ເພີ່ມທະວີວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19

07:55 | 01/09/2020

ຍສໝ - ທ່ານພົນໂທ ຟານວັນຢາງ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຮຽກຮ້ອງໃຫ້ກອງບັນຊາການທະຫານຊາຍແດນ ແລະບັນດາອົງການກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ຍົກສູງກຳລັງຄວາມສາມາດຂອງທະຫານຊາຍແດນ ໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະປ້ອງກັນ ແລະຕ້ານພະຍາດໂຄວິດ-19 ຢ່າງທັນການ.

ເພ ມທະວ ວຽກງານຄ ມຄອງ ປ ກປ ກຮ ກສາຊາຍແດນ ແລະປ ອງກ ນ ຕ ານພະຍາດໂຄວ ດ 19 ຫວຽດນາມ ໄດ້ນຳສົ່ງພົນລະເມືອງຈຳນວນ 340 ຄົນຈາກປະເທດມາກາວ ກັບຄືນບ້ານຢ່າງປອດໄພ

ຍສໝ - ວັນທີ 30 ສິງຫາ, ອົງການທີ່ມີໜ້າທີ່ຫວຽດນາມ, ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ໄຕ້ຫວັນ ໄດ້ສົມທົບກັບອົງການທີ່ມີໜ້າທີ່ຂອງມາກາວ ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ມາກາວ (ຈີນ) ເພື່ອນຳສົ່ງພົນລະເມືອງຫວຽດນາມ ຈຳນວນຫຼາຍກວ່າ 340 ຄົນຈາກມາກາວ (ຈີນ) ກັບຄືນບ້ານຢ່າງປອດໄພ.

ເພ ມທະວ ວຽກງານຄ ມຄອງ ປ ກປ ກຮ ກສາຊາຍແດນ ແລະປ ອງກ ນ ຕ ານພະຍາດໂຄວ ດ 19 ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ແມ່ນ 25.377.710 ຄົນ, ໃນນັ້ນຜູ້ເສຍຊີວິດແມ່ນ 850.149 ຄົນ

ອາເມລິກາ ມີຈຳນວນຜູ້ຕິດເຊື້ອໂຄວິດ ແລະ ມີຜູ້ເສຍຊີວິດຫຼາຍກວ່າໝູ່.

ເພ ມທະວ ວຽກງານຄ ມຄອງ ປ ກປ ກຮ ກສາຊາຍແດນ ແລະປ ອງກ ນ ຕ ານພະຍາດໂຄວ ດ 19
ບັນຍາກາດທີ່ກອງປະຊຸມ. ພາບ:ຮວ່າງຮ່າ

ໃນຕອນເຊົ້າຂອງວັນທີ 31 ສິງຫາ 2020, ທີ່ຮ່າໂນ້ຍ ສສ.ຫວຽດນາມ, ກົມໃຫຍ່ເສນາທິການ ໄດ້ຈັດຕັ້ງກອງປະຊຸມກ່ຽວກັບຄວາມຕ້ອງການລົງທຶນດ້ານກຳລັງຄວາມສາມາດຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງກອງບັນຊາການທະຫານຊາຍແດນ. ທີ່ກອງປະຊຸມ, ທ່ານພົນໂທ ຟານວັນຢາງ ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ສະເໜີໃຫ້ກອງບັນຊາການທະຫານຊາຍແດນ ຕ້ອງສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບບັນດາອົງການກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ. ພ້ອມທັງ ຮຽກຮ້ອງໃຫ້ກອງບັນຊາການທະຫານຊາຍແດນ ແລະບັນດາອົງການກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ເສີມຂະຫຍາຍຈິດໃຈຮັບຜິດຊອບ, ກໍ່ສ້າງແຜນການ, ວິທີການຢ່າງລະອຽດ, ສັງລວມລາຍງານໃຫ້ຂັ້ນຕ່າງໆຄົ້ນຄວ້າ, ຈັດຕັ້ງການຜັນຂະຫຍາຍປະຕິບັດໂດຍໄວ ເພື່ອຍົກສູງກຳລັງຄວາມສາມາດຂອງທະຫານຊາຍແດນ ໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ແລະປ້ອງກັນ ແລະຕ້ານພະຍາດໂຄວິດ-19 ຢ່າງທັນການ.

ເພ ມທະວ ວຽກງານຄ ມຄອງ ປ ກປ ກຮ ກສາຊາຍແດນ ແລະປ ອງກ ນ ຕ ານພະຍາດໂຄວ ດ 19 ບໍ່ມີການບີບບັງຄັບອອກແຮງງານໃນຄຸກ ຢູ່ ຫວຽດນາມ

ຍສໝ - ຈັດຕັ້ງນັກໂທດອອກແຮງງານໃນຄຸກໄດ້ສະແດງໃຫ້ເຫັນມະນຸດສະທຳ ໃນແນວທາງນະໂຍບາຍຂອງພັກ ແລະ ລັດ ຫວຽດນາມ ໃນການສຶກສາອົບຮົມ ແລະ ດັດແປງຜູ້ກະທຳຜິດໃຫ້ກາຍເປັນຄົນດີ, ແລະ ເປັນປະໂຫຍດໃຫ້ແກ່ສັງຄົມ, ຍັງຊ່ວຍໃຫ້ພວກເຂົາມີສະຕິຮູ້ກ່ຽວກັບຄຸນຄ່າຂອງແຮງງານ, ເຄົາລົບແຮງງານ. ພ້ອມດຽວກັນນີ້, ການອອກແຮງງານ ແລະການຝຶກອົບຮົມວິຊາຊີບໃນຄຸກຊ່ວຍໃຫ້ນັກໂທດມີການກຳນົດທິດໃນການເຮັດວຽກ ຫລັງຈາກປະຕິບັດໂທດຈຳຄຸກພວກເຂົາສາມາດຊອກຫາວຽກເຮັດງານທຳ, ສະຖຽນລະພາບຊີວິດຂອງເຂົາເຈົ້າ. ສະແດງໃຫ້ເຫັນບໍ່ມີການບີບບັງຄັບອອກແຮງງານໃນຄຸກ ຢູ່ ຫວຽດນາມ.

ເພ ມທະວ ວຽກງານຄ ມຄອງ ປ ກປ ກຮ ກສາຊາຍແດນ ແລະປ ອງກ ນ ຕ ານພະຍາດໂຄວ ດ 19 ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 25.125.084 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 845.361 ຄົນ

ອາເມລິກາຍັງຄົງແມ່ນປະເທດຖືກຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດ Covid – 1 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 6.132.930 ຄົນ.

ເພ ມທະວ ວຽກງານຄ ມຄອງ ປ ກປ ກຮ ກສາຊາຍແດນ ແລະປ ອງກ ນ ຕ ານພະຍາດໂຄວ ດ 19 ຫວຽດນາມ ຕີລາຄາສູງຕໍ່ບັນດາການປະກອບສ່ວນສຳຄັນຂອງທ່ານນາຍົກລັດຖະມົນຕີ Abe Shinzo ຕໍ່ການພັດທະນາການພົວພັນລະຫວ່າງຫວຽດນາມ-ຍີ່ປຸ່ນ

ຍສໝ - ວັນທີ 28 ສິງຫາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ເນັ້ນໜັກວ່າ: ທ່ານ Abe Shinzo ແມ່ນການນຳມີການປະກອບສ່ວນຫຼາຍຢ່າງຕໍ່ການພັດທະນາຂອງປະເທດຍີ່ປຸ່ນ ແລະຊຸກຍູ້ການຮ່ວມມືໃນບັນດາຂົງເຂດຢູ່ພາກພື້ນ ແລະໃນໂລກ.

ໄຊພອນ

ເຫດການ
302 Found

Found

The document has moved here.