ການນໍາແຂວງຫົວພັນ ຢ້ຽມຢາມ ແລະອວຍພອນບຸນເຕັດອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງແທັງຮວ໊າ

17:07 | 27/01/2024

ການນໍາແຂວງຫົວພັນ ຢ້ຽມຢາມ ແລະອວຍພອນບຸນເຕັດອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງແທັງຮວ໊າ

ການນໍາກະຊວງພາຍໃນ ແລະຄະນະສາສະໜາລັດຖະບານ ຮັບຫຼຽນໄຊຂອງພັກ ແລະລັດລາວ ການນໍາກະຊວງພາຍໃນ ແລະຄະນະສາສະໜາລັດຖະບານ ຮັບຫຼຽນໄຊຂອງພັກ ແລະລັດລາວ
ການນໍາແຂວງບ່າເຣ້ຍ-ຫວູງເຕົ່າ ຢ້ຽມຢາມ ແລະເຮັດວຽກຢູ່ ແຂວງຊຽງຂວາງ ການນໍາແຂວງບ່າເຣ້ຍ-ຫວູງເຕົ່າ ຢ້ຽມຢາມ ແລະເຮັດວຽກຢູ່ ແຂວງຊຽງຂວາງ

ຕອນບ່າຍວັນທີ 22 ມັງກອນ, ສະຫາຍ ໂດ້ຈ້ອງຮືງ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງແທັງຮວ໊າ, ສສ.ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງແຂວງຫົວພັນ ນໍາໂດຍສະຫາຍ ຄໍາແພງ ໄຊສົມແພງ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ, ສປປ ລາວ ໄດ້ມາອວຍພອນບຸນປີໃໝ່ປະຈໍາຊາດ ປີມະໂລງ 2024 ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງແທັງຮວ໊າ.

ການນໍາແຂວງຫົວພັນ ຢ້ຽມຢາມ ແລະອວຍພອນບຸນເຕັດອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງແທັງຮວ໊າ
ບັນຍາກາດທີ່ການຕ້ອນຮັບ. ພາບ: baothanhhoa.vn

ທີ່ການຕ້ອນຮັບ, ສະຫາຍ ຄໍາແພງ ໄຊສົມແພງ ຫວັງວ່າ ໃນໄລຍະຈະມາເຖິງ, ສອງແຂວງຈະສືບຕໍ່ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນຮ່ວມມືໃຫ້ຂຶ້ນສູ່ລະດັບສູງໃໝ່ ແລະນັບມື້ນັບດີງາມ, ໝັ້ນແກ່ນກວ່າອີກ. ເນື່ອງໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ປະຈໍາຊາດຂອງຫວຽດນາມ - ປີມະໂລງ 2024, ໂດຍຕາງໜ້າໃຫ້ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນລາວບັນດາເຜົ່າແຂວງຫົວພັນ, ສະຫາຍ ຄໍາແພງ ໄຊສົມແພງ ໄດ້ສົ່ງພອນໄຊອັນປະເສີດມາຍັງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງແທັງຮວ໊າ ປີໃໝ່ຈົ່ງມີໄຊຊະນະໃໝ່ຫຼາຍຢ່າງ.

ການນໍາແຂວງຫົວພັນ ຢ້ຽມຢາມ ແລະອວຍພອນບຸນເຕັດອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງແທັງຮວ໊າ

ສະຫາຍ ຄໍາແພງ ໄຊສົມແພງ ມອບຂອງຂວັນໃຫ້ແຂວງແທັງຮວ໊າ. ພາບ: baothanhhoa.vn

ຕາງໜ້າການນຳແຂວງແທັງຮວ໊າ, ສະຫາຍ ໂດ້ຈ້ອງຮືງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນລະຫວ່າງສອງປະເທດ ແລະສອງແຂວງໃນໄລຍະມໍ່ໆມານີ້, ສືບຕໍ່ໄດ້ຮັບການປັບປຸງ, ເພີ່ມທະວີ ແລະພັດທະນາຂຶ້ນສູ່ລະດັບໃໝ່, ນັບມື້ນັບເລິກເຊິ່ງ, ຮອບດ້ານກວ່າອີກ, ບັນລຸໄດ້ໝາກຜົນທີ່ແທດຈິງ ແລະສໍາຄັນໃນແຕ່ລະຂົງເຂດ.

ສະຫາຍ ໂດ້ຈ້ອງຮືງ ສະແດງຄວາມຂອບອົກຂອບໃຈຕໍ່ນໍ້າໃຈ ແລະຄຳອວຍພອນທີ່ດີງາມເຊິ່ງສະຫາຍ ຄໍາແພງ ໄຊສົມແພງ ໄດ້ຕາງໜ້າໃຫ້ຄະນະຜູ້ແທນຂັ້ນສູງ ແລະອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນລາວບັນດາເຜົ່າແຂວງຫົວພັນ ທີ່ສະຫງວນໃຫ້ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງແທັງຮວ໊າ, ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຂອງຫວຽດນາມ. ຂໍອວຍພອນໃຫ້ນໍ້າໃຈມິດຕະພາບຂອງແຂວງແທັງຮວ໊າ-ຫົວພັນ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.