ຫຼັກໝາຍຊາຍແດນສາມປະເທດແຫ່ງຄວາມໄວ້ເນື້ອເຊື່ອໃຈ, ຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ

15:59 | 18/12/2023

ຫຼັກໝາຍຊາຍແດນສາມປະເທດແຫ່ງຄວາມໄວ້ເນື້ອເຊື່ອໃຈ, ສາມັກຄີມິດຕະພາບຫວຽດນາມ - ລາວ - ກຳປູເຈຍ

ບັນດາການເຄື່ອນໄຫວໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1 ບັນດາການເຄື່ອນໄຫວໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1
ກົນໄກປະສານງານເພື່ອປຶກສາຫາລືວິທີ ຊ່ວຍໃຫ້ສະພາແຫ່ງຊາດຫວຽດນາມ - ລາວ - ກຳປູເຈຍ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ກົນໄກປະສານງານເພື່ອປຶກສາຫາລືວິທີ ຊ່ວຍໃຫ້ສະພາແຫ່ງຊາດຫວຽດນາມ - ລາວ - ກຳປູເຈຍ ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ

ຫຼັກໝາຍຊາຍແດນສາມປະເທດຫວຽດນາມ - ລາວ - ກຳປູເຈຍ ຫຼືເອີ້ນວ່າ ຫຼັກໝາຍຊາຍແດນສາມປະເທດອິນດູຈີນ, ເຂດທີ່ເຂົາເຈົ້າເຄີຍເວົ້າວ່າ “ສຽງໄກ່ຂັນຍາມເຊົ້າທັງສາມປະເທດພ້ອມກັນຟັງ” ເປັນສະຖານທີ່ທີ່ມີຊື່ສຽງຢູ່ເຂດເໜືອສຸດໄຕງວຽນ, ສະຖານທີ່ທີ່ດຳເນີນບາງກິດຈະກຳທີ່ມີຄວາມໝາຍ ແລະເປັນສັນຍາລັກທຳອິດໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ຢູ່ເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1 ທີ່ດຳເນີນໃນວັນທີ 14 ທັນວາ.

ມັນຈະບໍ່ຍາກເມື່ອຊອກຮູ້ຂໍ້ມູນກ່ຽວກັບຫຼັກໝາຍຊາຍແດນພິເສດນີ້, ເພາະວ່ານີ້ແມ່ນສະຖານທີ່ທີ່ມີຊື່ສຽງບໍ່ພຽງແຕ່ຢູ່ໃນກອນຕຸມ ຫຼືເຂດໄຕງວຽນ ທີ່ໃຫຍ່ໂຕມະໂຫຖານເທົ່ານັ້ນ, ຫາກຍັງຢູ່ໃນທົ່ວປະເທດອີກດ້ວຍ.

ຫຼັກໝາຍຊາຍແດນສາມປະເທດແຫ່ງຄວາມໄວ້ເນື້ອເຊື່ອໃຈ, ຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ

ທຸງຊາດ ຫວຽດນາມ-ລາວ-ກໍາປູເຈຍ ປິວສະບັດລຽບຕາມເສັ້ນທາງຂຶ້ນຫຼັກໝາຍຊາຍແດນ. ພາບ: qdnd.vn

ຫຼັກໝາຍຊາຍແດນສາມປະເທດ ໂດຍ ຫວຽດນາມ, ລາວ ແລະກຳປູເຈຍ ເຫັນດີເປັນເອກະພາບກໍ່ສ້າງຢູ່ຍອດພູສູງ 1.086 ແມັດ ເໜືອນ້ຳທະເລ, ບ່ອນທີ່ມີພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ ແລະງົດງາມ. ສະຖານທີ່ແຫ່ງນີ້ແມ່ນທັງແມ່ນບ່ອນເລີ່ມຕົ້ນຂອງຊາຍແດນ ຫວຽດນາມ-ກຳປູເຈຍ ທັງແມ່ນບ່ອນສຸດທ້າຍຂອງຊາຍແດນ ຫວຽດນາມ-ລາວ. ຫຼັກໝາຍມີນ້ຳໜັກປະມານ 1 ໂຕນ, ສູງ 2 ແມັດ. ໃນແຕ່ລະດ້ານຂອງຫຼັກໝາຍທີ່ຫັນໜ້າຫາແຕ່ລະປະເທດ ແມ່ນມີເຄື່ອງໝາຍຂອງຊາດ, ບັນທຶກປີທີ່ປັກຫຼັກໝາຍ ແລະຊື່ຂອງປະເທດນັ້ນດ້ວຍຕົວອັກສອນສີແດງຂອງປະເທດນັ້ນ. ຫຼັກໝາຍຊາຍແດນ ຂອງຝ່າຍຫວຽດນາມ ຂຶ້ນກັບຕາແສງ ເບີອີ, ເມືອງ ຫງອກໂຮ່ຍ, ແຂວງກອມຕູມ, ຝ່າຍລາວ ແມ່ນຂຶ້ນກັບແຂວງອັດຕະປື, ຝ່າຍກຳປູເຈຍ ຂຶ້ນກັບແຂວງ Rattanakiri.

ຫຼັກໝາຍຊາຍແດນສາມປະເທດແຫ່ງຄວາມໄວ້ເນື້ອເຊື່ອໃຈ, ຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ

ໃນແຕ່ລະດ້ານຂອງຫຼັກໝາຍມີຊື່ ແລະເຄື່ອງໝາຍຂອງຊາດ ສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ. ພາບ: qdnd.vn

ຢູ່ເທິງຍອດພູສູງທີ່ມີລົມແຮງນີ້, ພວກເຮົາສາມາດເຫັນໄດ້ດິນແດນຂອງ 3 ປະເທດ ຫວຽດນາມ, ລາວ ແລະກຳປູເຈຍ, ແລະຢູ່ທີ່ນີ້ ພວກເຮົາສາມາດຍ່າງອ້ອມໄປສາມປະເທດໄດ້. ຫຼັກໝາຍນີ້ຕັ້ງຫ່າງຈາກດ່ານສາກົນເບີອີ 10 ກິໂລແມັດ, ຫ່າງຈາກສາມແຍກອິນດູຈີນ 3 ກິໂລແມັດ. ນີ້ແມ່ນຫຼັກໝາຍຊາຍແດນສາມປະເທດແຫ່ງທີ 2 ຢູ່ຫວຽດນາມ (ຫຼັກໝາຍຊາຍແດນແຫ່ງທີ 1 ແມ່ນສາມປະເທດ ຫວຽດນາມ - ລາວ - ຈີນ, ໄດ້ຮັບການກໍ່ສ້າງຢູ່ ອາປາຈ໊າຍ, ຕາແສງ ຊິນເທົ່າ, ເມືອງເມື່ອງແຍ໋, ແຂວງ ດ້ຽນບຽນ).

ຫຼັກໝາຍຊາຍແດນ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ລົງມືກໍ່ສ້າງໃນວັນທີ 29 ພະຈິກ 2007, ໄດ້ເປີດສະຫຼອງໃນວັນທີ 18 ມັງກອນ 2008. ນີ້ແມ່ນພະຍານຫຼັກຖານກ່ຽວກັບສັນຕິພາບ ແລະນໍ້າໃຈມິດຕະພາບອ້າຍນ້ອງຂອງສາມປະເທດອິນດູຈີນ, ເປັນສັນຍາລັກສະແດງໃຫ້ເຫັນເຈດຈໍານົງ, ຄວາມມຸ່ງມາດປາດຖະໜາ, ຄວາມຕັດສິນໃຈຂອງລັດຖະບານ ແລະ ປະຊາຊົນ 3 ປະເທດໃນການຮ່ວມມືແກ້ໄຂບັນຫາຊາຍແດນຜືນແຜ່ນດິນ, ເປັນສັນຍາລັກສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈ ແລະຈິດໃຈຮ່ວມມືມິດຕະພາບ ຫວຽດນາມ - ລາວ ແລະ ກຳປູເຈຍ.

ປະຈຸບັນ, ຫຼັກໝາຍຊາຍແດນສາມປະເທດ ແມ່ນແຫ່ງທີ່ນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດ ພວມມັກໄປຢ້ຽມຢາມ. ເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດທ້ອງຖິ່ນ, ຄະນະກຳມະການປະຊາຊົນແຂວງ ກອນຕູມ ໄດ້ເຊັນອະນຸມັດແຜນຮ່າງຂຸດຄົ້ນການທ່ອງທ່ຽວຢູ່ເຂດຫຼັກໝາຍຊາຍແດນຮ່ວມ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ດ້ວຍເປົ້າໝາຍ: ຂຸດຄົ້ນທ່າໄດ້ປຽບທີ່ຕັ້ງຫຼັກໝາຍຊາຍແດນຮ່ວມຂອງ 3 ປະເທດ ເພື່ອສ້າງ ແລະພັດທະນາການທ່ອງທ່ຽວຢູ່ໃນເມືອງຫງອກໂຮ່ຍ ຕາມການວາງແຜນຜັງພັດທະນາການທ່ອງທ່ຽວຂອງແຂວງ, ປະກອບສ່ວນຊຸກຍູ້ພື້ນຖານເສດຖະກິດສິນຄ້າ ແລະຫັນປ່ຽນໂຄງປະກອບເສດຖະກິດຕາມທິດຄ່ອຍໆເພີ່ມກຸ່ມຂະແໜງການບໍລິການ, ທ່ອງທ່ຽວ. ພັດທະນາການທ່ອງທ່ຽວແນໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການປະຕິບັດເປົ້າໝາຍພັດທະນາເສດຖະກິດ - ສັງຄົມຂອງເມືອງຫງອກໂຮ່ຍ ເວົ້າສະເພາະ ແລະໃນບໍລິເວນແຂວງເວົ້າລວມ, ປະກອບສ່ວນສຳຄັນເຂົ້າໃນການລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ຮັກສາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມ.

ຫຼັກໝາຍຊາຍແດນສາມປະເທດແຫ່ງຄວາມໄວ້ເນື້ອເຊື່ອໃຈ, ຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ

ປະຕູໂຂງທາງເຂົ້າສູ່ຫຼັກໝາຍຊາຍແດນສາມປະເທດ. ພາບ: qdnd.vn

ນອກຈາກນັ້ນ, ດ້ວຍທີ່ຕັ້ງພູມສາດ ກໍ່ຄືຄວາມໝາຍພິເສດທີ່ມີສັນຍາລັກແຫ່ງຄວາມໄວ້ເນື້ອເຊື່ອໃຈ, ຄວາມສາມັກຄີໃນການສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບຂອງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ, ໃນຊຸມປີຜ່ານມາ, ຫຼັກໝາຍຊາຍແດນ 3 ປະເທດ ຍາມໃດກໍ່ໄດ້ຮັບເລືອກເຟັ້ນເປັນບ່ອນຈັດຕັ້ງການເຄື່ອນໄຫວມຸ່ງໄປຫາກົກເຄົ້າເຫງົ້າກໍ, ສຶກສາກ່ຽວກັບປະຫວັດສາດມູນເຊື້ອປົກປັກຮັກສາອະທິປະໄຕອັນສັກກາລະບູຊາຂອງຊາດ ແລະຄວາມສາມັກຄີອັນສະໜິດແໜ້ນຂອງສາມປະເທດອິນດູຈີນ; ເປັນສະຖານທີ່ພົບປະແລກປ່ຽນໃນການເຄື່ອນໄຫວການທູດປະຊາຊົນ, ການທູດເຂດຊາຍແດນດ້ວຍຈິດໃຈຮ່ວມມືເພື່ອສັນຕິພາບ ແລະມິດຕະພາບຂອງກຳລັງສະເພາະກິດແຂວງ ກອນຕູມ (ຫວຽດນາມ), ອັດຕະປື (ລາວ) ແລະ ແຂວງ Rattanakiri (ກຳປູເຈຍ).

ພວກເຮົາຫວັງວ່າ ດ້ວຍບັນດາຄຸນຄ່າປະຫວັດສາດ ແລະຄຸນຄ່າສັນຍະລັກແຫ່ງນ້ຳໃຈສາມັກຄີມິດຕະພາບຂອງ 3 ປະເທດອິນດູຈີນ, ລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ຢູ່ເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1 ຈະເພີ່ມພູນຄູນສ້າງ ແລະ ຢືນຢັນຄວາມຈິງທີ່ຍືນຍົງຄົງຕົວຕະຫຼອດໄປທີ່ວ່າ ຫຼັກໝາຍຊາຍແດນສາມປະເທດອິນດູຈີນ ແມ່ນ “ຫຼັກໝາຍ” ແຫ່ງຄວາມໄວ້ເນື້ອເຊື່ອໃຈ, ເຈດຈຳນົງ ແລະເປົ້າໝາຍແມ່ນເພື່ອຮັກສາຄວາມສາມັກຄີ 3 ປະເທດຫວຽດນາມ - ລາວ - ກຳປູເຈຍ.

ພິເສດ, ຫຼັກໝາຍຊາຍແດນສາມຝ່າຍຈະແມ່ນບ່ອນດຳເນີນບັນດາກິດຈະກຳທີ່ມີຄວາມໝາຍໃນຂອບເຂດການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1, ຄື: ທຳຄວາມເຄົາລົບ ແລະທາສີຫຼັກໝາຍອະທິປະໄຕ; ກອງກຳລັງປ້ອງກັນຊາຍແດນ 3 ປະເທດສົມທົບກັນລາດຕະເວນ ແລະກວດກາຫຼັກໝາຍຊາຍແດນ; ປູກຕົ້ນໄມ້ມິດຕະພາບ, ຜ່ານນັ້ນ ສົ່ງສານກ່ຽວກັບຄວາມສາມັກຄີ, ມິດຕະພາບ, ປະກອບສ່ວນສ້າງເສັ້ນຊາຍແດນຫວຽດນາມ - ກຳປູເຈຍ - ລາວ ແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ.

ບູນມີ

ເຫດການ
302 Found

Found

The document has moved here.