ເວທີປາໄສການຮ່ວມມືວິສາຫະກິດຫວຽດນາມ - ອີຢິບ

00:00 | 13/12/2023

ຍສໝ - ສະຖານທູດ, ອົງການການຄ້າ ຫວຽດນາມ ປະຈຳ ອີ​ຢິບ ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ​ຮ່ວມ​ເປີດກວ້າງທ້ອງຕະຫຼາດ, ປະກອບສ່ວນ​ເພີ່ມ​ທະວີ​ວົງ​ເງິນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ.

ມີກາລະໂອກາດໃໝ່ຫຼາຍຢ່າງສຳລັບການຮ່ວມມືລະຫວ່າງວິສາຫະກິດ ຫວຽດນາມ ແລະ ອີຢິບ ມີກາລະໂອກາດໃໝ່ຫຼາຍຢ່າງສຳລັບການຮ່ວມມືລະຫວ່າງວິສາຫະກິດ ຫວຽດນາມ ແລະ ອີຢິບ
ເພີ່ມທະວີການຮ່ວມມື້ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ ທີ່ ອີຢິບ ເພີ່ມທະວີການຮ່ວມມື້ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ ທີ່ ອີຢິບ

​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ອີ​ຢິບ, ​ໃນ​ວັນ​ທີ 13 ທັນວາ, ສະຖານທູດ ຫວຽດນາມ ປະຈຳ ອີ​ຢິບ ສົມທົບ​ກັບ​ຫ້ອງການ​ການ​ຄ້າ Giza ໃດ້ຈັດ​ຕັ້ງ​ເວທີ​ປາ​ໄສ​ການຮ່ວມມືວິສາຫະກິດຫວຽດນາມ - ອີຢິບ.

​ເວທີ​ປາ​ໄສ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ຂອງ​ຫ້ອງການ​ການ​ຄ້າ Giza ພ້ອມ​ກັບ​ບັນດາ​ວິ​ສາ​ຫະກິດ ​ຫວຽດນາມ ​ແລະ ອີ​ຢິບ ທີ່​ສົນ​ໃຈ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ເວທີປາໄສການຮ່ວມມືວິສາຫະກິດຫວຽດນາມ - ອີຢິບ

ທ່ານ​ປະທານ​ຫ້ອງການການ​ຄ້າ Osama El-Shahed ກ່າວ​ຄຳ​ປາໃສ​ທີ່​ເວທີ​ປາ​ໄສ.

ກ່າວ​ຄຳປາໃສ​ທີ່​ເຫດການ, ທ່ານ​ປະທານ​ຫ້ອງການການ​ຄ້າ Osama El-Shahed ​ໄດ້​ຕີ​ລາຄາ​ວ່າ ການ​ພົວພັນ​ລະຫວ່າງ ຫວຽດນາມ - ອີ​ຢິບ ມີ​ຄວາມຫຼາກຫຼາຍຮູບແບບ ແລະ ​ແທດ​ຈິງ​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ ​ແລະ ພັດທະນາ. ສອງ​ປະ​ເທດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຜົນ​ປະ​ໂຫຍດ​ລວມ​ໃນ​ພາກ​ພື້ນ ແລະ ສາ​ກົນ.

ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໃນ​ປີ 2022 ບັນລຸ​ເກືອບ 595 ລ້ານ USD ບໍ່​ໄດ້​ສະທ້ອນ​ເຖິງ​ຄວາມ​ເລິກ​ເຊິ່ງ​ແທ້​ຈິງ​ຂອງ​ການ​ພົວພັນ. ສະ​ນັ້ນ, ສອງ​ປະ​ເທດ ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ເພີ່ມ​ທະ​ວີ​ການ​ເພີ່ມ​ທະ​ວີ​ຕົວ​ເລກ​ນີ້ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ແທ້​ຈິງ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ Osama El-Shahed ພິນິດໄສວ່າ, ບັນດານັກລົງທຶນ, ນັກທຸລະກິດ ຫວຽດນາມ ສາມາດຍາດແຍ່ງເອົາທ່າໄດ້ປຽບຂອງ ອີຢິບ, ແມ່ນທ້ອງຕະຫຼາດໃຫຍ່ ເຕັມຄວາມຫວັງ, ມີສະຖານທີ່ຕັ້ງພູມສາດພິເສດ ແລະ ມີພົນລະເມືອງກວ່າ 100 ລ້ານຄົນ. ອີ​ຢິບ ​ແມ່ນ​ປະຕູ​ເພື່ອ​ໃຫ້​ສິນຄ້າ​ຫວຽດນາມ​ເຂົ້າ​ສູ່​ທະວີບ ​ອາ​ຟຼິກາ, , ​ເອີ​ລົບ ​ແລະ ບັນດາ​ປະ​ເທດ ​ອາຣັບ ຍ້ອນ​ບັນດາ​ທ່າ​ໄດ້​ປຽບ​ຂອງ​ສັນຍາ​ການ​ຄ້າ​ເສລີ​ກັບ​ບັນດາ​ທ້ອງຕະຫຼາດ ​ແລະ ບັນດາ​ກຸ່ມ​ເສດຖະກິດ​ຄື COMESA, EFTA, CFTA, Mercosur, ສັນຍາ Agadir, ​ເຂດ​ການ​ຄ້າ​ເສລີ​ອາຣັບ...

ແບ່ງປັນ​ການ​ຕີ​ລາຄາ​ດັ່ງກ່າວ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍ​ຢຸງ ​ໃຫ້​ຮູ້​ວ່າ ການ​ພົວພັນ​ລະຫວ່າງ ຫວຽດນາມ - ອີ​ຢິບ ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ ພາຍຫຼັງ​ການ​ຢ້ຽມຢາມ​ຂັ້ນ​ສູງ​ຂອງ​ສອງ​ການນຳ, ທ່ານອະດີດປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ທີ່​ມາ​ຢ້ຽມຢາມ ອີ​ຢິບ ປີ 2017 ​ແລະ ທ່ານ​ປະທານາທິບໍດີ ອີ​ຢິບ Abdel Fattah Al-Sisi ມາ​ຢ້ຽມ​ຢາມ​ຫວຽດ​ນາມ ປີ 2018.

ພິ​ເສດ​ແມ່ນ​ໃນ​ປີ 2023, ການ​ຢ້ຽມຢາມ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ເຈີ່ນລິວກວາງ ແລະ ທ່ານ​ພົນ​ເອກ, ລັດຖະມົນຕີວ່າການ​ກະຊວງ​ຕຳຫຼວດ ໂຕ່ລຳ ໄດ້​ປະກອບສ່ວນ​ຊຸກຍູ້ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ 2 ຝ່າຍ. 2 ຝ່າຍ​ຕ້ອງ​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ​ກວ່າ​ອີກ ​ເພື່ອ​ຫັນ​ບັນດາ​ໝາກຜົນ​ອັນ​ດີງາມ​ຂອງ​ການ​ຢ້ຽມຢາມ​ເປັນ​ການ​ກະທຳ​ທີ່​ແທດ​ຈິງ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ ​ແລະ ຜົນ​ປະ​ໂຫຍ​ດລວມຂອງ 2 ປະ​ເທດ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ ກວດກາ​ຄືນ​ບາງ​ຂໍ້​ມູນ​ກ່ຽວ​ກັບ​ຮູບ​ການ​ເສດຖະກິດ​ຂອງ​ຫວຽດນາມ ​ໃນ 11 ​ເດືອນ​ຕົ້ນ​ປີ 2023, ​ໃນ​ນັ້ນ ຫວຽດນາມ ສົ່ງ​ອອກ​ສິນຄ້າ​ດ້ວຍ​ມູນ​ຄ່າ 322,5 ຕື້ USD, ວົງ​ເງິນ​ສົ່ງ​ອອກ​ເຂົ້າ​ບັນລຸ 4,4 ຕື້ USD, ກາ​ເຟ​ບັນລຸ 3,5 ຕື້ USD; ຍອດ​ມູນ​ຄ່າ​ການ​ລົງ​ທະ​ບຽນ​ທຶນ FDI ບັນ​ລຸ 28,85 ຕື້ USD.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.