ວົງ​ເງິນ​ການ​ນຳ​ເຂົ້າ - ສົ່ງ​ອອກ​ຂອງ ຫວຽດ​ນາມ ເພີ່ມ​ຂຶ້ນ 33%

15:41 | 06/06/2021

ຍ​ສ​ໝ - ເມື່ອ​ທ​ຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020, ວົງ​ເງິນ​ການ​ນຳ​ເຂົ້າ​ສົ່ງ​ອອກ​ສິນ​ຄ້າ ໃນ​ເດືອນ ພຶດ​ສະ​ພາ ເພີ່ມ​ຂຶ້ນ 35,6%, ໃນ​ນັ້ນ ເຂດ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ ເພີ່ມ​ຂຶ້ນ 18,8%, ເຂດ​ມີ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ເພີ່ມ​ຂຶ້ນ 43%.

ບັນ​ດາ​ອົງ​ການທູ​ຕາ​ນຸ​ທູດ, ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຢາກ​ເຂົ້າ​​ເມືອງ, ແຍກ​ປ່ຽວຕິດຕາມອາການ ຢູ່ ຮ່າ​ໂນ້ຍ​ຕ້ອງ​ປະ​ຕິ​ບັດ​ລະ​ບຽບ​ການ​ຫຍັງ ບັນ​ດາ​ອົງ​ການທູ​ຕາ​ນຸ​ທູດ, ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຢາກ​ເຂົ້າ​​ເມືອງ, ແຍກ​ປ່ຽວຕິດຕາມອາການ ຢູ່ ຮ່າ​ໂນ້ຍ​ຕ້ອງ​ປະ​ຕິ​ບັດ​ລະ​ບຽບ​ການ​ຫຍັງ
ປົກ​ປັກ​ຮັກ​ສາ​ມະ​ຫາ​ສະ​ໝຸດ ແລະ ພັດ​ທະ​ນາ​ການ​ຫາ​ເງິນ​ລ້ຽງ​ຊີບ​ແບບ​ຍືນ​ຍົງ​ຢູ່ ຫວຽດ​ນາມ ປົກ​ປັກ​ຮັກ​ສາ​ມະ​ຫາ​ສະ​ໝຸດ ແລະ ພັດ​ທະ​ນາ​ການ​ຫາ​ເງິນ​ລ້ຽງ​ຊີບ​ແບບ​ຍືນ​ຍົງ​ຢູ່ ຫວຽດ​ນາມ
ວົງ​ເງິນ​ການ​ນຳ​ເຂົ້າ - ສົ່ງ​ອອກ​ຂອງ ຫວຽດ​ນາມ ເພີ່ມ​ຂຶ້ນ 33%
ພາບ​ປະ​ກອບ: baochinhphu.vn

ໂດຍ​ບໍ່​ຫົວ​ຊາ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19, ຍອດ​ວົງ​ເງິນ​ການ​ຄ້າ​ນຳ​ເຂົ້າ - ສົ່ງ​ອອກ​ຂອງ ຫວຽດ​ນາມ ໃນ 5 ເດືອ​ນ​ຕົ້ນ​ປີ 2021 ຍັງ​ຮັກ​ສາ​ໄດ້​ການ​ເຕີ​ບ​ໂຕ​ຢູ່​ໃນ​ລະ​ດັບ​ສູງ, ບັນ​ລຸ​ໄດ້ 33,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020.

ຕາມ​ຂໍ້​ມູນ​ຂອງ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ແລ້ວ, ຍອດ​ວົງ​ເງິນ​ການ​ຄ້າ​ນຳ​ເຂົ້າ ສົ່ງ​ອອກ​ສິນ​ຄ້າ ໃນ 5 ເດືອ​ນ​ຕົ້ນ ປີ 2021 ຍັງ​ຮັກ​ສາ​ໄດ້​ການ​ເຕີບ​ໂຕ​ຢູ່​ໃນ​ລະ​ດັ​ສູງ, ບັນ​ລຸ​ໄດ້ 262,25 ຕື້ USD, ເພີ່ມ​ຂຶ້ນ 33,5% ເມື່ອ​ທຽບ​ໃສ່​ກັບ ໄລ​ຍະ ປີ 2020, ໃນ​ນັ້ນ​ວົງ​ເງິນ​ການ​ນຳ​ເຂົ້າ​ສົ່ງ​ອອກ​ບັນ​ລຸ 130,94 ຕື້ USD, ຍອດ​ວົງ​ເງິນ​ນຳ​ເຂົ້າ​ບັນ​ລຸ 131,31 ຕື້ USD , ເພີ່ມ​ຂຶ້ນ 36,4%.

ເມື່ອ​ທ​ຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020, ວົງ​ເງິນ​ການ​ນຳ​ເຂົ້າ​ສົ່ງ​ອອກ​ສິນ​ຄ້າ ໃນ​ເດືອນ ພຶດ​ສະ​ພາ ເພີ່ມ​ຂຶ້ນ 35,6%, ໃນ​ນັ້ນ ເຂດ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ ເພີ່ມ​ຂຶ້ນ 18,8%, ເຂດ​ມີ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ເພີ່ມ​ຂຶ້ນ 43%.

ໃນ 5 ເດືອນ​ຕົ້ນ​ປີ 2021 ມີ ສິນ​ຄ້າ 22 ຊະ​ນິດ​ມີ​ວົງ​ເງິນ​ການ​ສົ່ງ​ອອກ​ບັນ​ລຸ​ກ່​ວາ 1ຕື້ USD, ກວມ​ເອົາ 87,3% ຍອດ​ວົງ​ເງິນ​ສົ່ງ​ອອກ ( ມີ ສິນ​ຄ້າ 6 ປະ​ເທດ ມີ​ວົງ​ເງິນ​ການ​ສົ່ງ​ອອກ​ບັນ​ລຸ​ກ່​ວາ 5 ຕື້ USD, ກວມ​ເອົາ 63,8%), ໃນ​ນັ້ນ​ໂທ​ລະ​ສັບ ແລະ ເຄື່ອງ​ອາ​ໄລ່ ທີ່​ມີ​ມູນ​ຄ່າ​ສົ່ງ​ອອກ​ໃຫຍ່​ທີ່​ສຸດ​ບັນ​ລຸ ກ່​ວາ 21,9ຕື້ USD, ກວມ​ເອົາ 16,7% ຍອດ​ວົງ​ເງິນ​ນຳ​ເຂົ້າ, ເພີ່ມ​ຂຶ້ນ 19,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020, ເອ​ເລັກ​ໂຕ​ນິກ, ກອມ​ພິວ​ເຕີ ແລະ ເຄື່ອງ​ອາ​ໄລ ບັນ​ລຸ 19,5 ຕື້ USD,ເພີ່ມ​ຂຶ້ນ 26%...

ໄລ່​ລວມ 5 ເດືອນ​ຕົ້ນ​ປີ 2021, ວົງ​ເງິນ​ການ​ນຳ​ເຂົ້າ​ສິນ​ຄ້າ ບັນ​ລຸ​ໄດ້​ປະ​ມານ 131,21 ຕື້ USD, ເພີ່ມ​ຂຶ້ນ 36,4% ເມື່ອ​ທຽ​ບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ໃນ​ນັ້ນ​ມີ​ເຂດ​ເສດ​ຖະ​ກິດ ພາຍ​ໃນ​ປະ​ເທດ​ບັນ​ລຸ 45,8 ຕື້ USD, ເພີ່ມ​ຂຶ້ນ 30,2%, ເຂດ​ທີ່​ມີ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ບັນ​ລຸ 85,51 ຕື້ USD, ເພີ່ມ​ຂຶ້ນ 39,9%.

ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ກາ​ນ​ຄ້າ​ຄາດ​ຄະ​ເນ​ວ່າ ການ​ເຄື່ອນ​ໄຫວ​ນ້ຳ​ເຂົ້າ ສົ່ງ​ອອກ​ຈະ​ສືບ​ຕໍ່​ດີ​ຂຶ້ນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ໃນ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ ພວມ​ຄ່ອຍໆ​ໄດ້​ຮັບ​ການ​ປ​ະ​ຕິ​ບັດ​ຢ່າງ​ຮອບ​ດ້ານ ແລະ ມີ​ປະ​ສິດ​ທິ​ຜົນ​ກ່​ວາ. ບັນ​ດາ​ສັນ​ຍາ CPTPP, EVFTA, UKFTA… ສືບ​ຕໍ່​ສ​້າງເງື່ອນ​ໄຂ​ເພື່ອ​ສິນ​ຄ້າ ຫວຽດ​ນາມ ແຊກ​ຊືມ​ເຂົ້າ​ບັນ​ດາ​ຕະຫຼາດ​ຄູ່​ຮ່ວມ​ມື​ກັບ​ພາ​ສີ​ທີ່​ໄດ້​ຮັບ​ບຸ​ລິ​ມະ​ສີ​ດ​ກ່​ວາ, ຜ່ານ​ນັ້ນ​ຊຸກ​ຍູ້​ການ​ສົ່ງ​ອອກເຕີບ​ໂຕ​ຢ່າງ​ແຮງ​ກ່​ວາ​ອີກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ບັນ​ດາ​ອົງ​ການທູ​ຕາ​ນຸ​ທູດ, ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຢາກ​ເຂົ້າ​​ເມືອງ, ແຍກ​ປ່ຽວຕິດຕາມອາການ ຢູ່ ຮ່າ​ໂນ້ຍ​ຕ້ອງ​ປະ​ຕິ​ບັດ​ລະ​ບຽບ​ການ​ຫຍັງ ບັນ​ດາ​ອົງ​ການທູ​ຕາ​ນຸ​ທູດ, ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຢາກ​ເຂົ້າ​​ເມືອງ, ແຍກ​ປ່ຽວຕິດຕາມອາການ ຢູ່ ຮ່າ​ໂນ້ຍ​ຕ້ອງ​ປະ​ຕິ​ບັດ​ລະ​ບຽບ​ການ​ຫຍັງ

ຍ​ສ​ໝ - ພະ​ແນກ​ພົວພັນ​ຕ່າງ​ປະ​ເທດ ຮ່າ​ໂນ້ຍ ​ຫາ​ກໍ່​ປະ​ກາດ​ໃຊ້​ເອ​ກະ​ສານທາງການ​ ສະບັບເລກ​ທີ 873/ NV-LS-NVNONN ລົງ​ວັນ​ທີ 1 ມິ​ຖຸ​ນາ 2021 ກ່ຽວ​ກັບ​ການ​ແນະ​ນຳ​ແກ້​ໄຂ​ຂໍ​້​ສະ​ເໜີ​ການເຂົ້າ​ເມືອງ ແລະ ແຍກປ່ຽວເພື່ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຂອ​ງ​ຊາວ​ຕ່າງ​ປະ​ເທດ ເຊິ່ງລວມ​ມີ​ບັນ​ດາ​ອົງ​ການ​ການ​ທູດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ອົງ​ການ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ.

ປົກ​ປັກ​ຮັກ​ສາ​ມະ​ຫາ​ສະ​ໝຸດ ແລະ ພັດ​ທະ​ນາ​ການ​ຫາ​ເງິນ​ລ້ຽງ​ຊີບ​ແບບ​ຍືນ​ຍົງ​ຢູ່ ຫວຽດ​ນາມ ປົກ​ປັກ​ຮັກ​ສາ​ມະ​ຫາ​ສະ​ໝຸດ ແລະ ພັດ​ທະ​ນາ​ການ​ຫາ​ເງິນ​ລ້ຽງ​ຊີບ​ແບບ​ຍືນ​ຍົງ​ຢູ່ ຫວຽດ​ນາມ

ຍ​ສ​ໝ -ຫວຽດ​ນາມ ໄດ້, ພວມ ແລະ ຈະ​ສຳ​ຜັດ​ກັບ​ທ່າ​ອ່ຽງ​ພັດ​ທະ​ນາ​ຂອງ​ສາ​ກົນ ເພື່​ອ​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ.

ຫວຽດ​ນາມ ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນລະ​ຫວ່າງ ຫວຽດ​ນາມ - ຟີ​ລິບ​ປິນ ແລະ ສາຍ​ພ​ົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ ຫວຽດ​ນາມ ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນລະ​ຫວ່າງ ຫວຽດ​ນາມ - ຟີ​ລິບ​ປິນ ແລະ ສາຍ​ພ​ົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ

ວັນທີ 02 ມິຖຸນາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ຟີລິບປິນ ປະຈຳ ຫວຽດນາມ Meynardo Los Banos Montealegre ແລະ ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສິງກະໂປ ປະຈຳ ຫວຽດນາມ Jaya Ratnam.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.