ລາຍການລະດູບານໃໝ່ບ້ານເກີດເມືອງນອນປີ 2024 ຈະຈັດຂຶ້ນຢູ່ນະຄອນ ໂຮ່ຈິມິນ

15:57 | 18/12/2023

ຍສໝ - ເນື່ອງ​ໃນ​ໂອ​ກາດບຸນປີໃໝ່ ປີມະໂລງ, ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ, ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດນາມ ຈະ​ເປັນ​ປະ​ທານ ແລະ ສົມທົບ​ກັບ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຈັດ​ຕັ້ງ​ ລາຍການລະດູບານໃໝ່ບ້ານເກີດເມືອງນອນປີ 2024.

ເອກະລັກພິເສດ 'ຕະຫຼາດນັດ - ຕ້ອນຮັບປີໃໝ່ 2024' ເອກະລັກພິເສດ 'ຕະຫຼາດນັດ - ຕ້ອນຮັບປີໃໝ່ 2024'
ຮ່າໂນ້ຍ ຢູ່ໃນ top 100 ນະຄອນທີ່ດີທີ່ສຸດໃນໂລກ ປີ 2024 ຮ່າໂນ້ຍ ຢູ່ໃນ top 100 ນະຄອນທີ່ດີທີ່ສຸດໃນໂລກ ປີ 2024

ນີ້​ແມ່ນ​ລາຍການ​ປະຈຳ​ປີ​ຂອງ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ ​ແລະ ຈະ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ການ​ນຳ, ອະດີດ​ການ​ນຳ​ພັກ, ລັດ, ການ​ນຳ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ບັນດາຄະນະ, ກະຊວງ, ຂະແໜງການ ແລະ ທ້ອງ​ຖິ່ນ.

ລາຍການລະດູບານໃໝ່ບ້ານເກີດເມືອງນອນປີ 2024 ຈະຈັດຂຶ້ນຢູ່ນະຄອນ ໂຮ່ຈິມິນ

ລາຍການລະດູບານ​ໃໝ່​ບ້ານ​ເກີດ​ເມືອງ​ນອນ​ປີ 2023

ລາຍການລະດູບານໃໝ່ບ້ານເກີດເມືອງນອນປີ 2024 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ ​ໂຮ່ຈິ​ມິນ ດ້ວຍ​ເນື້ອ​ໃນ​ຕົ້ນຕໍ​ຄື:

- ເວລາ: ວັນທີ 1-2 ກຸມພາ 2024 (ຄື ວັນທີ 22-23 ທັນວາ ປີເຖາະ).

- ສະຖານທີ່: ນະຄອນ ໂຮ່ຈີມິນ.

ໃນນັ້ນ, ​ລາຍການ​ພົບ​ປະ​, ງານລ້ຽງຕ້ອນຮັບຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ​ລາຍການ​ແລກປ່ຽນ​ສິລະ​ປະ ດ້ວຍ​ຫົວ​ຂໍ້ “ນະຄອນ​ໂຮ່ຈິ​ມິນ - ສືບ​ຕໍ່​ຂຽນ​ມະຫາ​ວິລະ​ຊົນ” ຈະ​ໄດ້​ຈັດຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 2 ກຸມພາ ປີ2024, ຢູ່ ສຳນັກງານ ທົງຍົ໋ດ.

ຄະນະ​ຈັດ​ຕັ້ງ​ຂໍ​ເຊີນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ລົງທະບຽນ​ເຂົ້າ​ຮ່ວມ​ລາຍການ​ໂດຍ​ຜ່ານ​ link:

https://docs.google.com/forms/d/e/1FAIpQLSeohnl-_S4fiEmrLCfNqKo48GA_TQDvdvfSVcK1ez3iH3kHNw/viewform?usp=sf_link.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.