ແລກປ່ຽນວັດທະນະທໍາການເຮັດອາຫານຮ່າໂນ້ຍກັບເພື່ອນມິດສາກົນ

12:47 | 29/11/2023

ຍສໝ - ຫົວຂໍ້ຂອງງານບຸນແມ່ນ “ພົບປະແລກປ່ຽນວັດທະນະທຳດ້ານອາຫານການກິນຂອງນະຄອນຫຼວງຮ່າໂນ້ຍ ກັບເພື່ອນມິດສາກົນ”, ມີຮ້ານວາງຂາຍ ແລະປຸງແຕ່ງອາຫານ 80 ຮ້ານ, ງານບຸນແນໃສ່ແນະນຳ ແລະໂຄສະນາພາບພົດຂອງນະຄອນຫຼວງຮ່າໂນ້ຍ ແມ່ນສະຖານທີ່ທ່ອງທ່ຽວ, ວັດທະນະທຳ ແລະອາຫານການກິນທີ່ເປັນເອກະລັກສະເພາະ.

ຮ່າໂນ້ຍ ໄດ້ຮັບລາງວັນ “ດາລາໃນການອາຫານ” ຂອງອາຊີ ຮ່າໂນ້ຍ ໄດ້ຮັບລາງວັນ “ດາລາໃນການອາຫານ” ຂອງອາຊີ
ຮ້ານອາຫານ ລາວະດີສາຍຂອງ ປັບປຸງການບໍລິການຮອງຮັບນັກທ່ອງທ່ຽວ ຮ້ານອາຫານ ລາວະດີສາຍຂອງ ປັບປຸງການບໍລິການຮອງຮັບນັກທ່ອງທ່ຽວ

ຕອນບ່າຍວັນທີ 29 ພະຈິກ, ພະແນກວັດທະນະທໍາ ແລະກິລານະຄອນຮ່າໂນ້ຍ ໄດ້ຈັດກອງປະຊຸມຂ່າວແນະນຳກ່ຽວກັບງານບຸນວັດທະນະທຳດ້ານອາຫານການກິນຂອງນະຄອນຫຼວງຮ່າໂນ້ຍ 2023. ຕາມນັ້ນແລ້ວ, ງານບຸນຈະດໍາເນີນໃນລະຫວ່າງວັນທີ 1-3 ທັນວາ ຢູ່ສວນສາທາລະນະ ທົ໊ງເຍິດ, ນະຄອນຮ່າໂນ້ຍ.

ຕາມທ່ານ ໂດ໊ດິ່ງຮົ່ງ, ຫົວໜ້າພະແນກວັດທະນະທຳ ແລະກິລາ ນະຄອນຫຼວງຮ່າໂນ້ຍ ແລ້ວ, ຈຸດປະສົງຂອງການຈັດງານບຸນ ແມ່ນເພື່ອແນໃສ່ເຊີດຊູ, ອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າດ້ານວັດທະນະທຳ, ອາຫານການກິນພື້ນເມືອງຂອງນະຄອນຫຼວງຮ່າໂນ້ຍ; ສ້າງ ແລະຂຸດຄົ້ນເຄື່ອງໝາຍການຄ້າດ້ານວັດທະນະທຳ, ອາຫານການກິນ ແລະການທ່ອງທ່ຽວຢ່າງມີປະສິດທິຜົນ ໂດຍຜ່ານການພັດທະນາພື້ນຖານວັດທະນະທຳ, ອາຫານການກິນ, ການທ່ອງທ່ຽວ, ຄວາມຍອດຍິ່ງ, ຄວາມເປັນເອກະລັກສະເພາະ ແລະຄຸນນະພາບຂອງທົ່ວປະເທດ.

ແລກປ່ຽນວັດທະນະທໍາການເຮັດອາຫານຮ່າໂນ້ຍກັບເພື່ອນມິດສາກົນ

ແລກປ່ຽນວັດທະນະທໍາການເຮັດອາຫານຮ່າໂນ້ຍກັບເພື່ອນມິດສາກົນ

ຫົວຂໍ້ຂອງງານບຸນແມ່ນ “ພົບປະແລກປ່ຽນວັດທະນະທຳດ້ານອາຫານການກິນຂອງນະຄອນຫຼວງຮ່າໂນ້ຍ ກັບເພື່ອນມິດສາກົນ”, ມີຮ້ານວາງຂາຍ ແລະປຸງແຕ່ງອາຫານ 80 ຮ້ານ, ງານບຸນແນໃສ່ແນະນຳ ແລະໂຄສະນາພາບພົດຂອງນະຄອນຫຼວງຮ່າໂນ້ຍ ແມ່ນສະຖານທີ່ທ່ອງທ່ຽວ, ວັດທະນະທຳ ແລະອາຫານການກິນທີ່ເປັນເອກະລັກສະເພາະ.

ເຫດການດັ່ງກ່າວກໍ່ແມ່ນໂອກາດເພື່ອໃຫ້ນະຄອນຫຼວງຮ່າໂນ້ຍ ແລະສະຖານທູດຂອງປະເທດຕ່າງໆ ເພີ່ມທະວີ ແລະຊຸກຍູ້ການເຄື່ອນໄຫວການທູດປະຊາຊົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຍົກສູງຄວາມຮັບຮູ້, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຮັດແໜ້ນນ້ຳໃຈສາມັກຄີມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງປະຊາຊົນຫວຽດນາມ ເວົ້າລວມ ແລະນະຄອນຫຼວງຮ່າໂນ້ຍ ເວົ້າສະເພາະ ຕໍ່ກັບເພື່ອນມິດສາກົນ.

ຄຽງຂ້າງນັ້ນ, ງານບຸນຍັງມີການເຄື່ອນໄຫວຕ່າງໆຄືງານວາງສະແດງຮູບແຕ້ມ ແລະຮູບຖ່າຍກ່ຽວກັບວັດທະນະທຳດ້ານອາຫານການກິນຢູ່ພາຍໃນ ແລະຕ່າງປະເທດ; ການເຄື່ອນໄຫວລະຫຼິ້ນພື້ນເມືອງ, ການແລກປ່ຽນວັດທະນະທໍາ, ສິລະປະ ແລະອາຫານການກິນ; ກອງປະຊຸມສຳມະນາກ່ຽວກັບການພັດທະນາຊັບພະຍາກອນມະນຸດເພື່ອຮັບໃຊ້ການພັດທະນາອຸດສາຫະກຳວັດທະນະທຳໃນຂົງເຂດອາຫານການກິນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.