ເປັນຄັ້ງທຳອິດ, ແຂວງ ເຫງ້ອານ ໄດ້ຈັດຕັ້ງການບຳລຸງສ້າງໃຫ້ນັກສຶກສາລາວ ທີ່ຮຽນຢູ່ໂຮງຮຽນມັດທະຍົມປາຍ

01:34 | 25/10/2023

ຍສໝ - ຕ້ອງ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ນັກ​ສຶກສາ​ລາວ​ໃນ​ການ​ຮ່ຳຮຽນ, ດຳລົງ​ຊີວິດ ແລະ ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ໃນ​ຊຸມ​ມື້​ທຳ​ອິດ​ທີ່​ຢູ່​ໄກຄອບຄົວ.

ຮ່າຕິ້ງ ແຫ່ໂຄມໄຟບຸນໄຫ້ວພະຈັນຢ່າງໃຫຍ່ພິລຶກ ເປັນຄັ້ງທຳອິດ ຮ່າຕິ້ງ ແຫ່ໂຄມໄຟບຸນໄຫ້ວພະຈັນຢ່າງໃຫຍ່ພິລຶກ ເປັນຄັ້ງທຳອິດ
ກອງປະຊຸມໂອ້ລົມແລກປ່ຽນບົດຮຽນວຽກງານຍຸຕິທຳລະຫວ່າງແຂວງ ເຫງ້ອານ (ຫວຽດນາມ) ແລະ ແຂວງຊຽງຂວາງ (ລາວ) ກອງປະຊຸມໂອ້ລົມແລກປ່ຽນບົດຮຽນວຽກງານຍຸຕິທຳລະຫວ່າງແຂວງ ເຫງ້ອານ (ຫວຽດນາມ) ແລະ ແຂວງຊຽງຂວາງ (ລາວ)

ນີ້​ແມ່ນ​ຄຳ​ເວົ້າ​ຂອງ​ທ່ານ ໄທ​ວັນ​ແທ່ງ, ຫົວໜ້າ​ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງ ເຫງ້ອານ ທີ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ໂຮງຮຽນສາມັນ​ກິນນອນຊົນ​ເຜົ່າ ມັດທະຍົມຕອນປາຍ ​ເລກ 2 ​ໃນ​ວັນ​ທີ 18 ຕຸລາ.

​ໂຮງຮຽນສາມັນ​ກິນນອນຊົນ​ເຜົ່າ ມັດທະຍົມຕອນປາຍ ​ເລກ 2 ​ ໄດ້ຮັບນັກຮຽນລາວ ຈຳນວນ 31 ຄົນ ຈາກ 6 ແຂວງ ຄື: ແຂວງຊຽງຂວາງ, ຫົວພັນ, ບໍລິຄຳໄຊ, ວຽງຈັນ, ສາລະວັນ ແລະ ຄຳມ່ວນ.

ທີ່​ການ​ພົບ​ປະ, ທ່ານ ​ໂຮ່​ກວກ​ຫວຽດ, ອຳ​ນວຍ​ການ​ໂຮງ​ຮຽນ​ໄດ້​ລາຍ​ງານ​ກ່ຽວ​ກັບ 3 ອາ​ທິດ​ທຳ​ອິດ​ຂອງ​ການ​ສຶກ​ສາ​ຂອງ​ນັກ​ສຶກ​ສາລາວ. ຕາມ​ນັ້ນ​ແລ້ວ, ​ເຖິງ​ວ່າ​ບໍ່​ດົນ​ປານ​ໃດ​ກໍ່ຕາມ, ​ແຕ່​ປະຈຸ​ບັນ, ນັກ​ສຶກສາກໍ່​ໄດ້​ຮ່ຳຮຽນ, ດຳເນີນຊີວິດຢ່າງເປັນປົກກະຕິ ເເລະ ມີຄວາມປອງດອງກັບ​ບັນດາ​ນັກ​ສຶກສາ​ທີ່​ພວມ​ຮ່ຳຮຽນ​ຢູ່​ໂຮງຮຽນ. ປະຈຸ​ບັນ, ບັນດານ້ອງໆທີ່​ພວມ​ຮຽນ​ພາສາ​ຫວຽດນາມ ກັບ​ບັນດາ​ຄູ​ອາຈານ​ຂອງ​ມະຫາວິທະຍາ​ໄລ​ເຫງ້ອານ ​ເປັນ​ເວລາ 8 ຊົ່ວໂມງ/ວັນ. ນອກຈາກນັ້ນ, ນ້ອງໆຍັງໄດ້ເຂົ້າຮ່ວມຫຼາຍວິຊານອກໂມງຮຽນເຊັ່ນ: ສິລະປະການຕໍ່ສູ້, ລອຍນໍ້າ, ກິລາບານເຕະ, ບານສົ່ງ, ແລກປ່ຽນວັດທະນະທໍາ ແລະສິລະປະ.

ເປັນຄັ້ງທຳອິດ, ແຂວງ ເຫງ້ອານ ໄດ້ຈັດຕັ້ງການບຳລຸງສ້າງໃຫ້ນັກສຶກສາລາວ ທີ່ຮຽນຢູ່ໂຮງຮຽນມັດທະຍົມປາຍ
ຊົ່ວໂມງຮຽນພາສາຫວຽດນາມ ສໍາລັບນັກສຶກສາລາວ. (ພາບ: ໜັງສືພິມ ເຫງ້ອານ)

ທ່ານ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄຸນ​ນະພາ​ບການບຳລຸງສ້າງ ​ແລະ ມີ​ຄະນະ​ຄູ​ອາຈານ​ທີ່​ມີ​ຄວາມສາມາດ, ມີ​ປະສົບ​ການ ​ແລະ ຈິງໃຈ​​ໃນ​ການ​ດູ​ແລ ແລະ ສຶກສານັກຮຽນ, ​ໂຮງຮຽນສາມັນ​ກິນນອນຊົນ​ເຜົ່າ ມັດທະຍົມຕອນປາຍ ​ເລກ 2 ​ຈະປະຕິບັດ​ສຳ​ເລັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ ​ແລະ ​ເສີມ​ຂະຫຍາຍ​ບົດບາດ, ຄວາມຮັບຜິດຊອບ​ເປັນ​ຢ່າງ​ດີ; ສ້າງທຸກເງື່ອນໄຂເພື່ອໃຫ້ບັນດານ້ອງໆມີຄວາມຮູ້ສຶກອຸ່ນໃຈໃນການດໍາລົງຊີວິດ ແລະ ສຶກສາຮ່ຳຮຽນ.

ໃນໄລຍະ 10 ປີຜ່ານມາ, ແຂວງ ເຫງ້ອານ ໄດ້ຮັບ ແລະ ບຳລຸງສ້າງນັກຮຽນ ແລະ ນັກສຶກສາລາວ ກວ່າ 2.322 ຄົນ. ສົກຮຽນ 2023 - 2024 ​ແມ່ນ​ປີ​ທຳ​ອິດ​ທີ່​ແຂວງ ​ເຫງ້ອານ ​ໄດ້​ຈັດ​ຕັ້ງ​ການບຳລຸງວ້າງໃຫ້​ນັກຮຽນ​ລາວ​ທີ່​ຮຽນ​ຢູ່​ຊັ້ນ​ມັດທະຍົມ​ປາຍ. ພາຍຫຼັງ​ຜ່ານ​ໄລຍະຮຽນກຽມພາສາ​ຫວຽດນາມ 1 ປີ, ບັນດານັກຮຽນ, ​ນັກ​ສຶກສາ​ຈະ​ສືບ​ຕໍ່​ຮ່ຳຮຽນ​ບັນດາ​ຫຼັກສູດ​ບຳລຸງ​ສ້າງ​ຂອງ​ຫວຽດນາມ ​ແລະ ​ຫຼັກສູດຍົກລະດັບຕາມ​ມາດຕະຖານ​ສາກົນ​ເປັນ​ເວລາ 3 ປີ.

ຫຼັກສູດການ​ສຶກ​ສາ​ຂັ້ນມັດ​ທະ​ຍົມ​ຕອນປາຍ​ຂອງ​ຫວຽດ​ນາມ ໂດຍ​ພື້ນ​ຖານ​ແມ່ນຄ້າຍ​ຄື​ກັບຫຼັກສູດການ​ສຶກ​ສາ​ມັດ​ທະ​ຍົມ​ຕອນປາຍ​ຂອງ​ລາວ ໃນ​ດ້ານ​ໂຄງ​ສ້າງ ແລະ ເວ​ລາ​ສິດ​ສອນ, ແຕ່ວ່າໄດ້ປະມວນຕື່ມ​​ກ່ຽວກັບພື້ນຖານ​​ການສຶກ​ສາ​ຈາກ​ບັນ​ດາ​ປະ​ເທດ​ທີ່​ກ້າວ​ໜ້າ​ທີ່​ໂລກ. ຫຼັງຈາກຮຽນຈົບຫຼັກສູດ, ນັກສຶກສາຈະມີຄວາມຢ່າງພຽງພໍທີ່ຈະຮຽນຕໍ່ໃນລະດັບທີ່ສູງຂຶ້ນໃນສະພາບການເຊື່ອມໂຍງເຂົ້າກັບສາກົນ.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.