ຊາວໜຸ່ມ ຫວຽດນາມ-ລາວ ຍາມໃດກໍ່ມີຄວາມສາມັກຄີ, ສັດຊື່ຈິງໃຈ ແລະ ມີຄວາມສະໜິດແໜ້ນໃນການເສີມສ້າງ ມິດຕະພາບ

21:33 | 23/12/2018

ຄະນະຊາວໜຸ່ມ ແລະ ບັນດາຄົນລຸ້ນໃໝ່ ຂອງທັງສອງປະເທດຍາມໃດກໍ່ຈະສາມັກຄີ, ຊື່ສັດ, ສະໜິດແໜ້ນ ແລະ ຮ່ວມແຮງຮ່ວມໃຈ ປະກອບສ່ວນແຕ່ງແຕ້ມ ແລະ ເສີມຂະຫຍາຍ ສາຍພົວພັນ “ມິດຕະພາບ ອັນຍິ່ງໃຫຍ່- ນຳ້ໃຈສາມັກຄີພິເສດ-ຮ່ວມມືຮອບດ້ານ” ລະຫວ່າງ ພັກ-ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ຊາວໜຸ່ມ ຫວຽດນາມ-ລາວ ຍາມໃດກໍ່ມີຄວາມສາມັກຄີ, ສັດຊື່ຈິງໃຈ ແລະ ມີຄວາມສະໜິດແໜ້ນໃນການເສີມສ້າງ ມິດຕະພາບ

ບັນຍາກາດທີ່ການເຮັດວຽກ. (ພາບ: nhandan.com.vn)

ນີ້ແມ່ນການຢັ້ງຢືນຂອງສະຫາຍ ຫງວ໋ຽນ ຫງ໋ອກເລືອງ ເລຂາສູນກາງຊາວໜຸ່ມ, ປະທານສະພາສູນກາງ, ຫົວໜ້າຄະນະຜູ້ແທນຂັ້ນສູງ ສູນກາງ ຊາວໜຸ່ມຄອມມູນິດ ໂຮ່ຈິ໋ມິງ ໃນກອງປະຊຸມເຮັດວຽກຕອນບ່າຍຂອງວັນທີ 21 ທັນວາ ຢູ່ ນະຄອນຫຼວງວຽງຈັນ ກັບ ຄະນະເລຂາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 20-25 ທັນວາ 2018.

ສະຫາຍ ຫງວ໋ຽນ ຫງ໋ອກເລືອງ, ເລຂາສູນກາງຊາວໜຸ່ມ, ປະທານສະພາສູນກາງ, ຫົວໜ້າຄະນະຜູ້ແທນຂັ້ນສູງ ສູນກາງ ຊາວໜຸ່ມຄອມມູນິດ ໂຮ່ຈິ໋ມິງ, ສະຫາຍ ວິລະວອນ ພັນທະວົງ ຮອງກຳມະການ ບໍລິຫານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຮ່ວມເປັນປະທານທີ່ກອງປະຊຸມການເຮັດວຽກ.

ຊາວໜຸ່ມ ຫວຽດນາມ-ລາວ ຍາມໃດກໍ່ມີຄວາມສາມັກຄີ, ສັດຊື່ຈິງໃຈ ແລະ ມີຄວາມສະໜິດແໜ້ນໃນການເສີມສ້າງ ມິດຕະພາບ

ຄະນະຜູ້ແທນສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ຖ່າຍຮູບເປັນທີ່ລະນຶກຢູ່ຫໍພິພິທະພັນ ໄກສອນ ພົມວິຫານ. (ພາບ: nhandan.com.vn)

ກ່າວຄຳເຫັນທີ່ກອງປະຊຸມເຮັດວຽກ ສະຫາຍ ຫງວ໋ຽນ ຫງ໋ອກເລືອງ ເລຂາສູນກາງຊາວໜຸ່ມ, ປະທານສະພາສູນກາງ, ຫົວໜ້າຄະນະຜູ້ແທນຂັ້ນສູງ ສູນກາງ ຊາວໜຸ່ມຄອມມູນິດ ໂຮ່ຈິ໋ມິງ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບໝາກຜົນອັນພົ້ນເດັ່ນຂອງການປະຕິບັດວຽກງານ ຊາວໜຸ່ມ ແລະ ຂະບວນການເຄື່ອນໄຫວເຍົາວະຊົນ ຫວຽດນາມ ທີ່ໄດ້ບັນລຸໃນປີ 2018; ພ້ອມນີ້ສະຫາຍ ຫງວ໋ຽນ ຫງ໋ອກເລືອງ ຍັງໄດ້ແບ່ງປັນບາງຂໍ້ມູນຈຳນວນໜຶ່ງ ກ່ຽວກັບ ແນວທາງນະໂຍບາຍ, ພາລະກິດທີ່ຍິ່ງໃຫຍ່ຂອງ ຄະນະຊາວໜຸ່ມ ໂຮ່ຈິ໋ມິງໃນປີ 2019 ໃນຫົວຂໍ້ “ ປີຂອງອາສາສະໝັກຊາວໜຸ່ມ” ຕິດພັນກັບ ວັນຄົບຮອບ 50 ຂອງການປະຕິບັດຕາມຄຳປະສົງຂອງ ປະທານ ໂຮ່ຈີ໋ມິງ.

ບົນພື້ນຖານຄຳຄິດຄຳເຫັນຂອງ ສະຫາຍ ຮອງເລຂາ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫາຍ ຫງວ໋ຽນ ຫງ໋ອກເລືອງ ໄດ້ຢືນຢັນວ່າ: ປີ 2019 ຊາວໜຸ່ມ ຂອງສອງປະເທດຈະສືບຕໍ່ຄວາມສາມັກຄີ, ສູ້ຊົນເຮັດສຳເລັດໜ້າທີ່ ແລະ ບັນດາເນື້ອໃນ ໂດຍສູນກາງຊາວໜຸ່ມ ຂອງສອງປະເທດໄດ້ເຊັນລົງນາມນຳກັນ.

(ແຫຼ່ງ​ຂໍ້​ມູນ​: ທູຈາງ/ກປ.ອອນໄລ)

ເຫດການ