ເຄີນເທີ ປາດຖະໜາວ່າ ອົດສະຕຣາລີ ຈະໜູນຊ່ວຍບຳລຸງສ້າງນັກຊ່ຽວຊານໃນຂົງເຂດກະສິກຳ, ການສຶກສາ ແລະ ສາທາລະນະສຸກ

00:00 | 12/12/2023

ຍສໝ - ວັນທີ 12 ທັນວາ, ການນໍານະຄອນ ເຄີນເທີ ໄດ້ໃຫ້ການຕ້ອນຮັບ ແລະເຮັດວຽກກັບທ່ານ Andrew Goledzinowski - ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈໍາ ຫວຽດນາມ ແລະ ບັນດາຊະມາຊິກຄະນະທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ເຄີນເທີ. 2 ຝ່າຍ ​ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາຂົງ​ເຂດຄື່: ​ສຶກສາ, ບຳລຸງ​ສ້າງ, ສາທາລະນະສຸກ, ກະສິກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ເພື່ອ​ປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ...

ອົດສະຕຣາລີ ສະໜັບສະໜູນອຸປະກອນ ເຕັກໂນໂລຊີ ເຂົ້າໃນລະບົບພັດທະນາວິຊາຊີບຄູ ຂອງ ສປປ ລາວ ອົດສະຕຣາລີ ສະໜັບສະໜູນອຸປະກອນ ເຕັກໂນໂລຊີ ເຂົ້າໃນລະບົບພັດທະນາວິຊາຊີບຄູ ຂອງ ສປປ ລາວ
ອົດສະຕຣາລີ ສືບຕໍ່ໜູນຊ່ວຍວັກຊີນ ໂຄວິດ-19 ໃຫ້ຫວຽດນາມ 3,7 ລ້ານ ໂດສ ອົດສະຕຣາລີ ສືບຕໍ່ໜູນຊ່ວຍວັກຊີນ ໂຄວິດ-19 ໃຫ້ຫວຽດນາມ 3,7 ລ້ານ ໂດສ

ທ່ານ ຫງວຽນ​ວັນ​ຮິວ - ກຳມະການ​ສຳຮອງ​ສູນ​ກາງ​ພັກ, ​ເລຂາ​ຄະນະກຳມະການພັກນະຄອນ ເຄີນເທີ ໃຫ້​ຮູ້​ວ່າ ນະຄອນ ເຄີນເທີ ພວມ​ຕັ້ງໜ້າ​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ຍຸດ​ທະ​ສາດ​ມາ​ລົງທຶນ​ຢູ່​ນະຄອນ ເຄີນເທີ ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ສຶກສາ, ສາທາລະນະ​ສຸກ, ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ​ປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ເຄີນເທີ ກໍຕ້ອງມີຊັບພະຍາກອນເພື່ອລົງທືນໃຫ້ທາງດ້ານພື້ນຖານໂຄງລ່າງ, ໂດຍສະເພາະ ແມ່ນບັນດາໂຄງການທີ່ຕິດພັນກັບບັນຫາ ຕ້ານນ້ຳຖ້ວມ, ເຈື່ອນພັງ, ກັນເຈື່ອນ, ປະຕູນໍ້າ... ນອກຈາກນັ້ນ, ເພື່ອແກ້ໄຂການຫັນເປັນວຽກເຮັດງານທຳໃຫ້ປະຊາຊົນທີ່ບໍ່ມີບ່ອນຢູ່ລຽບຕາມຄອງຄອງ, ນະຄອນ ຍັງໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງດ້ານອຸດສາຫະກຳ ເພື່ອດຶງດູດບັນດາວິສາຫະກິດຂະໜາດໃຫຍ່ເຂົ້າມາລົງທຶນໃນນະຄອນ

ເຄີນເທີ ປາດຖະໜາວ່າ ອົດສະຕຣາລີ ຈະໜູນຊ່ວຍບຳລຸງສ້າງນັກຊ່ຽວຊານໃນຂົງເຂດກະສິກຳ, ການສຶກສາ ແລະ ສາທາລະນະສຸກ

ທ່ານ ຫງວຽນ​ວັນ​ຮິວ - ​ເລຂາ​ຄະນະກຳມະການພັກນະຄອນ ເຄີນເທີ (ຂວາ) ​ໃນ​ການ​ພົບ​ປະ​ກັບ​ທ່ານ Andrew Goledzinowski, ​ເອກ​ອັກຄະ​ລັດຖະທູດ ອົດສະຕຣາລີ ປະຈຳ ຫວຽດນາມ.

ທ່ານ ຫງວຽນ​ວັນ​ຮິວ ປາດ​ຖະໜາ​ວ່າ ອົດສະຕຣາລີ ສືບ​ຕໍ່​ມີ​ບັນດາ​ໂຄງການ​ສົມທົບໜູນ​ຊ່ວຍ​ໃຫ້ນະຄອນ ເຄີນເທີ ເວົ້າ​ສະ​ເພາະ, ພາກ​ພື້ນ​ທົ່ງພຽງ​ແມ່​ນ້ຳຂອງ ເວົ້າລວມ ​ເພື່ອ​ດຶງ​ດູດ​ນັກ​ລົງທຶນ ອົດສະຕຣາລີ ມາ​ນະຄອນ ເຄີນເທີ ເພື່ອ​ຮ່ວມ​ມື​ລົງທຶນ; ໜູນ​ຊ່ວຍການບຳລຸງ​ສ້າງ, ບຳລຸງ​ຄະນະ​ຜູ້​ຊ່ຽວຊານ​ຂອງ​ນະຄອນ ເຄີນເທີ ໃນ​ຂົງ​ເຂດ​ກະສິກຳ, ການ​ສຶກສາ ​ແລະ ສາທາລະນະ​ສຸກ ​ແມ່ນ​ກຳລັງ​ແຮງ​ຂອງ​ ອົດສະຕຣາລີ.

ກ່າວ​ຄຳປາໃສ​ທີ່​ກອງ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ Andrew Goledzinowski ​ໃຫ້​ຮູ້​ວ່າ ໃນ​ໄລຍະ​ຜ່ານມານີ້ ຫວຽດນາມ ເວົ້າລວມ, ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ເວົ້າສະເພາະ ​ໄດ້​ມີ​ຫຼາຍ​ມາດ​ຕະການ​ແກ້​ໄຂ​ບັນດາ​ບັນຫາ​ຄື: ແຊກຊຶມເຄັມ, ການ​ຫັນປ່ຽນ​ລ້ຽງຊີບ, ດິນ​ເຈື່ອນ.… ບັນດາວິທີການແກ້ໄຂເຫຼົ່ານີ້ ໄດ້ສະແດງໃຫ້ເຫັນປະສິດທິຜົນທີ່ແນ່ນອນ, ແຕ່ຍັງມີຂໍ້ຈໍາກັດເຊັ່ນ: ການສ້າງເຂື່ອນຕ້ານແຊກຊຶມເຄັມ, ຈະສົ່ງຜົນສະທ້ອນຈາກໄພນໍ້າຖ້ວມ; ການ​ຂຸດ​ຄົ້ນ​ແຫຼ່ງ​ນ້ຳ​ໃຕ້​ດິນ​ຢ່າງ​ບໍ່​ຖືກ​ຕ້ອງ​ຈະ​ພາ​ໃຫ້​ເກີດ​ຫຼຸບລົງ ແລະ ​ດິນ​ເຈື່ອນ...

ທ່ານ​ເອກ​ອັກຄະ​ລັດຖະທູດ Andrew Goledzinowski ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ກ່ວາ​ອີກ​ໃນ​ຂົງ​ເຂດ​ກະສິກຳ​ເຕັກ​ໂນ​ໂລ​ຢີສູງ ​ເພື່ອ​ປັບ​ປຸງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ຕີ​ລາຄາ​ສູງ​ຄວາມ​ສາມາດບົ່ມຊ້ອນ, ທ່າ​ແຮງ, ສະພາບ​ແວດ​ລ້ອມ​ແຫ່ງ​ການລົງທຶນທຸລະ​ກິດນັບ​ມື້​ນັບປອດໂປ່ງຢູ່​ນະຄອນ ເຄີນເທີ, ທ່ານ​ເອກ​ອັກຄະ​ລັດຖະທູດ Andrew Goledzinowski ຄາດ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ມີ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ ອົດສະຕຣາລີ ຫຼາຍ​ຄົນ​ມາ​ນະຄອນ ເຄີນເທີເພື່ອ​ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ລົງທຶນ.

ມິງດຶກ

ເຫດການ
302 Found

Found

The document has moved here.