ຊຸກຍູ້ ​ແລະ ​ເຜີຍ​ແຜ່​ໝາກຜົນຂອງ​ກອງ​ປະຊຸມ ​ສະມາຊິກ​ສະພາ​ໜຸ່ມ​ທົ່ວ​ໂລກ ​ຄັ້ງ​ທີ 9

09:48 | 28/11/2023

ຍສໝ - ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສະຫຼຸບ ​ແລະ ມອບ​ລາງວັນ​ວຽກ​ງານ​ກະກຽມ ​ ການຈັດ​ຕັ້ງ​ກອງ​ປະຊຸມ​ສະມາຊິກ​ສະພາ​ໜຸ່ມ​ທົ່ວ​ໂລກ ​ຄັ້ງ​ທີ 9 ​ໃນ​ວັນ​ທີ 27 ພະຈິກ, ທ່ານ ເວື່່ອງດິງເຫວະ,​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຢືນຢັນ​ວ່າ ກອງ​ປະຊຸມ​ໄດ້​ຮັບ​ການ​ຈັດ​ຕັ້ງ​ດ້ວຍ​ຜົນສຳ​ເລັດ​​ເກີນ​ຄາດໝາຍທີ່ລໍຄອຍ, ບັນດາ​ການ​ນຳ​ຂອງ​ລັດຖະສະພາ​ໂລກ, ບັນດາຜູ້​ແທນທັງ​ພາຍ​ໃນ ແລະ ສາ​ກົນ​ ​ໄດ້ເຂົ້າ​ຮ່ວມ​ ແລະ ຕີ​ລາ​ຄາ​ສູງ.

ກອງ​ປະ​ຊຸມປຶກ​ສາ​ຫາ​ລື​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ລາວ ຄັ້ງ​ທີ 10
ລາວ​ ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 6 ສະ​ພາ​ແຫ່ງ​ຊາດ ຊຸດ​ທີ IX

ຊຸກຍູ້ ​ແລະ ​ເຜີຍ​ແຜ່​ໝາກຜົນຂອງ​ກອງ​ປະຊຸມ ​ສະມາຊິກ​ສະພາ​ໜຸ່ມ​ທົ່ວ​ໂລກ ​ຄັ້ງ​ທີ 9

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສະຫຼຸບ ​ແລະ ມອບ​ລາງວັນ​ວຽກ​ງານ​ກະກຽມ ​ການຈັດ​ຕັ້ງ​ກອງ​ປະຊຸມ​ສະມາຊິກ​ສະພາ​ໜຸ່ມ​ທົ່ວ​ໂລກ ​ຄັ້ງ​ທີ 9 ​ໃນ​ວັນ​ທີ 27 ພະຈິກ, ທ່ານ ເວື່່ອງດິງເຫວະ, ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຢືນຢັນ​ວ່າ ກອງ​ປະຊຸມ​ໄດ້​ຮັບ​ການ​ຈັດ​ຕັ້ງ​ດ້ວຍ​ຜົນສຳ​ເລັດ​​ເກີນ​ຄາດໝາຍທີ່ລໍຄອຍ, ບັນດາ​ການ​ນຳ​ຂອງ​ລັດຖະສະພາ​ໂລກ, ບັນດາຜູ້​ແທນທັງ​ພາຍ​ໃນ ແລະ ສາ​ກົນ​ ​ໄດ້ເຂົ້າ​ຮ່ວມ​ ແລະ ຕີ​ລາ​ຄາ​ສູງ.

ກອງ​ປະຊຸມ​ສະມາຊິກ​ສະພາ​ໜຸ່ມ​ທົ່ວ​ໂລກ​ ຄັ້ງ​ທີ 9 ໄດ້ດຳ​ເນີນ​ໄປ​ແຕ່​ວັນ​ທີ 14-17 ກັນຍາ 2023 ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ ດ້ວຍ​ຫົວ​ຂໍ້: “ບົດບາດ​ຂອງ​ໄວ​ໜຸ່ມ​ໃນ​ວຽກງານການ​ຊຸກຍູ້​ ການ​ປະຕິບັດ​ບັນດາ​ເປົ້າໝາຍການ​ພັດທະນາ​ແບບ​ຍືນ​ຍົງ ​ຜ່ານ​ການ​ຫັນປ່ຽນ​ດີ​ຈີ​ຕອນ ​ແລະ ນະວັດຕະກຳ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສະຫຼຸບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວື່ອງດິງເຫວະ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ສະມາຊິກ​ສະພາ​ໜຸ່ມ​ທົ່ວ​ໂລກ ​ຄັ້ງ​ທີ 9 ​ແມ່ນ​ການ​ເຄື່ອນ​ໄຫວ​ການພົວພັນຕ່າງປະເທດຫຼາຍຝ່າຍທີ່ໃຫຍ່ຫຼວງ ຂອງຫຼາຍພາກສ່ວນ​ ຂອງ​ສະພາ​ແຫ່ງ​ຊາດ ​ມີ​ຂອບ​ເຂດ​ກວ້າງ​ຂວາງ, ຖັດຈາກ​ກອງ​ປະຊຸມ​ໃຫຍ່​ສະຫະພັນລັດຖະສະພາ​ໂລກ ​ຄັ້ງ​ທີ 132 (IPU). -132) ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ປີ 2015.

 Chủ tịch Quốc hội Vương Đình Huệ phát biểu tại hội nghị. (Ảnh: Quochoi.vn)  ທ່ານ ເວື່ອງດິງເຮະ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ. (ພາບ: Quochoi.vn)
ທ່ານ ເວື່ອງດິງເຮະ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ. (ພາບ: Quochoi.vn)

ກອງ​ປະຊຸມ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ຜົນສຳ​ເລັດລື່ນ​ກາຍ​ຄາດໝາຍທີ່ວາງໄວ້, ການ​ນຳ​ຂອງ​ສະຫະພັນ​ລັດຖະສະພາ​ໂລກ (IPU), ບັນດາ​ຜູ້​ແທນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ທີ່​ເຂົ້າ​ຮ່ວມ​ໄດ້​ຕີ​ລາຄາ​ສູງ​ຂະ​ບວນການ​ກະກຽມ​ຂອງ​ອົງການ ​ແລະ ໝາກຜົນ​ກອງ​ປະຊຸມ. ກອງ​ປະຊຸມ​ໄດ້​ບັນລຸ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ໄວ້, ປະກອບສ່ວນ​ຍົກ​ສູງຄວາມໄວ້ວາງໃຈຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ​ໂຄສະນາ​ຮູບ​ພາບ, ປະ​ເທດ​ຊາດ, ປະຊາຊົນ ​ແລະ ວັດທະນະທຳ ຫວຽດນາມ.

ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ວຽກ​ງານ​ຂໍ້ມູນຂ່າວສານການຕ່າງປະເທດ ​ຕ້ອງ​ສືບ​ຕໍ່​ໄດ້​ຮັບ​ການຍູ້ແຮງ ແລະ ຮອບດ້ານ​ຕື່ມ​ອີກ, ​ເພາະວ່າ​ເມື່ອ​ຜູ້​ແທນ​ຕ່າງປະ​ເທດ​ມາ ຫວຽດນາມ, ​ເປັນ​ຄັ້ງ​ທຳ​ອິດ ​ຫຼື​ຫຼາຍ​ຄັ້ງ ​ກໍ່ລ້ວນ​ແຕ່​ສະ​ແດງ​ຄວາມ​ຮັກ​ແພງ ​ແລະເຄົາລົບ ຕີ​ລາຄາ​ສູງ​ຕໍ່​ວຽກ​ງານ​ຂອງ​ອົງການ​ກໍ່​ຄື​ຮູບ​ພາບຂອງ​ປະ​ເທດ ​ແລະ ປະຊາຊົນ ຫວຽດນາມ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຍົກໃຫ້ເຫັນບັນ​ດາ​ບົດ​ຮຽນ ​ຈາກ​ຜົນ​ສຳ​ເລັດ​ຂອງ​ກອງ​ປະ​ຊຸມ. ທຳອິດ​ແມ່ນ​ຄັດ​ເລືອກ​ຖືກ ​ຫົວ​ຂໍ້: “ບົດບາດ​ຂອງໄວ​ໜຸ່ມ​ໃນ​ການ​ຊຸກຍູ້​ການ​ປະຕິບັດບັນດາ​ເປົ້າໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ໂດຍ​ຜ່ານ​ການ​ຫັນ​ເປັນ​ດີ​ຈີ​ຕອນ ​ແລະ ນະວັດຕະກຳ”.

ກອງ​ປະ​ຊຸມ ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ ຫົວ​ຂໍ້​ກ່ຽວ​ກັບນະວັດຕະກຳ ແລະ startup, ຊຸກ​ຍູ້​ການ​ເຄົາ​ລົບ​ຄວາມ​ຫຼາກ​ຫຼາຍດ້ານ​ວັດ​ທະ​ນະ​ທຳ​ ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ... ເນື້ອ​ໃນ​ທັງ​ໝົດ​ນີ້​ແມ່ນ​ເໝາະ​ສົມ​ກັບ​ຍຸກ​ສະ​ໄໝ, ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ໄວ​ໜຸ່ມ ແລະ ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ໂລກ. ເນື່ອງຈາກການເລືອກຫົວຂໍ້ທີ່ຖືກຕ້ອງ, ສະນັ້ນ ເນື້ອໃນຂອງກອງປະຊຸມແມ່ນເລິກເຊິ່ງຫຼາຍ, ຖຶກຈຸດສຸມ ແລະ ເຫມາະສົມ.

ຄຽງຄູ່ກັນນັ້ນ ແມ່ນການກະກຽມຕາມເນື້ອໃນຈິດໃຈຂອງ "ແຕ່ໄວ, ແຕໄກ". ຄະນະ​ຈັດ​ຕັ້ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນໂດຍ​ໄວ, ການ​ນຳ​ສະ​ພາ​ແຫ່ງ​ຊາດ ​ໄດ້​ມີ​ກອງ​ປະ​ຊຸມ​ເຮັດ​ວຽກ​ຫຼາຍ​ຄັ້ງ ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ...

ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຂອງ​ກອງ​ປະຊຸມ​ກ່ຽວ​ກັບ "ບົດບາດ​ຂອງ​ໄວ​ໜຸ່ມ​ໃນ​ການ​ຊຸກຍູ້​ການ​ປະຕິບັດບັນດາ​ເປົ້າ​ໝາຍ​​ພັດທະນາ​ແບບ​ຍືນ​ຍົງ​ ຜ່ານ​ການ​ຫັນ​ເປັນ​ດີ​ຈີ​ຕອນ ​ແລະ ນະວັດຕະກຳ". ນີ້​ແມ່ນ​ຖະ​ແຫຼ​ງການທຳ​ອິດ​ຂອງ​ກອງ​ປະຊຸມ​ສະມາຊິກລັດຖະ​ສະພາ​ໜຸ່ມ​ທົ່ວ​ໂລກ ​ພາຍຫຼັງຈັດຕັ້ງມາເປັນ 9 ຄັ້ງ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ອັນ​ແຮງ​ກ້າຂອງ​ສະມາຊິກ​ສະພາ​ໜຸ່ມ​ຂອງ​ສະຫະພັນ​ລັດຖະສະພາ​ໂລກ ​ໃນ​ການ​ຊຸກຍູ້​ການ​ປະຕິບັດ​ບັນດາ​ເປົ້າໝາຍ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ທົ່ວ​ໂລກ.

ຖະ​ແຫຼ​ງການ​ໄດ້​ຮັບ​ການ​ຮັບຮອງເອົາກ່ອນການຈັດ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ ສະຫະ​ປະຊາ​ຊາດ​ ຄັ້ງ​ທີ 78 ດ້ວຍ​ຫົວ​ຂໍ້ “ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຄືນ​ໃໝ່, ປຸກລະດົມ​ຈິດ​ໃຈ​ສາມັກຄີ​ທົ່ວ​ໂລກ: ​ ຊຸກຍູ້ໄວການກະທຳໂຄງການດຳເນີນງານ 2030 ​ແລະ ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ​ ມຸ່ງ​ໄປ​ເຖິງ​ສັນຕິພາບ, ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ, ຄວາມກ້າວໜ້າ ແລະ ຄວາມຍືນຍົງ ໃຫ້ສໍາລັບທຸກຄົນ". ຫຼັງຈາກນັ້ນ, ຖະແຫຼງການຂອງກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຈະໄດ້ສົ່ງໄປໃຫ້ອົງການສະຫະປະຊາຊາດ.

Các tập thể, cá nhân có thành tích xuất sắc trong công tác tham mưu, phục vụ tổ chức Hội nghị Nghị sĩ trẻ toàn cầu lần thứ 9 vinh dự nhận bằng khen của Chủ nhiệm Văn phòng Quốc hội. (Ảnh: Quochoi.vn)  ບັນດາກົມກອງລວມໝູ່ ແລະບຸກຄົນທີ່ມີຜົນງານດີເດັ່ນ ໃນການເປັນເສນາທິການ ຮັບໃຊ້ການຈັດຕັ້ງຂອງກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9 ໄດ້ໃຫ້ກຽດຂຶ້ນຮັບໃບຍ້ອງຍໍຈາກ ທ່ານຫົວໜ້າຫ້ອງວ່າການສະພາແຫ່ງຊາດ. (ພາບ: Quochoi.vn)
ບັນດາກົມກອງລວມໝູ່ ແລະບຸກຄົນທີ່ມີຜົນງານດີເດັ່ນ ໃນການເປັນເສນາທິການຮັບໃຊ້ການຈັດຕັ້ງຂອງກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9 ໄດ້ເປັນກຽດຂຶ້ນຮັບໃບຍ້ອງຍໍຈາກ ທ່ານຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ. (ພາບ: Quochoi.vn)

ຕາມ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ແລ້ວ, ຈາກ​ການ​ເຄື່ອນ​ໄຫວ​ດັ່ງກ່າວ, ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ ໄດ້​ປະກອບສ່ວນພ້ອມກັບທົ່ວ​ປະ​ເທດ ​ປະຕິບັດ​ແນວທາງການ​ຕ່າງປະ​ເທດຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ, ມະຕິ​ເລກທີ 34-NQ/TW ລົງ​ວັນ​ທີ 9 ມັງກອນ 2023 ຂອງກົມ​ການ​ເມືອງ​ກ່ຽວ​ກັບ​ບາງ​ທິດ​ທາງ ​ແລະ ນະ​ໂຍບາຍ​ຜັນຂະຫຍາຍ ​ແນວທາງການ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ, ຄຳສັ່ງ 25-CT/TW ຂອງ​ຄະນະ​ເລຂາທິການ​ ວ່າ​ດ້ວຍ​ການ​ຊຸກຍູ້ ​ແລະ ຍົກ​ສູງ​ລະດັບ​ການ​ພົວພັນ​ຕ່າງປະ​ເທດ​ຫຼາຍ​ຝ່າຍ​ ຮອດ​ປີ 2023; ສະ​ແດງ​ໃຫ້​ເຫັນ​ຄວາມ​ອາດສາມາດ ​ແລະ ກຳລັງຄວາມ​ສາມາດ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໃນ​ການ​ກຽມພ້ອມ​ເປັນ​ເຈົ້າພາບຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຂອງ​ສະຫະພັນ​ລັດຖະສະພາ​ໂລກ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວັງ​ວ່າ ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ ກອມ​ມູນິດ ​ໂຮ່ຈີ​ມິນ ​ແລະ ກຸ່ມຄະນະ​ຜູ້​ແທນ​ ສະພາ​ໜຸ່ມ​ ຊຸດ​ທີ XV ຈະສືບ​ຕໍ່​ຊຸກຍູ້ ​ແລະ ​ເຜີຍ​ແຜ່​ໝາກຜົນ​ຂອງ​ກອງ​ປະຊຸມ; ມີ​ແຜນການ​ຜັນຈະຫຍາຍ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ກອງ​ປະຊຸມ, ຈາກນັ້ນ ກໍ່ສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ສົມທົບ​ກັນ​ຜັນຂະຫຍາຍ.

ຊ ສະຫວັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.