ເພີ່ມທະວີການຮ່ວມມືມິດຕະພາບລະຫວ່າງແຂວງກວາງນິງ ແລະ 3 ແຂວງພາກເໜືອຂອງລາວ

10:00 | 25/12/2023

ເພີ່ມທະວີການຮ່ວມມືມິດຕະພາບລະຫວ່າງກວາງນິງ ແລະ 3 ແຂວງພາກເໜືອຂອງລາວ

ເພີ່ມທະວີການຮ່ວມມືລະຫວ່າງພະແນກອຸດສາຫະກໍາ ແລະການຄ້າແຂວງດ້ຽນບຽນ ກັບພະແນກອຸດສາຫະກໍາ ແລະການຄ້າ 6 ແຂວງພາກເໜືອຂອງລາວ ເພີ່ມທະວີການຮ່ວມມືລະຫວ່າງພະແນກອຸດສາຫະກໍາ ແລະການຄ້າແຂວງດ້ຽນບຽນ ກັບພະແນກອຸດສາຫະກໍາ ແລະການຄ້າ 6 ແຂວງພາກເໜືອຂອງລາວ
ຊາວໜຸ່ມແຂວງກວ້າງນິງ ແລະ 3 ແຂວງພາກເໜືອຂອງລາວ ພົບປະ ກ່ຽວກັບການເລີ່ມທຸລະກິດທີ່ສ້າງສັນ ແລະ ການພັດທະນາເສດຖະກິດ ຊາວໜຸ່ມແຂວງກວ້າງນິງ ແລະ 3 ແຂວງພາກເໜືອຂອງລາວ ພົບປະ ກ່ຽວກັບການເລີ່ມທຸລະກິດທີ່ສ້າງສັນ ແລະ ການພັດທະນາເສດຖະກິດ

ຫວ່າງແລ້ວນີ້, ສະຫາຍ ຫງວຽນຊວນກີ໋, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງກວາງນິງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນໍາໂດຍສະຫາຍ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີລາວ ເນື່ອງໃນໂອກາດຢ້ຽມຢາມ ແລະເຮັດວຽກຢູ່ແຂວງ ກວາງນິງ.

ເພີ່ມທະວີການຮ່ວມມືມິດຕະພາບລະຫວ່າງແຂວງກວາງນິງ ແລະ 3 ແຂວງພາກເໜືອຂອງລາວ

ສະຫາຍ ຫງວຽນຊວນກີ໋, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງກວາງນິງ ຕ້ອນຮັບສະຫາຍ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີລາວ. ພາບ: baoquangninh.vn

ກ່າວຄຳເຫັນທີ່ການຕ້ອນຮັບ, ສະຫາຍ ຫງວຽນຊວນກີ໋ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ແຂວງ ກວາງນິງ ຍາມໃດກໍ່ເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະລາວ. ແຂວງ ກວາງນິງ ໄດ້ສ້າງການພົວພັນຮ່ວມມືມິດຕະພາບລະຫວ່າງແຂວງ ກວາງນິງ ແລະ 3 ແຂວງພາກເໜືອຂອງລາວ (ຫົວພັນ, ຫຼວງພະບາງ, ໄຊຍະບູລີ) ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ, ເປັນຕົ້ນແມ່ນໜູນຊ່ວຍການພັດທະນາພື້ນຖານໂຄງລ່າງ, ການສຶກສາ; ການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ. ນັບແຕ່ປີ 2012 ມາຮອດປະຈຸບັນ, ທາງແຂວງ ກວາງນິງ ໄດ້ໜູນຊ່ວຍການບໍາລຸງສ້າງລະດັບປະລິນຍາຕີ ໃຫ້ແກ່ນັກສຶກສາລາວ 522 ຄົນ, ດ້ວຍຍອດຈຳນວນເງິນ 123 ຕື້ດົ່ງ.

ປະຈຸບັນ, ແຂວງກວາງນິງ ພວມສຸມໃສ່ຜັນຂະຫຍາຍເນື້ອໃນການຮ່ວມມືໄລຍະ 2022-2026 ລະຫວ່າງແຂວງກວາງນິງ (ຫວຽດນາມ) ກັບແຂວງ: ຫົວພັນ, ຫຼວງພະບາງ, ໄຊຍະບູລີ (ລາວ); ໃນນັ້ນ ສຸມໃສ່ແຫຼ່ງກຳລັງເພື່ອຍົກສູງຄຸນນະພາບການຮ່ວມມືດ້ານການສຶກສາ, ບຳລຸງສ້າງ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດ ຊ່ວຍໃຫ້ 3 ແຂວງພາກເໜືອຂອງລາວ ທີ່ມີຄວາມໝາຍໃນສະເພາະໜ້າ ແລະໃນໄລຍະຍາວ. ເພີ່ມທະວີ ແລະຍົກສູງຄຸນນະພາບການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການກ່ຽວກັບວຽກງານກໍ່ສ້າງພັກ ແລະ ລະບົບການເມືອງ, ພັດທະນາເສດຖະກິດ - ສັງຄົມ... ຜ່ານນັ້ນ, ກໍ່ປະກອບສ່ວນນໍາສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່.

ສ່ວນສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ຮັບຮູ້ ແລະຕີລາຄາສູງຜົນແຫ່ງການຮ່ວມມືລະຫວ່າງແຂວງ ກວາງນິງ ແລະ 3 ແຂວງພາກເໜືອຂອງລາວ ໃນໄລຍະຜ່ານມາ ພິເສດແມ່ນໃນວຽກງານໜູນຊ່ວຍບຳລຸງກໍ່ສ້າງນັກສຶກສາລາວ ຢູ່ແຂວງກວາງນິງ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ສາຍພົວພັນ ຫວຽດນາມ - ລາວ ແມ່ນສາຍພົວພັນພິເສດທີ່ສຸດ. ສະຫາຍ ກິແກ້ວ ໄຂຄຳພິທູນ ຢືນຢັນວ່າ ໃນໄລຍະຈະມາເຖິງຈະມານະພະຍາຍາມຊຸກຍູ້ສາຍພົວພັນຮ່ວມມືມິດຕະພາບລະຫວ່າງສອງຊາດ ໃຫ້ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນກວ່າເກົ່າ.

ບູນມີ

ເຫດການ
302 Found

Found

The document has moved here.