ໃນໂອກາດຄົບຮອບ ວັນຄູແຫ່ງຊາດຫວຽດນາມ, ຕອນບ່າຍ ວັນທີ 19 ພະຈິກ, ຢູ່ຫ້ອງວ່າການລັດຖະບານ, ນາຍົກລັດຖະມົນຕີ ຫງວ໋ຽນ ຊວນຟຸ໋ກ ໄດ້ພົບປະຄູອາຈານ, ພະນັກງານ ຄຸ້ມຄອງການສຶກສາ ຈຳນວນ 200 ຄົນ,
ນາຍົກລັດຖະມົນຕີໄດ້ແບ່ງປັນວ່າ: ເຄິ່ງເດືອນກ່ອນ, ທ່ານໄດ້ຮູ້ຈັກເລື່ອງ ອ້າຍຄູ ເຖ້ ຢູ່ເມືອງມາງທີ້້ດ, ແຂວງວິ້ງລ່ອງ. ເຖິງວ່າສຸຂະພາບອ່ອນແອ ແລະ ຄວບຄົວທຸກຍາກ, ແຕ່ຄູເຖ້ ຍັງເປັນນຳໃນການປຸກລະດົມບໍລິຈາກເສື້ອຜ້າ, ປື້ມອ່ານກໍ່ຄືປຶ້ມຂຽນ ໃຫ້ແກ່ເດັກນ້ອຍ ຢູ່ບ້ານທີ່ທຸກຍາກ ບອ່ນທີ່ ຄູ ເຖ້ ກຳລັງສິດສອນ.
ທ່ານນາຍົກ ມີຄວາມສະອື້ນໃຈ ຕໍ່ກັບການກະທຳ ທີ່ເປັນແບບຢ່າງຂອງ ອ້າຍຄູເຖ້ ທີ່ທຸ້ມເທໝົດຈິດໝົດໃຈກັບອາຊີບຂອງຕົນ. ຄົບຮອບ 49ວັນ ທີ່ ອ້າຍຄູເຖ້ ເຖິງແກ່ກຳ, ນາຍົກລັດຖະມົນຕີ ໄດ້ສົ່ງຂອງຂວັນຈາລຶກບຸນຄຸນໃຫ້ແກ່ຄອບຄົວອ້າຍຄູເຖ້.
![]() |
ອີກເລື່ອງໜຶ່ງ ທີ່ ນາຍົກລັດຖະມົນ ເລົ່າ ແມ່ນ : ຢູ່ທີ່ ກອງປະຊູມ ສຸດຍອດ APEC ຢູ່ ປະເທດ ປາປົວນິວກີເນຍ ທີ່ຫາກໍ່ສິ້ນສຸດລົງ, ທ່ານ ໄດ້ຖາມ ຜູ້ອຳນວຍການ ບໍລິຫານກອງທຶນການເງິນສາກົນ (IMF) ທ່ານ ນາງ ຄຣິດຕິນ ລາກາດ (Christine Lagarde): “ວິທີແກ້ໄຂເບື້ອງຕົ້ນ ອັນສຳຄັນທີ່ສຸດຂອງ ທ່ານ ແມ່ນຫຍັງ”. ທ່ານ ນາງ ນາງ ຄຣິດຕິນ ລາກາດ ຕອບວ່າ: “ການສຶກສາ”. “ສາມາດເວົ້າໄດ້ວ່າ, ການສຶກສາຕັດສິນ ການພັດທະນາຂອງສັງຄົມ”, ນາຍົກລັດຖະມົນຕີຍົກເລື່ອງ ແລະ ເນັ້ນໜັກ.
ທ່ານນາຍົກລັດຖະມົນຕີ ກໍ່ໄດ້ກວດກາຄືນຜົນງານຂອງຂະແໜງສຶກສາທິການ: ໄດ້ສຳເລັດ ອະນຸບານສຶກສາ ພາກບັງຄັບ 5 ປີ ແລະ ກຳລັງສືບຕໍ່ເປີດກວ້າງພາກບັງຄັບ ໃຫ້ຢູ່ ໃນອາຍຸຕຳ່ກວ່າ; ມັດທະຍົມສຶກສາໄດ້ຖືກຍອມຮັບທົ່ວໂລກຜ່ານບັນດາ ການຕີລາຄາຈັດລຳດັບ ແລະ ລາງວັນສາກົນຕ່າງໆ; ມະຫາວິທະຍາໄລສຶກສາ ມີບາດກ້າວເຂັ້ມແຂງຂື້ນໃນຕາຕະລາງການຈັດອັນດັບຂອງໂລກ, ຂົງເຂດ ແລະ ກຳລັງກ້າວໄປສູ່ການເປັນເຈົ້າຕົນເອງ.
“ປະກອບກຳລັງຫຼາຍທີ່ສຸດໃນບັນດາຜົນສຳເລັດນັ້ນບໍ່ແມ່ນຜູ້ອື່ນຜູ້ໄກ,ແຕ່ແມ່ນຖັນແຖວ ຄູອາຈານ”
![]() |
ນາຍົກລັດຖະມົນຕີ ໄດ້ກ່າວວ່າ: ທ່ານ ເຫັນໃຈກັບແຮງກົດດັນ ທີ່ ກຳລັງຢູ່ເທິງບ່າ ຂອງຄູອາຈານ ກຳລັງໜັກໜ່ວງຂຶ້ນ, ໃນຂະນະທີ່ ຊີວິດການເປັນຢູ່ ແລະ ລາຍໄດ້ຍັງບໍ່ທັນໄດ້ຮັບການປັບປຸງໃຫ້ດີເທົ່າທີ່ຄວນ. ພາກສ່ວນໃດໜຶ່ງຂອງສັງຄົມຍັງບໍ່ທັນເຂົ້າໃຈຢ່າງເລິກເຊິ່ງ, ແບ່ງປັນ ຄວາມຍາກລຳບາກ ຂອງຄູ. “ປີໃໝ່, ງານບຸນ, ຫຼາຍໆອົງການຈັດຕັ້ງ, ຫົວໜ່ວຍ, ວິສາຫະກິດມອບເງິນບຳເນັດໃຫ້ພະນັກງານເປັນສິບໆລ້ານ ແຕ່ວ່າມີໂຮງຮຽນປະຖົມ ໃຫ້ເງິນບຳເນັດພຽງແຕ່ 100.000 ດົງ” .
ຄັດຄຳເວົ້າ ຂອງ ນັກຟິຊິກສາດ ທ່ານ ອານເບີດ ອາລສຕານ (Albert Einstein): “ສຶກສາບໍ່ແມ່ນການທ່ອງຂຶ້ນໃຈ ສິ່ງທີ່ ເຫັນ, ສຶກສາແມ່ນການຝຶກແອບທັກສະ ຈິນຕະນາການ”, ນາຍົກລັດຖະມົນຕີກ່າວວ່າ: ຄູບໍ່ພຽງແຕ່ເອົາຊະນະດ້ວຍຄວາມຮູ້ທີ່ເລິກກວ້າງຂອງຕົນ ແຕ່ດ້ວຍແບບວິທີ, ທັກສະ ໃນການຖ່າຍທອດທີ່ເໝາະສົມ; ບໍ່ພຽງແຕ່ ຢູ່ໜ້າກະດານເທົ່ານັ້ນ ແຕ່ຍັງລວມທັງການດຳລົງຊີວິຈິງນຳອີກດ້ວຍ.
ນາຍົກລັດຖະມົນຕີຢືນຢັນ, ພັກ-ລັດ ຈະສືບຕໍ່ເອົາໃຈໃສ່ພັດທະນາ ຖັ້ນແຖວຄູອາຈານ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາຄູອາຈານເສີມຂະຫຍາຍກຳລັງ, ທັກສະຫົວຄິດປະດິດສ້າງ, ອຸ່ນອ່ຽນທຸ່ນທ່ຽງ ເພື່ອອຸທິດຕົນ. ທ່ານໄດ້ສະເໜີ ກວດຄືນຢ່າງລະອຽດ ແລະ ເຮັ່ງດ່ວນ ສະພາບການປະຈຸບັນ ກ່ຽວກັບຖັ້ນແຖວຄູອາຈານ, ຮັບປະກັນໃຫ້ຄົບຖ້ວນ ແລະ ເສີມຂະຫຍາຍປະສິດທິພາບ; ແກ້ໄຂບັນຫາຂາດ-ເຫຼືອ ຄູອາຈານພາຍໃນ ຢູ່ໃນບາງທ້ອງຖິ່ນ.
ມາຮອດວັນທີ 15 ສິງຫາ 2018, ທົ່ວປະເທດມີ: ຄູອະນຸບານ ຈຳນວນ 1,16 ລ້ານ ຄົນ, ຄູມັດທະຍົມ ແລະ ອາຈານມະຫາວິທະຍາໄລ ຈຳນວນ 70.000 ຄົນ, ພະນັກງານຄຸ້ມຄອງການສຶກສາແຕ່ລະຂັ້ນຫຼາຍກວ່າ 150.000 ຄົນ, ຫຼາຍກວ່າ 99% ຂອງຄູອາຈານໄດ້ຮັບມາດຕະຖານ ແລະ ສູງກວ່າມາດຕະຖານ ກໍ່ສ້າງ. |
(ຫັດທະບູນ)