4 ຈຸດສຸມວຽກງານໃນປີ 2024 ຂອງສະມາຄົມ ຫວຽດນາມ - ອາເມລິກາ

10:05 | 11/01/2024

ຍສໝ - ວັນ​ທີ 11 ມັງກອນ ຢູ່​ຮ່າ​ໂນ້ຍ, ສະມາຄົມ​ ຫວຽດນາມ - ອາ​ເມ​ລິ​ກາ​ ໄດ້​ຈັດຕັ້ງ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2023 ​ແລະ ທິດ​ທາງ​ການ​ເຄື່ອນ​ໄຫວ​ປີ 2024. ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ໄດ້​ເຂົ້າ​ຮ່ວມ ​ແລະ ຊີ້​ນຳກອງປະຊຸມ.

ຫວຽດນາມ - ຈຸດທີ່ດຶງດູດຂອງພາກພື້ນ ອາຊີ ໃນລະດູການທ່ອງທ່ຽວ 2024 ຫວຽດນາມ - ຈຸດທີ່ດຶງດູດຂອງພາກພື້ນ ອາຊີ ໃນລະດູການທ່ອງທ່ຽວ 2024
ຖືເປັນສຳຄັນການຂົນຂວາຍປະຕິບັດໂຄງການລົບລ້າງເຮືອນຢູ່ຊົ່ວຄາວໃນປີ 2024 ຖືເປັນສຳຄັນການຂົນຂວາຍປະຕິບັດໂຄງການລົບລ້າງເຮືອນຢູ່ຊົ່ວຄາວໃນປີ 2024

ຕາມທ່ານ ຟານແອງເຊີນ ແລ້ວ, ໃນປີ 2024 ສະມາຄົມ ຫວຽດນາມ - ອາເມລິກາ ຕ້ອງສຸມໃສ່ 4 ວຽກງານຈຸດສຸມຄື: ປັບປຸງການຈັດຕັ້ງຂອງສະມາຄົມ; ຄົ້ນຄວ້າ ​ແລະ ພິຈາລະນາ​ການຈັດ​ຕັ້ງ​ສັບປະດາ​ວິ​ສາ​ຫະກິດ ຫວຽດນາມ ຢູ່ ອາ​ເມ​ລິ​ກາ ຜ່ານ​ສູນ​ສົ່ງ​ເສີມ​ການ​ຄ້າ ຫວຽດນາມ - ອາ​ເມ​ລິ​ກາ; ຕີລາຄາ, ຮັບຮູ້, ສ້າງ “ແຜນທີ່” ບັນດາຄູ່ຮ່ວມມືຂອງສະມາຄົມ ແລະ VUFO ບົນຊ່ອງທາງປະຊາຊົນໃນການພົວພັນກັບ ອາເມລິກາ; ຜັນຂະຫຍາຍຂໍ້ຕົກລົງທີ່ສະມາຄົມໄດ້ລົງນາມ.

4 ຈຸດສຸມວຽກງານໃນປີ 2024 ຂອງສະມາຄົມ ຫວຽດນາມ - ອາເມລິກາ

ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2023 ​ແລະ ທິດ​ທາງ​ການ​ເຄື່ອນ​ໄຫວ​ປີ 2024

ໂດຍປາດ​ຖະໜາ​ວ່າ ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ ຈະມີ​ບັນດາ​ການ​ເຄື່ອນ​ໄຫວທີ່ຕັ້ງໜ້າ​ໃນ​ອະນາຄົດ, ທ່ານ ຟານ​ແອງ​ເຊີນ ​ໃຫ້​ຮູ້​ວ່າ: VUFO ຈະ​ພ້ອມ​ກັບ​ສະມາຄົມ ​ແລະ ​ແລກປ່ຽນ​ຢ່າງ​ເປັນ​ປະຈຳ ​ເພື່ອ​ໜູນ​ຊ່ວຍ​ວຽກ​ງານ​ຂອງ​ສະມາຄົມ​ໃຫ້​ດີ​ກ່ວາ​ອີກ.

ຕາມ​ບົດ​ລາຍ​ງານ ​ແລະ ບັນດາກ່າວຄຳປາໄສ​ທີ່​ກອງ​ປະຊຸມ: ​ໃນ​ປີ 2023, ສະພາບ​ການ​ຂອງ​ໂລກ ​ແລະ ພາກ​ພື້ນໄດ້ມີ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ, ສັບສົນ, ຄາດເດົາ​ໄດ້ຍາກ, ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ສືບ​ຕໍ່​ຢູ່ໃນທ່ວງທ່າພັດທະນາ​ຢ່າງ​ດີງາມ​ຈາກຊຸ່ມປີທີ່ຜ່ານມາ. ພິ​ເສດ​ແມ່ນ​ໃນ​ປີ​ສະ​ເຫຼີມ​ສະຫຼອງ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ - ອາ​ເມ​ລິ​ກາ ໄດ້​ມີ​ຫລາຍ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ທີ່​ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ​ລະ​ຫວ່າງ 2 ປະ​ເທດ. ໂດດເດັ່ນແມ່ນ, 2 ປະ​ເທດ​ໄດ້​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ສູ່​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ແບບ​ຍືນ​ຍົງ ​ເນື່ອງ​ໃນ​ໂອກາດ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Joe Biden ມາ​ຢ້ຽມຢາມ ຫວຽດນາມ ​ແຕ່​ວັນ​ທີ 10-11 ກັນຍາ 2023.

ໃນ​ສະ​ພາບ​ການ​ນັ້ນ, ສະ​ມາ​ຄົມ ​ຫວຽດ​ນາມ - ອາ​ເມ​ລິ​ກາ ໄດ້​ຜັນຂະຫຍາຍ​ຫລາຍ​ການ​ເຄື່ອນ​ໄຫວ​ທີ່​ຟົດຟື້ນ. ພິເສດ, ສະມາຄົມໄດ້ສົມທົບກັນຈັດຕັ້ງລາຍການສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ແລະ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ ​ໂດຍ VUFO ​ເປັນ​ເຈົ້າພາບ​ໃນ​ວັນ​ທີ 2 ທັນວາ 2023. ​ໃນ​ນັ້ນ​ມີ​ກອງ​ປະຊຸມທວນຄືນ 10 ປີ​ແຫ່ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ​ແລະ ການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ແບບ​ຍືນ​ຍົງ ແລະ ເຫດການ​ແລກປ່ຽນ​ມິດຕະພາບ ຫວຽດນາມ - ອາ​ເມ​ລິ​ກາ ​ໄດ້​ດຶງ​ດູດ​ກ່ວາ 3.000 ຄົນ​ເຂົ້າ​ຮ່ວມ.

ປີ 2023, ສະມາຄົມ​ໄດ້​ຕ້ອນຮັບ ​ແລະ ສັບຊ້ອນລາຍການ​ເຮັດ​ວຽກ​ຢູ່ ຫວຽດນາມ ​ໃຫ້ 11 ຄະນະເພື່ອນ​ມິດ, ຄູ່ຮ່ວມມື ອາ​ເມ​ລິ​ກາ ກັບກຸ່ມ​ພາກສ່ວນທີ່​​ຫຼາກ​ຫຼາຍ​ຄື: ນັກ​ເຄື່ອນ​ໄຫວ​ສັນຕິພາບ, ນັກຮົບ​ເກົ່າ, ຍາດຕິ​ພີ່ນ້ອງ​ຂອງ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ນັກຮຽນ, ນັກ​ສຶກສາ, ​ເອກ​ອັກຄະ​ລັດຖະທູດ​ມິດຕະພາບ, ບັນດາ​ອົງການ​ກ່ຽວ​ກັບ​ສາສະໜາ... ບັນດາ​ລາຍການ​ເຮັດ​ວຽກ, ການ​ພົວພັນ, ​ແລກປ່ຽນ ໄດ້ຊ່ວຍ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ຂອງ​ເພື່ອນ​ມິດ ​ແລະ ຄູ່​ຮ່ວມ​ມື ອາ​ເມ​ລິ​ກາ ກ່ຽວ​ກັບ ຫວຽດນາມ, ປະກອບສ່ວນ​ເພີ່ມ​ທະວີ​ການປັບປຸງຊ່ອງທາງແລກປ່ຽນປະຊາຊົນລະຫວ່າງສອງປະເທດ.

​ໃນການປະຕິບັດງານໄກ່ເກ່ຍ, ລະດົມ​ການ​ຊ່ວຍ​ເຫຼືອ, ສະມາຄົມລະດົມ, ​ສົມທົບ​ກັບ​ບັນດາ​ອົງການ​ນັກຮົບ​ເກົ່າ ອາ​ເມ​ລິ​ກາ ​ແລະ ບັນດາ​ອົງການຂອງ​ຍາດຕິ​ພີ່ນ້ອງ​ຂອງ​ບັນດາ​ນັກຮົບ ​ອາ​ເມ​ລິ​ກາ ທີ່ເຂົ້າຮ່ວມສົງຄາມ/​ເສຍ​ຊີວິດ​ຢູ່​ ຫວຽດນາມ (​ເຊັ່ນ: ອົງການຈັດຕັ້ງໂຄງການ 2 ຝ່າຍ - 2SP; ອົງການຈັດຕັ້ງນັກຮົບເກົ່າ ​ອາ​ເມ​ລິ​ກາ ທີ່ເຂົ້າຮ່ວມສົງຄາມ ຫວຽດນາມ - VVA; ອົງການຈັດຕັ້ງນັກຮົບເກົ່າເພື່ອສັນຕິພາບ - VFP...) ຜັນຂະຫຍາຍບັນດາລາຍການໜູນຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ, ຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ, ລະເບີດຝັງດິນທີ່ຍັງບໍ່ທັນແຕກຢູ່ ຫວຽດນາມ.

ການປະຕິບັດງານ​ສົມທົບ​ກັບ​ບັນດາ​ສະມາຄົມ​ມິດຕະພາບ ຫວຽດນາມ - ອາ​ເມ​ລິ​ກາ ຢູ່​ທ້ອງ​ຖິ່ນ ໄດ້ຮັບການຊຸກຍູ້. ສະມາຄົມ​ໄດ້​ແລກປ່ຽນ, ສົມທົບ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ຫວຽດນາມ - ອາ​ເມ​ລິ​ກາ ​ເປັນ​ປະຈຳ ​ໃນ​ການ​ຕ້ອນຮັບ ​ແລະ ນຳ​ບັນດາ​ຄະນະ​​ເພື່ອນ​ມິດ ອາ​ເມ​ລິ​ກາ ​ໄປ​ເຮັດ​ວຽກ​ຢູ່​ທ້ອງ​ຖິ່ນ; ແນະນຳ, ໃຫ້ຄຳປຶກສາທ້ອງ​ຖິ່ນ​ກ່ຽວ​ກັບ​ຂະ​ບວນການ ​ແລະ ລະບຽບ​ການ​ສ້າງ​ຕັ້ງ​ສະມາຄົມ​ຊາວ​ ຫວຽດນາມ - ອາ​ເມ​ລິ​ກາ ຂອງທ້ອງ​ຖິ່ນ.

ທີ່​ກອງ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງ​ວິ​ງ, ປະທານ​ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້ 3 ກຸ່ມ ​ແລະ 4 ບຸກຄົນ​ທີ່​ໄດ້​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ວຽກ​ງານ​ການ​ທູດ​ປະຊາຊົນ ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ປີ 2023.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.