ຫວຽດນາມ - ລາວ ສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນ

00:00 | 08/12/2023

ຫວຽດນາມ - ລາວ ສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນ

ເພີ່ມທະວີວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19 ເພີ່ມທະວີວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19
ເພີ່ມທະວີໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ລະຫວ່າງ ແຂວງກອນຕູມ ແລະ ແຂວງອັດຕະປື ສປປ ລາວ ເພີ່ມທະວີໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ລະຫວ່າງ ແຂວງກອນຕູມ ແລະ ແຂວງອັດຕະປື ສປປ ລາວ

ຫວ່າງແລ້ວນີ້, ທີ່ຄະນະກໍາມະການປະຊາຊົນເມືອງ ເມືອງແຍ໊, ແຂວງດ້ຽນບຽນ, ຄະນະປະຕິບັດງານບັນດາຄ້າຍທະຫານຊາຍແດນ: ນາໂກຊາ, ແລງຊູຊີນ, ເມືອງແຍ໊, ນໍ້າແກ່ (ທະຫານຊາຍແດນແຂວງດ້ຽນບຽນ) ນໍາໂດຍພັນໂທ ຟານຫງອັກຕວ໋ານ ຫົວໜ້າຄ້າຍທະຫານຊາຍແດນ ແລງຊູຊີນ ພ້ອມຄະນະ ໄດ້ເປັນເຈົ້າພາບຈັດຕັ້ງກອງປະຊຸມພົບປະປະຈໍາປີ ຄັ້ງທີ II ປີ 2023 ກັບກອງຮ້ອຍທະຫານຊາຍແດນ 117, ກອງບັນຊາການທະຫານແຂວງຜົ້ງສາລີ ນໍາ ໂດຍພັນຕີ ເປົ່າແກ້ວ ສຸລະພົນ ຫົວໜ້າກອງຮ້ອຍທະຫານຊາຍແດນ 117.

ບົນນໍ້າໃຈສາມັກຄີ, ມິດຕະພາບພິເສດ, ຄວາມເຂົ້າໃຈ, ເຄົາລົບເຊິ່ງກັນ ແລະກັນ, ຄະນະຜູ້ແທນຂອງສອງຝ່າຍ ໄດ້ແລກປ່ຽນຢ່າງກົງໄປກົງມາກ່ຽວກັບສະພາບການຊາຍແດນ; ວຽກງານສົມທົບກັນຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາ; ສະກັດກັ້ນ ແລະຕ້ານການເຂົ້າອອກເມືອງຜິດແບບກົດໝາຍ; ຕີລາຄາໝາກຜົນໃນວຽກງານສົມທົບກັນ ແລະເປັນເອກະພາບຕໍ່ທິດທາງຮ່ວມມືໃນຕໍ່ໜ້າ.

ຫວຽດນາມ - ລາວ ສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນ

ຜູ້ຕາງໜ້າສອງຝ່າຍ ເຊັນບົດບັນທຶກຊ່ວຍຈໍາໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະຕໍ່ສູ້ສະກັດກັ້ນ, ຕ້ານອາດຊະຍາກໍາ, ສະກັດກັ້ນ ແລະຕ້ານການເຂົ້າອອກເມືອງຜິດແບບກົດໝາຍ. ພາບ: bienphong.com.vn

ທີ່ກອງປະຊຸມ, ຜູ້ຕາງໜ້າສອງຝ່າຍ ໄດ້ລົງນາມບົດບັນທຶກຊ່ວຍຈໍາໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະຕໍ່ສູ້ສະກັດກັ້ນ ແລະຕ້ານອາດຊະຍາກໍາ, ສະກັດກັ້ນ ແລະຕ້ານການເຂົ້າອອກເມືອງແບບຜິດກົດໝາຍ.

ພາຍຫຼັງສິ້ນສຸດກອງປະຊຸມ, ສອງຝ່າຍ ໄດ້ຈັດຕັ້ງບັນດາການເຄື່ອນໄຫວໄປທັດສະນະສຶກສາ, ພົບປະແລກປ່ຽນສິລະປະວັດທະນະທໍາ, ກິລາ, ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ມິດຕະພາບແບບພິເສດລະຫວ່າງທະຫານຊາຍແດນແຂວງດ້ຽນບຽນ ແລະກໍາລັງປົກປັກຮັກສາຊາຍແດນປະເທດລາວ ເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງບັນດາຄ້າຍທະຫານຊາຍແດນ: ນາໂກຊາ, ແລງຊູຊີນ, ເມືອງແຍ໊, ນໍ້າແກ່ ແລະກອງຮ້ອຍທະຫານຊາຍແດນ 117. ຜ່ານນັ້ນ, ກໍ່ສົມທົບກັນປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນຂອງສອງປະເທດໄວ້ຢ່າງໝັ້ນຄົງ.

ບູນມີ

ເຫດການ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ອ່ານຫຼາຍທີ່ສຸດ