ຖືເປັນສຳຄັນການຂົນຂວາຍປະຕິບັດໂຄງການລົບລ້າງເຮືອນຢູ່ຊົ່ວຄາວໃນປີ 2024

13:42 | 04/01/2024

ຍສໝ - ນີ້​ແມ່ນ​ໜ້າທີ່ສຳຄັນ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ​ປະຊາຊົນ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ບັກ​ຢາງ (ສະຫະພັນ​ມິດຕະພາບ​ແຂວງ ບັກ​ຢາງ) ປີ 2024 ທີ່ໄດ້​ວາງ​ອອກ​ໃນ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ວຽກ​ງານ​ປີ 2024 ເຊິ່ງ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 3 ມັງກອນ​ ຢູ່ ບັກຢາງ.

ມີຫຼາຍກິດຈະກຳຕ້ອນຮັບປີໃໝ່ 2024 ຢູ່ຫວຽດນາມ ມີຫຼາຍກິດຈະກຳຕ້ອນຮັບປີໃໝ່ 2024 ຢູ່ຫວຽດນາມ
ຈູດບັ້ງໄຟດອກ ສະຫຼອງປີໃໝ່ 2024 ທີ່ນະຄອນຫຼວງວຽງຈັນ, ລາວ ຈູດບັ້ງໄຟດອກ ສະຫຼອງປີໃໝ່ 2024 ທີ່ນະຄອນຫຼວງວຽງຈັນ, ລາວ

ສະຫະພັນ​ມິດຕະພາບ​ແຂວງ ບັກ​ຢາງ ກໍ່ວາງອອກ​ເປົ້າ​ໝາຍ​ປ່ຽນ​ແປງໃໝ່ວຽກງານສັນຕິພາບ, ຄວາມ​ສາມັກຄີ, ມິດຕະພາບ, ການ​ຮ່ວມ​ມື​ພັດທະນາ ​ແລະ ການ​ແລກປ່ຽນ​ປະຊາຊົນ. ຕາມ​ນັ້ນ​ແລ້ວ, ກໍ່ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ກັບ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ​ເພື່ອ​ເພີ່ມ​ທະວີການ​ໂຄສະນາ, ​ຂົນຂວາຍ, ເຕົ້າໂຮມ, ສາມັກຄີ​ຂອງ​ຊາວ​ແຂວງ ບັກ​ຢາງ ຢູ່​ຕ່າງປະ​ເທດ; ຊຸກຍູ້​ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ, ປົກ​ປັກ​ຮັກສາ ​ແລະ ​ເສີມຂະຫຍາຍສີສັນ​ຂອງ​ຊາດ​ໃນ​ປະຊາ​ຄົມ​ຊາວຫວຽດນາມ ຢູ່​ຕ່າງປະ​ເທດ; ຊຸກຍູ້​ວິ​ສາ​ຫະກິດ ​ແລະ ຜູ້​ປະກອບ​ການ​ລົງທຶນ​ພັດທະນາ​ເສດຖະກິດ​ທ້ອງ​ຖິ່ນ...

ຖືເປັນສຳຄັນການຂົນຂວາຍປະຕິບັດໂຄງການລົບລ້າງເຮືອນຢູ່ຊົ່ວຄາວໃນປີ 2024

ພາບທີ່ກອງ​ປະ​ຊຸມ

ບົດ​ລາຍ​ງານ​ຊີ້​ແຈ້ງວ່າ: ປີ 2023, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ບັກ​ຢາງ ​ໄດ້​ປ່ຽນແປງໃໝ່​ເນື້ອ​ໃນ, ຮູບ​ແບບ​ການ​ຈັດ​ຕັ້ງ​ບັນດາກິດຈະກຳສາມັກຄີ, ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື​ພັດທະນາ, ການ​ແລກ​ປ່ຽນ​ປະ​ຊາ​ຊົນ​ ແລະ ຂະບວນການ "ປູກລ້ຽງມິດຕະພາບ" ສະຫະພັນ​ມິດຕະພາບ​ແຂວງ​ ໄດ້​ຈັດ​ຕັ້ງ​ຄະນະ​ຜູ້​ແທນ​ໄປ​ຢ້ຽມຢາມ, ​ເຮັດ​ວຽກ ​ແລະ ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ຂອງ​ສະມາຄົມ​ມິດຕະພາບ ​ລາວ - ຫວຽດນາມ ​ແຂວງ ​ໄຊ​ສົມບູນ (ລາວ) ​ໄລຍະ 2023 - 2025; ສົມທົບ​ກັນ​ແນະນຳ​ເນື້ອ​ໃນ​ສັນຍາ​ການ​ຮ່ວມ​ມື​ລະຫວ່າງ​ແຂວງ ບັກ​ຢາງ ​ແລະ ​ແຂວງ Chungcheongnam (ສ.​ເກົາຫຼີ), ໄລຍະ 2023-2030; ຜັນ​ຂະຫຍາຍ​ແຜນການ​ປະຕິບັດ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກັບ​ລັດຖະບານ​ປະຊາຊົນ​ນະຄອນ​ໜານ​ໜິງ, ກວາງ​ຊີ (ຈີນ) ​ໄລຍະ 2023-2028...

ການລະດົມການຊ່ວຍເຫຼືອທີ່ບໍ່ແມ່ນລັດຖະບານຜ່ານບັນດາໂຄງການ ແລະ ການຮ່ວມມືພັດທະນາ, ການຊ່ວຍເຫລືອ, ການກຸສົນ ແລະ ການໜູນຊ່ວຍດ້ານມະນຸດສະທຳ, ການປ້ອງກັນ ແລະ ຄວບຄຸມໄພພິບັດທຳມະຊາດ, ການປົກປັກຮັກສາສິ່ງແວດລ້ອມ, ການສົ່ງເສີມການລົງທຶນ ແລະ ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄດ້ຮັບຄວາມສົນໃຈ ແລະ ບັນລຸໄດ້ໝາກຜົນດີຫຼາຍຢ່າງ.

ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ມິດຕະພາບ​ແຂວງ ບັກ​ຢາງ ​ໄດ້​ປະກອບສ່ວນ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ທຸກ​ຂັ້ນ, ບັນດາ​ການ​ເຄື່ອນ​ໄຫວ​ຂົນຂວາຍ, ຂະບວນການແຂ່ງຂັນ​ ໂດຍແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງການ​ການ​ເມືອງ​ສັງຄົມ​ ປຸກລະດົມຢ່າງມີປະສິດທິຜົນ.

ມິງດຶກ

ເຫດການ
302 Found

Found

The document has moved here.