄດ້ຮັບຜົນສຳເລັດຫຼາຍດ້ານ, ສິ່ງນັ້ນໄດ້ພິສູດໃຫ້ເຫັນແນວທາງແຫ່ງການປ່ຽນແປງໃໝ່ທີາ່ຖືກຕ້ອງຂອງພັກ, ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ແມ່ນສອດຄ່ອງກັບກົດເກນພາວະວິໄສຂອງຫວຽດນາມ ແລະ ລາວ.

ນອກຈາກຊີ້ໃຫ້ເຫັນດ້ານຕັ້ງໜ້າແລ້ວ, ບັນດາບົດລາຍງານຍັງໄດ້ຍົກໃຫ້ເຫັນຂໍ້ຂາດຕົກບົກຜ່ອງ, ຂໍ້ຈຳກັດ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງຈຳນວນໜຶ່ງຂອງພັກ, ທັງສອງປະເທດຄວນສືບຕໍ່ພ້ອມກັນຄົ້ນຄວ້າ, ເພີ່ມເຕີມ ເພື່ອໃຫ້ທິດສະດີມີຄວາມສົມບູນແບບ, ໃນນັ້ນ ມີທັງບັນຫາພັດທະນາວັດທະນະທຳ ແລະ ຄົນ.

ກອງປະຊຸມສຳມະນາຄັ້ງນີ້ມີຄວາມໝາຍຢ່າງເລິກເຊິ່ງທັງທາງທິດສະດີ ແລະ ຕົວຈິງ. ໝາກຜົນຂອງການຄົ້ນຄວ້າຂອງບັນດານັກວິທະຍາສາດທີ່ໄດ້ລາຍງານຢູ່ໃນກອງປະຊຸມນັ້ນ ໄດ້ປະກອບສ່ວນເຮັດໃຫ້ຄັງສາງທິດສະດີທັງສອງຝ່າຍນັບມື້ອຸດົມສົມບູນຍິ່ງຂຶ້ນ, ຊ່ວຍໃຫ້ອົງການຄົ້ນຄວ້າຂອງທັງຫວຽດນາມ ແລະ ລາວ ມີຄຸນນະພາບສູງຂຶ້ນ, ປະກອບສ່ວນໃນການກຳນົດແນວທາງ, ແຜນນະໂຍບາຍ, ນະໂຍບາຍກໍຄືການຊີ້ນຳນຳພາຕົວຈິງຕໍ່ບັນຫາການພັດທະນາວັດທະນະທຳ ແລະ ຄົນ, ປະກອບສ່ວນເຂົ້າໃນການປະຕິບັດມະຕິກອງປະຊຸມໃຫ່ຍຂອງແຕ່ລະພັກຢ່າງມີໄຊ ແລະ ປະສົບຜົນສຳເລັດໃນພາລະກິດແຫ່ງການປ່ຽນແປງໃໝ່ຢູ່ແຕ່ລະປະເທດ.

ສອງຝ່າຍເປັນເອກະພາບຈະຈັດກອງປະຊຸມສຳມະນາທິດສະດີ ຄັ້ງທີ 11 ຢູ່ທີ່ ສປປລ ລາວ.

ລູກເມືອງພວນ

302 Found

Found

The document has moved here.