ທ່ານ ພອນສີ ບຸນມີໄຊ ກົງສູນໃຫຍ່ລາວ ປະຈໍານະຄອນໂຮ່ຈີມິນ ອວຍພອນປີໃໝ່ແຂວງດັກນົງ

16:55 | 24/01/2024

ຍສໝ - ສອງປະເທດ ຫວຽດນາມ ແລະລາວ ມີການພົວພັນແບບພິເສດ. ການພົວພັນນີ້ໄດ້ຮັບການສ້າງຂຶ້ນດ້ວຍເຫື່ອແຮງ, ເລືອດເນື້ອຂອງການນຳ, ພະນັກງານ, ນັກຮົບ ແລະປະຊາຊົນລຸ້ນຕ່າງໆຂອງສອງປະເທດ.

ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ອວຍພອນ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ອວຍພອນ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ
ຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານການຄ້າ, ເສດຖະກິດຫວຽດນາມ-ລາວ ຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານການຄ້າ, ເສດຖະກິດຫວຽດນາມ-ລາວ

ວັນທີ 24 ມັງກອນ, ທ່ານ ພອນສີ ບຸນມີໄຊ, ຫົວໜ້າກົງສູນໃຫຍ່ລາວ ປະຈຳນະຄອນ ໂຮ່ຈີມິນ ໄດ້ເຂົ້າຢ້ຽມຂໍ່ານັບ ແລະອວຍພອນປີໃໝ່ການນຳແຂວງ ດັກນົງ.

ທ່ານນາງ ໂຕນທິຫງອກແຮ້ງ ຮອງປະທານຄະນະກຳມະການປະຊາຊົນແຂວງ ດັກນົງ ໄດ້ໃຫ້ການຕ້ອນຮັບ ແລະເຮັດວຽກກັບທ່ານ ພອນສີ ບຸນມີໄຊ, ຫົວໜ້າກົງສູນໃຫຍ່ລາວ ປະຈຳນະຄອນ ໂຮ່ຈີມິນ.

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາງ ໂຕນທິຫງອກແຮ້ງ ໄດ້ສະແດງຄວາມປິຕິຊົມຊື່ນ ແລະເປັນກຽດທີ່ໄດ້ຕ້ອນຮັບທ່ານ ພອນສີ ບຸນມີໄຊ ພ້ອມດ້ວຍຄະນະຜູ້ແທນ.

ທ່ານ ພອນສີ ບຸນມີໄຊ ກົງສູນໃຫຍ່ລາວ ປະຈໍານະຄອນໂຮ່ຈີມິນ ອວຍພອນປີໃໝ່ແຂວງດັກນົງ

ບັນຍາກາດທີ່ການຕ້ອນຮັບ. ພາບ: baodaknong.vn

ສອງປະເທດ ຫວຽດນາມ ແລະລາວ ມີການພົວພັນແບບພິເສດ. ການພົວພັນນີ້ໄດ້ຮັບການສ້າງຂຶ້ນດ້ວຍເຫື່ອແຮງ, ເລືອດເນື້ອຂອງການນຳ, ພະນັກງານ, ນັກຮົບ ແລະປະຊາຊົນຮຸ້ນຕ່າງໆຂອງສອງປະເທດ.

ທ່ານນາງ ໂຕນທິຫງອກແຮ້ງ ເນັ້ນໜັກວ່າ: “ສະເພາະອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງດັກນົງ ຍາມໃດກໍ່ເອົາໃຈໃສ່ເພີ່ມພູນຄູນສ້າງ ແລະສ້າງການພົວພັນກັບບັນດາທ້ອງຖິ່ນຂອງລາວ, ເພື່ອແນໃສ່ປະກອບສ່ວນຮັດແໜ້ນສາຍພົວພັນລະຫວ່າງ ຫວຽດນາມ ແລະລາວ ໃຫ້ຫຼາຍກວ່າອີກ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ, ດ້ວຍຄວາມສາມັກຄີ, ມິດຕະພາບ, ການພົວພັນທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ລາວ ຈະນັບມື້ນັບພັດທະນາຢ່າງດີງາມ, ແທດຈິງ, ຮອບດ້ານ ແລະເລິກເຊິ່ງກວ່າອີກ”.

ທ່ານ ພອນສີ ບຸນມີໄຊ ກົງສູນໃຫຍ່ລາວ ປະຈໍານະຄອນໂຮ່ຈີມິນ ອວຍພອນປີໃໝ່ແຂວງດັກນົງ
ຜູ້ແທນສອງຝ່າຍຖ່າຍຮູບເປັນທີ່ລະນຶກ. ພາບ: baodaknong.vn

ທີ່ການພົບປະ, ການນຳແຂວງດັກນົງ ໄດ້ແນະນຳຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ເສົາຄ້ຳໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງດັກນົງ. ພ້ອມທັງຢືນຢັນວ່າ: ດັກນົງ ຍາມໃດກໍ່ພ້ອມແລ້ວທີ່ຈະແບ່ງປັນ, ຮ່ວມມືກັບບັນດາແຂວງ, ນະຄອນຂອງລາວ ທີ່ມີທ່າແຮງດຽວກັນ ເພື່ອມຸ່ງໄປເຖິງການພັດທະນາເສດຖະກິດແບບຍືນຍົງກວ່າອີກ.

ທ່ານ ພອນສີ ບຸນມີໄຊ ສະແດງຄວາມຊົມເຊີຍບັນດາຜົນງານທີ່ແຂວງດັກນົງ ບັນລຸໄດ້ໃນຊຸມປີຜ່ານມາ. ທ່ານຫວັງວ່າ, ດ້ວຍຄວາມສາມາດບົ່ມຊ້ອນ ແລະທ່າໄດ້ປຽບ, ໂດຍສະເພາະແມ່ນຂົງເຂດກະສິກຳ, ແຂວງ ດັກນົງ ຈະແບ່ງປັນ ແລະໜູນຊ່ວຍລາວ ເພື່ອພ້ອມກັນພັດທະນາ.

ທ່ານ ພອນສີ ບຸນມີໄຊ ແບ່ງປັນວ່າ: “ກົງສູນໃຫຍ່ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະເປັນຂົວຕໍ່ເພື່ອໃຫ້ສອງປະເທດພ້ອມກັນພັດທະນາ ແລະຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ".

ບູນມີ

302 Found

Found

The document has moved here.