ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງ​ການສ້າງແຜນ​ຮ່າງ ກ່ຽວ​ກັບ​ວັດ​ທະ​ນະ​ທຳ ຫວຽດ​ນາມ

17:00 | 24/02/2023

ຍ​ສ​ໝ - ວັນ​ທີ 22 ກຸມ​ພາ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ຫວຽດນາມ ຈັດ​ຕັ້ງ​ການ​ຖະ​ແຫຼງ​ຂ່າວ​ແນະ​ນຳ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ສ້າງ​ແຜນ​ຮ່າງ​ກ່ຽວ​ກັບ​ວັດ​ທ​ະ​ນະ​ທຳ ຫວຽດ​ນາມ (1943 - 2023).

ຫວຽດ​ນາມ ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຫວຽດ​ນາມ ຮຽກ​ຮ້ອງ​ເພີ່ມ​ທະ​ວີ​ການ​ຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ
ສະ​ພາ​ແຫ່ງ​ຊາດ: ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ໃຫ້​ແກ່​ທຸກ​ນັກ​ລົງ​ທຶນ ສະ​ພາ​ແຫ່ງ​ຊາດ: ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ໃຫ້​ແກ່​ທຸກ​ນັກ​ລົງ​ທຶນ
ການ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສຳ​ມະ​ນາ
ທີ່ການ​ຖະ​ແຫຼງ​ຂ່າວກ່ຽວກັບກອງປະຊຸມສຳມະນາ (ພາບ: dangcongsan.vn)

ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງ​ການ​ສ້າງ​ແຜນ​ຮ່າງກ່ຽວ​ກັບ​ວັດ​ທະ​ນະ​ທຳ ຫວຽດ​ນາມ

ວັນ​ທີ 22 ກຸມ​ພາ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ຫວຽດນາມ ໄດ້ຈັດ​ຕັ້ງ​ການ​ຖະ​ແຫຼງ​ຂ່າວ​ແນະ​ນຳ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ສ້າງ​ແຜນ​ຮ່າງ​ກ່ຽວ​ກັບ​ວັດ​ທ​ະ​ນະ​ທຳ ຫວຽດ​ນາມ (1943 - 2023).

ຕາມ​ນັ້ນ​ແລ້ວ, ການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນ​ແມ່ນກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​ລະ​ດັບ​ຊາດ “80 ປີ​ແຫ່ງວັນ​ສ້າງ​ແຜນ​ຮ່າງກ່ຽວ​ກັບ​ວັດ​ທະ​ນະ​ທຳ ຫວຽດ​ນາມ (1943 - 2023) - ຕົ້ນ​ກຳ​ເນີດ ແລະ ກຳ​ລັງ​ໜູນ​ພັດ​ທະ​ນາ” ໄດ້​ດຳ​ເນີນ​ໃນ​ວັນ​ທີ 27 ກຸມ​ພາ ຢູ່​ຮ່າ​ໂນ້ຍ ແລະ ​ໄດ້​ຖ່າຍ​ທອດສົດໄປ​ຍັງ 63 ຈຸດ​ເຊື່ອມ​ຕໍ່​ຢູ່​ສຳ​ນັກ​ງານ​ແຂວງ, ອົງ​ຄະ​ນະ​ພັກ​ແຂວງ ຫຼື ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ​ຂຶຶ້ນ​ກັບ​ສູນ​ກາງ.

ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ເຕື້ອງ​ເຖິງສອງ​ເນື້ອ​ໃນຫຼັກ​ແມ່ນ “ຄຸນ​ດ່າດ້ານ​ທິ​ດ​ສະ​ດີ ແລະ ​ຕົວ​ຈິງຂອ​ງ​ແຜນ​ຮ່າງ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ຫວຽດ​ນາມ”, “ວັດ​ທະ​ນະ​ທຳ, ຊາວ​ຫວຽດ​ນາມ - ພື້ນ​ຖານ​ຈິດ​ໃຈ, ກຳ​ລັງ​ໜູນ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່”. ຜ່ານກອ​ງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ໄດ້​ສືບ​ຕໍ່​ຄົ້ນ​ຄ້​ວາ, ເຮັດ​​ແຈ້ງ ແລະ ມີ​ຄວາມ​ຮູ້​ຢ່າງ​ເລິກ​ເຊິ່ງຕື່ມ​ອີກ​ກ່ຽວກັບບັນ​ດາ​ມູນ​ຄ່າຫຼັກ​ແຫຼ່ງຂອງ​ແຜນຮ່າງກ່ຽວ​ກັບ​ວັດ​ທະ​ນະ​ທຳ ຫວຽດ​ນາມ, ພ້ອມ​ກັນນັ້ນ ກໍ່​ໄດ້​ຮັບ​ຮູ້​ບັນ​ດາ​ບັນ​ຫາທີ່ຄວນເພີ່ມ​ເຕີມ, ປະ​ຕິ​ບັດ​ໃຫ​້​ສຳ​ເລັດ​ໃນ​ວິ​ວັດ​ການ​ໝູນ​ໃຊ້​ຄຸນ​ຄ່າ​ຂອງ​ແຜນຮ່າງ, ຈາກ​ນັ້ນ ​ສະ​ເໜີ​ບັນ​ດາ​ມາດຕະການແກ້ໄຂເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ຂອງ​ເອ​ກະ​ສານ​ເພື່ອ​ເປົ້າ​ໝາຍ​ຟື້ນ​ຟູ​ວັດ​ທະ​ນະ​ທຳ, ສ້າງ​ພື້ນ​ຖານ​ວັດ​ທະ​ນະ​ທຳ ຫວຽດ​ນາມ ທີ່​ກ້າວ​ໜ້າ, ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ.

​ຕາມ ທ່ານ​ສາດ​ສະ​ດາ​ຈານ. ປອ ນາງ ຫງວຽນ​ທິ​ທູ​ເຟືອງ, ຫົວ​ໜ້າ​ສະ​ຖາ​ບັນ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ແຫ່ງ​ຊາດ ຫວຽດ​ນາມ ແລ້ວ, ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ບໍ່​ພຽງ​ແຕ່​ຫວນ​ຄືນ​ຂີດ​ໝາຍ​ທີ່​ເອກ​ອ້າງ​ທະ​ນົງ​ໃຈ​ໃນ 80 ປີ​ກ່ອນເທົ່ານັ້ນ ຫາກຍັງ​ແມ່ນ​ການ​ສືບຕໍ່ຖ່າຍ​ທອດ. ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ​ຫວັງ​ວ່າ ເຫດ​ການ​ລະ​ດັບ​ຊາດ​ນີ້, ລຸ້ນ​ຄົນ​ເຮ​ັດ​ວຽກ​ງານ​ວັດ​ທະ​ນະ​ທຳ​ໃນ​ມື້​ນີ້ ບ​ໍ່​ພຽງ​ແຕ່​ໄດ້ຫວນ​ຄືນ​ຄວາມ​ໝາຍ, ວິ​ໄສ​ທັດຂອງ​ແຜນຮ່າງ​ທີ່​ໄດ້​ກຳ​ເນີດແຕ່ 80 ປີ​ກ່ອນ​ເທົ່າ​ນັ້ນ ຫາກ​ຍັງ​ຕັ້ງຫວັງວ່າຈະ​ມີ​ເອ​ກະ​ສານ, ມາດຕະການແກ້ໄຂທີ່ແທດ​ຈິງ ກ່ຽວ​ກັບ​ການ​ພັ​ດ​ທະ​ນາ​ວັດ​ທະ​ນະ​ທຳ​ໃນ​ສະ​ພາບ​ການ​ປັດ​ຈຸ​ບັນ, ປະ​ຕິ​ບັດ​ບົດ​ກ່າວ​ຄຳ​ເຫັນ​ທີ່ສຸດຈິດສຸດໃຈ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ຢ​ູ່ກອງ​ປະ​ຊຸມ​ວັດ​ນະ​ທະ​ທົ່ວ​ປະ​ເທດ​ປີ 2021: “ວັດ​ທະ​ນະ​ທຳ​ແມ່ນ​ຈິດ​ໃຈຫຼັກແຫຼ່ງ​ແຫ່ງ​ຊາດ, ວັດ​ນະ​ທຳຍັງ​ຄົງ​ຕົວ ຊົນ​ຊາດກໍ່​ຍັງ​ຄົງ​ຕົວ. ວັດ​ນະ​ທະ​ນຳ​ສູນຫາຍ ຊົນ​ຊາດ​ກໍ່​ສູນຫາຍ...​”

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.