ເພີ່ມທະວີການຮ່ວມມືລະຫວ່າງພະແນກອຸດສາຫະກໍາ ແລະການຄ້າແຂວງດ້ຽນບຽນ ກັບພະແນກອຸດສາຫະກໍາ ແລະການຄ້າ 6 ແຂວງພາກເໜືອຂອງລາວ

16:38 | 25/10/2022

ຕອນບ່າຍວັນທີ 22 ຕຸລາ, ພະແນກອຸດສາຫະກໍາ ແລະການຄ້າແຂວງດ້ຽນບຽນ ສົມທົບກັບພະແນກອຸດສາຫະກໍາ ແລະການຄ້າ 6 ແຂວງພາກເໜືອລາວ: ຜົ້ງສາລີ, ຫຼວງພະບາງ, ອຸດົມໄຊ, ໄຊຍະບູລີ, ຫຼວງນໍ້າທາ, ບໍ່ແກ້ວ ຈັດຕັ້ງກອງປະຊຸມຕີລາຄາໝາກຜົນ 1 ປີ ແລະປຶກສາຫາລືມາດຕະການຜັນຂະຫຍາຍການປະຕິບັດບົດບັນທຶກການຮ່ວມມື ໄລຍະ 2021-2023.

ທ່ານ ເຈິ່ນ​ຕວັນ​ແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ໂອ້ລົມທາງໂທລະສັບກັບທ່ານ Robert Lighthizer ຫົວໜ້າຜູ້ຕາງໜ້າການຄ້າອາເມລິກາ ທ່ານ ເຈິ່ນ​ຕວັນ​ແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ໂອ້ລົມທາງໂທລະສັບກັບທ່ານ Robert Lighthizer ຫົວໜ້າຜູ້ຕາງໜ້າການຄ້າອາເມລິກາ
ຊາວໜຸ່ມແຂວງກວ້າງນິງ ແລະ 3 ແຂວງພາກເໜືອຂອງລາວ ພົບປະ ກ່ຽວກັບການເລີ່ມທຸລະກິດທີ່ສ້າງສັນ ແລະ ການພັດທະນາເສດຖະກິດ ຊາວໜຸ່ມແຂວງກວ້າງນິງ ແລະ 3 ແຂວງພາກເໜືອຂອງລາວ ພົບປະ ກ່ຽວກັບການເລີ່ມທຸລະກິດທີ່ສ້າງສັນ ແລະ ການພັດທະນາເສດຖະກິດ
ບັນຍາກາດທີ່ກອງປະຊຸມ. ພາບ: dienbientv.vn
ບັນຍາກາດທີ່ກອງປະຊຸມ. ພາບ: dienbientv.vn

ທີ່ກອງປະຊຸມ, ບັນດາຜູ້ແທນຂອງພະແນກອຸດສາຫະກໍາ ແລະການຄ້າແຂວງດ້ຽນບຽນ ກັບພະແນກອຸດສາຫະກໍາ ແລະການຄ້າ 6 ແຂວງພາກເໜືອຂອງລາວ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສາຍພົວພັນ ແລະການຜັນຂະຫຍາຍປະຕິບັດບົດບັນທຶກການຮ່ວມມື; ສະພາບການສົ່ງອອກ-ນໍາເຂົ້າ, ການຄ້າຊາຍແດນ... ລະຫວ່າງບັນດາແຂວງ.

ພ້ອມທັງສະເໜີບາງມາດຕະການປະຕິບັດບົດບັນທຶກການຮ່ວມມືໃນໄລຍະຈະມາເຖິງ, ຄື: ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນການຄຸ້ມຄອງ ແລະແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການຄ້າຢູ່ເຂດຊາຍແດນ; ນໍາຜະລິດຕະພັນ OCOP ຂອງສອງຟາກຊາຍແດນ ມາແນະນໍາຢູ່ຕະຫຼາດຂອງກັນ; ຈັດຄະນະເຂົ້າຮ່ວມງານຕະຫຼາດນັດການຄ້າຊາຍແດນ, ກອງປະຊຸມສົ່ງເສີມການຄ້າລະດັບຊາດລະຫວ່າງແຂວງດ້ຽນບຽນ ກັບ 6 ແຂວງພາກເໜືອລາວ...

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.