ກູບາ ຈະໜູນຊ່ວຍນະຄອນ ໂຮ່ຈິມິນ ເພື່ອຜັນຂະຫຍາຍຮູບແບບທ່ານໝໍຄອບຄົວ

15:54 | 04/01/2024

ຍສໝ - ວັນທີ 5 ມັງກອນ, ຢູ່ນະຄອນ ໂຮ່ຈີມິນ, ພະແນກສາທາລະນະສຸກນະຄອນ ໄດ້ຈັດຕັ້ງກອງປະຊຸມສໍາມະນາ “ຊອກຮູ້ກ່ຽວກັບຮູບແບບທ່ານຫມໍຄອບຄົວຂອງປະເທດສາທາລະນະລັດ ກູບາ”. ກອງປະຊຸມສໍາມະນາແມ່ນເພື່ອຮຽນຮູ້​ຮູບ​ແບບສາທາລະນະສຸກທີ່​ປະສົບ​ຜົນສຳ​ເລັດ​ຢ່າງ​ຫຼວງ​ຫຼາຍ​ຢູ່​ ກູ​ບາ, ຈາກ​ນັ້ນ, ນະຄອນກໍ່​ໄດ້​ມີ​ການ​ປ່ຽນ​ແປງຫົວຄິດປະດິດ​ສ້າງ, ເໝາະສົມກັບສະພາບການຕົວ​ຈິງ​ຂອງ​ລະບົບ​ການ​ແພດ​ຢູ່​ຮາກ​ຖານທີ່ມີຢູ່ແລ້ວນັ້ນ.

ລາຍການລະດູບານໃໝ່ບ້ານເກີດເມືອງນອນປີ 2024 ຈະຈັດຂຶ້ນຢູ່ນະຄອນ ໂຮ່ຈິມິນ ລາຍການລະດູບານໃໝ່ບ້ານເກີດເມືອງນອນປີ 2024 ຈະຈັດຂຶ້ນຢູ່ນະຄອນ ໂຮ່ຈິມິນ
ກວດພະຍາດໃຫ້ຄົນທຸກຍາກ - ກິດຈະກຳຊຸກຍູ້ສາຍພົວພັນມິດຕະພາບລະຫວ່າງນະຄອນ ໂຮ່ຈິມິນ ແລະ ແຂວງຄຳມ່ວນ ກວດພະຍາດໃຫ້ຄົນທຸກຍາກ - ກິດຈະກຳຊຸກຍູ້ສາຍພົວພັນມິດຕະພາບລະຫວ່າງນະຄອນ ໂຮ່ຈິມິນ ແລະ ແຂວງຄຳມ່ວນ

​ໃນ​ການໄປປະຕິບັດງານຢູ່ ຫວຽດນາມ, ທ່ານສາດສະດາຈານ, ທ່ານ​ໝໍ José Armando Aronte Villamarín ຊ່ຽວຊານ​ດ້ານ​ແພດສາດ​ຄອບຄົວ​ ກູ​ບາ ໄດ້​ປຶກສາ​ຫາລື​ບັນດາ​ຮູບ​ແບບ​ການ​ແພດ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ເຊັ່ນ: ໂຮງໝໍຢູ່ເມືອງ 8, ເມືອງ​ ບິ່ງແຈ໋ງ, ​ເມືອງ ກູ​ຈີ, ຢ້ຽມຢາມ​ໂຮງໝໍກ້ອນເບົ້າ-ເນື້ອງອກ ນະຄອນ ​ໂຮ່ຈີ​ມິນ, ໂຮງໝໍເສນາຮັກ 175...

ທ່ານໃຫ້ຂໍ້ສັງເກດວ່າ, ການ​ພັດ​ທະ​ນາ​ສາ​ທາ​ລະ​ນະ​ສຸກ​ຮາກ​ຖານ​ຢູ່​ນະ​ຄອນ ​ໂຮ່​ຈິ​ມິນ ​ຍັງ​ຈະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ ເມື່ອ​ກຳ​ລັງ​ແພດ​ພວມສຸມ​ໃສ່ຢູ່ບັນດາ​ໂຮງ​ໝໍ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ. ສິ່ງນີ້ແມ່ນແຕກຕ່າງກັບ ກູບາ ທີ່ທ່ານໝໍ ແລະ ພະຍາບານມີຫຼາຍກວ່າ 50% ໄດ້ແບ່ງປັນໃຫ້ໄປສາ​ທາ​ລະ​ນະ​ສຸກ​ຮາກ​ຖານ​. ບັນດາທ່ານໝໍຢູ່ສາທາລະນະສຸກຮາກຖານ ໄດ້ຮັບການບຳລຸງສ້າງຢ່າງມີແບບມີແຜນ ແລະ ໃນລະບົບປົກກະຕິຕາມຮູບແບບທ່ານໝໍປະຕິບັດຕົວຈິງຮອບດ້ານ.

ກູບາ ຈະໜູນຊ່ວຍນະຄອນ ໂຮ່ຈິມິນ ເພື່ອຜັນຂະຫຍາຍຮູບແບບທ່ານໝໍຄອບຄົວ

ທ່ານສາດສະດາຈານ, ທ່ານໝໍ José Armando Aronte Villamarín, ຜູ້ຊ່ຽວຊານດ້ານການແພດຂອງກູບາ ໄດ້ແນະນຳກ່ຽວກັບຮູບແບບທ່ານໝໍຄອບຄົວ ກູບາ.

ປະຈຸ​ບັນ, ​ແຕ່​ລະ​ທ້ອງ​ຖິ່ນ​ຂອງ ກູ​ບາ ລ້ວນ​ແຕ່​ມີຫ້ອງກວດພະຍາດ 1 ຫ້ອງທີ່ມີ​ບັນດາທ່ານໝໍສຸຂາພິບານວິທະຍາ, ທ່ານໝໍລົງເລິກຂະແໜງ, ພະຍາບານ... ​ຫ້ອງກວດພະຍາດຫຼາຍພະແນກນີ້ ສາມາດ​ຖື​ວ່າ​ເທົ່າທຽມແມ່ນສູນ​ການ​ແພດ​ຂັ້ນ​ເມືອງ​ຂອງ​ ຫວຽດນາມ. ພາຍໃຕ້ແຕ່ລະຫ້ອງກວດພະຍາດຫຼາຍພະແນກຈະມີປະມານ 20-30 ຫ້ອງການທ່ານຫມໍຄອບຄົວ, ຫ້ອງການນີ້ ເໝາະກັບບັນດາສຸກສາລາ. ແຕ່ລະຫ້ອງການທ່ານຫມໍຄອບຄົວ ໄດ້ແບ່ງຄວາມຮັບຜິດຊອບໃຫ້ຄຸ້ມຄອງສຸຂະພາບຂອງປະຊາຊົນປະມານ 1,000 ຄົນ.

ທ່ານສາດສະດາຈານ, ທ່ານໝໍ José Armando Aronte Villamarín ໃຫ້ຮູ້ວ່າ: ສິ່ງທ້າທາຍໃຫຍ່ສຸດຂອງນະຄອນໃນປະຈຸບັນນີ້ ແມ່ນຊັບພະຍາກອນມະນຸດທາງດ້ານການແພດຂັ້ນພື້ນຖານແມ່ນໜ້ອຍ ເມື່ອທຽບໃສ່ກັບຄວາມຕ້ອງການ ແລະ ເປົ້າໝາຍຂອງສາທາລະນະສຸກຄອບຄົວ. ຄວາມຫຍຸ້ງຍາກຕ່າງໆ ແມ່ນຍາກທີ່ຈະລະດົມ ແລະ ແກ່ດຶງບັນດາຮາກຖານຫ້ອງການກວດພະຍາດເອກະຊົນໃຫ້ເຂົ້າຮ່ວມໃນເຄືອຂ່າຍສາທາລະນະສຸກຄອບຄົວ. ປະຊາຊົນກໍຕ້ອງຮັບຮູ້ຢ່າງຖືກຕ້ອງ: ທ່ານຫມໍຄອບຄົວບໍ່ສາມາດປິ່ນປົວພະຍາດທັງຫມົດ, ແທນທີ່ນັ້ນແມ່ນເປັນທີ່ປຶກສາຢູ່ຫ້ອງການປ້ອງກັນພະຍາດ, ເບິ່ງແຍງພະຍາດທົ່ວໄປ ແລະ ຕິດຕໍ່ກັບທ່ານໝໍຊ່ຽວຊານຂອງໂຮງຫມໍໃນເວລາທີ່ມີຄວາມຈໍາເປັນ.

ທ່ານ Villamarín ຢືນຢັນ​ວ່າ ກູ​ບາ ຈະ​ພ້ອມ​ກັບ​ນະຄອນ ​ໂຮ່ຈີ​ມິນ ​ແລະ ຫວຽດນາມ ​ເພື່ອ​ກໍ່ສ້າງ​ຮູບ​ແບບ​ນີ້ ຜ່ານ​ການ​ແລກປ່ຽນ​ປະສົບ​ການ; ຊອກ​ຫາ​ວິ​ທີ​ແກ້​ໄຂ​ເພື່ອ​ດຶງ​ດູດ​ທ່ານ​ຫມໍ​ເຂົ້າ​ຮ່ວມ​ຖັນແຖວທ່ານ​ຫມໍ​ຄອບ​ຄົວ; ຍົກ​ສູງ​ຄຸນ​ນະພາ​ບການກວດ ​ແລະ ປິ່ນປົວ​ພະຍາດ​ຂອງ​ລະບົບ​ການ​ແພດ​ຮາກ​ຖານ...

ທ່ານ ຕັ່ງຈິເທື່ອງ, ຫົວໜ້າ​ພະ​ແນ​ກສາທາ​ລະນະ​ສຸກນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ: ຂະ​ແໜງ​ສາທາລະນະ​ສຸກ​ນະຄອນ ​ໄດ້​ຄາດ​ຄະ​ເນ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ເມື່ອ​ກໍ່ສ້າງ​ເສັ້ນທາງ​ຫັນ​ການ​ເຄື່ອນ​ໄຫວ​ຂອງສຸກສາລາໄປ​ຕາມ​ຮູບແບບການແພດ​ຄອບຄົວ ​ແລະ ປາດ​ຖະໜາ​ຢາກໃຫ້ບັນດາຜູ້ຊ່ຽວຊານດ້ານການແພດແຖວໜ້າຂອງ ກູບາ ໃຫ້ຄໍາແນະນໍາ, ຫນູນຊ່ວຍການຖ່າຍທອດເຕັກນິກໃນໄລຍະຈະມາເຖິງ.

ໂດຍຖືວ່າ ​ໜຶ່ງ​ໃນ​ບັນດາ​ປັດ​ໄຈ​ທີ່​ມີ​ບົດບາດ​ຕັດສິນ​ຄວາມ​ສຳ​ເລັດ​ຂອງ​ຮູບ​ແບບ​ທ່ານ​ໝໍ​ຄອບຄົວ​ຢູ່ ກູ​ບາ ​ແມ່ນ​ການບຳລຸງ​ສ້າງ​ທ່ານ​ໝໍ, ພະແນກາທາລະນະ​ສຸກ ກູ​ບາ ໜູນ​ຊ່ວຍ​ການບຳລຸງ​ສ້າງ​​ໄລຍະສັ້ນ, ໃຫ້ຄຳປຶກສາ​ໃນ​ການ​ກໍ່ສ້າງຂັ້ນຕອນ ​ແລະ ຜັນຂະຫຍາຍຮູບແບບທ່ານ​ໝໍ​ຄອບຄົວ ກູ​ບາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ບັນລຸ​ໄດ້​ໝາກຜົນ​ດີ​ທີ່​ສຸດ, ທ່ານ​ ຕັ່ງຈິເທື່ອງ ກ່າວ​ວ່າ ຕ້ອງ​ມີ​ຫົວຄິດ​ປະດິດ​ສ້າງ, ດັດ​ປັບ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ຂອງ​ລະບົບ​ສາທາລະນະ​ສຸກ​ຂອງ​ນະຄອນ.

ໃນສະເພາະໜ້າ, ປີ 2024, ພະແນກສາທາລະນະ​ສຸກ​ຈະ​ປະກອບຄຳເຫັນໃຫ້ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈິ​ມິນ ເພີ່ມເຕີມໂຄງການ “ຜັນຂະຫຍາຍການທົດລອງຮູບແບບ​ທ່ານ​ໝໍ​ຄອບຄົວ​ຂອງ ກູ​ບາ” ຢູ່​ບາງ​ເມືອງຂອງ​ນະຄອນ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.