ໂຮງຮຽນວິທະຍາໄລໄທງວຽນ: ສະເຫຼີມສະຫຼອງ 45 ປີແຫ່ງວັນມູນເຊື້ອ

13:50 | 22/01/2024

ໂຮງຮຽນວິທະຍາໄລໄທງວຽນ: ສະເຫຼີມສະຫຼອງ 45 ປີແຫ່ງວັນມູນເຊື້ອ

ໂທລະເລກຊົມເຊີຍ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ໂທລະເລກຊົມເຊີຍ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ
ກອງປະຊຸມສຳມະນາອອນໄລ ສະເຫຼີມສະຫຼອງ 45 ປີແຫ່ງວັນການພົວພັນທາງການທູດ ຫວຽດນາມ-ໄທ ກອງປະຊຸມສຳມະນາອອນໄລ ສະເຫຼີມສະຫຼອງ 45 ປີແຫ່ງວັນການພົວພັນທາງການທູດ ຫວຽດນາມ-ໄທ

ວັນທີ 20 ທັນວາ, ທີ່ແຂວງໄທງວຽນ, ໂຮງຮຽນວິທະຍາໄລໄທງວຽນ ໄດ້ຈັດຕັ້ງພິທີຕ້ອນຮັບຫຼຽນໄຊມິດຕະພາບຂອງປະເທດ ສປປ ລາວ ແລະຫຼຽນໄຊພະບໍລົມວົງສານຸວົງ Sahametrei ຊັ້ນ Tepidin ຂອງລັດຖະບານພະບໍລົມວົງສານຸວົງກໍາປູເຈຍ; ສະເຫຼີມສະຫຼອງ 45 ປີແຫ່ງວັນມູນເຊື້ອຂອງໂຮງຮຽນ (20-12-1978 / 20-12-2023). ເຂົ້າຮ່ວມມີຜູ້ຕາງໜ້າສະຖານທູດລາວ,ສຖານທູດກໍາປູເຈຍ ປະຈໍາ ຫວຽດນາມ, ການນໍາແຂວງ ແລະນັກສຶກສາເປັນຈໍານວນຫຼວງຫຼາຍຂອງໂຮງຮຽນ.

ໂຮງຮຽນວິທະຍາໄລໄທງວຽນ: ສະເຫຼີມສະຫຼອງ 45 ປີແຫ່ງວັນມູນເຊື້ອ

ບັນຍາກາດທີ່ພິທີປະດັບຫຼຽນໄຊ. ພາບ: TTXVN

ກ່າວຄໍາເຫັນທີ່ພິທີ, ທ່ານ ຟ້າມຮວ່າງເຊິນ ຮອງເລຂາຜູ້ປະຈໍາການຄະນະພັກແຂວງໄທງວຽນ ເນັ້ນໜັກວ່າ ນີ້ແມ່ນການຮັບຮູ້ທີ່ສົມກັບການປະກອບສ່ວນຂອງໂຮງຮຽນໃນການສຶກສາ ແລະພັດທະນາຊັບພະຍາກອນມະນຸດໃຫ້ປະເທດເພື່ອນ, ປະກອບສ່ວນເຂົ້າໃນຜົນສໍາເລັດຂອງວຽກງານການທູດປະຊາຊົນຂອງແຂວງ ແລະຂອງປະເທດ; ພ້ອມທັງ ເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອລະຫວ່າງສາມປະເທດ.

ທ່ານ ຟ້າມຮວ່າງເຊີນ ສະເໜີວ່າ ໃນໄລຍະຈະມາເຖິງໂຮງຮຽນຕ້ອງເອົາໃຈໃສ່ຕື່ມເຖິງບັນດາກຸ່ມຂະແໜງ, ຄື: ເຕັກໂນໂລຢີ, ການບໍລິການ; ອອກແບບປະດິດສ້າງ; ເອເລັກໂຕນິກ...; ຕັ້ງໜ້າ, ເປັນເຈົ້າການປ່ຽນແປງໃໝ່, ໜູນໃຊ້ການຫັນເປັນດີຈີຕອນ ແລະຜົນງານດ້ານວິທະຍາສາດ-ເຕັກໂນໂລຢີ ໃນການສິດສອນ.

ບູນມີ

ເຫດການ
302 Found

Found

The document has moved here.