ງານວາງສະແດງ ຫວນຄືນ ພາບເກົ່າໆ ຮ່າໂນ້ຍ ເນື່ອງໃນວັນປົດປ່ອຍ ນະຄອນຫຼວງ 10 ຕຸລາ

14:15 | 02/10/2018

ຍສໝ - ຄຳນັບຮັບຕ້ອນຄົບຮອບ 64 ແຫ່ງວັນປົດປ່ອຍ ນະຄອນຫຼວງ ( 10 ຕຸລາ 1954-10 ຕຸລາ 2018), ສູນສຳເນົາແຫ່ງຊາດ ເຂດ I ກົມ ເອກກະສານ ຂາອອກ-ຂາເຂົ້າ ແລະ ສຳເນົາ ແຫ່ງຊາດ ໄດ້ຈັດງານວາງສະແດງ ເອກກະສານ-ສຳເນົາ ໃນຫົວຂໍ້“ຫວນຄືນຮ່າໂນ້ຍເກົ່າ”.

ງານວາງສະແດງ ຫວນຄືນ ພາບເກົ່າໆ ຮ່າໂນ້ຍ ເນື່ອງໃນວັນປົດປ່ອຍ ນະຄອນຫຼວງ 10 ຕຸລາ

ສະໜາມຫຼວງ Chavassieux (ປະຈຸບັນແມ່ນ ສວນສາທາລະນະ ຢ໋ຽນຮົ່ງ). (ພາບ: ສູນສຳເນົາແຫ່ງຊາດ ເຂດ I)

ຕາມເອກກະສານ ຝລັ່ງ ເຂົ້າມາ ໂຈມຕີ ແລະ ຄອບຄອງ ພາກເໜືອຄັ້ງທຳອິດ ໃນ ປີ 1873. ໂດ່ນທຸ້ຍ ແມ່ນເຂດປົກຄອງ ແຫ່ງທຳອິດທີ່ ລາດສະວົງ ຫງວ໋ຽນ ໄດ້ມອບໃຫ້ ຝລັ່ງເສດ ປົກຄອງ ມີເນື້ອທີ່ ປະມານ 15 ເຮັກຕາ. ເຂດປົກຄອງນີ້ຢູ່ໄກ້ກັບແມ່ນຳ້ແດງ ເບື້ອງຕາເວັນຕົກສ່ຽງໃຕ້ຂອງນະຄອນ ຮ່າໂນ້ຍ.

ຝລັງ່ເສດໄດ້ສັ່ງໃຫ້ສ້າງ ອາຄານກົງສຸນ ພ້ອມທັງອາຄານ ພົນລະເຮືອນເພື່ອຈຸດປະສົງຈະ ຄອບຄອງ-ປາບປາມ ພາກເໜືອ ແລະ ກະກຽມຈະສ້າງເຂດປົກຄອງ ຮ່າໂນ້ຍ ໃນປີ 1888. ໃນຕອນນີ້ເອງ ຄົນຝລັ່ງເສດ ກໍ່ໄດ້ດຳເນີນການ ສ້າງສາ, ປັບປຸງ ຕົວເມືອງຮ່າໂນ້ຍ, ສ້າງອາຄານຫ້ອງການປົກຄອງ, ອາຄານສາທາລະນະ, ສ້າງຖະໜົນຫົນທາງໃໝ່ ທີ່ເຄີຍເອີ້ນກັນວ່າ: ຖະໜົນຄົນຕ່າງຊາດ(ຊາວຕາເວັນຕົກ)ເປັນຕົ້ນແມ່ນ: ຖະໜົນ Paul Bert (ປະຈຸບັນ ແມ່ນ ປ່ຽນມີເປັນ ຖະໜົນ: ຈ່າງຕ່ຽນ-ຫ່າງໄຄ), ຖະໜົນ: Borgnis Desbordes ( ຖະໜົນ: ຈ່າງທີ ), ເສັ້ນທາງຫຼວງ: Gambetta ( ຖະໜົນ: ເຈີ່ນຮຶງດ້າວ)... ເພື່ອຈະສ້າງຂົງເຂດນີ້ເປັນເຂດປົກຄອງສະເພາະຂອງພວກເຂົາ.

ງານວາງສະແດງ ພາຍໃຕ້ຫົວຂໍ້ “ຫວນຄືນ ຮ່າໂນ້ຍເກົ່າ” ຈະຈັດສະແດງພາບ ຢູ່ຖະໜົນຄົນຍ່າງ ແຄມໜອງເຕົ່າ(ໂຮ່ເກືອມ), ຮ່າໂນ້ຍ ໃນວັນທີ 5-7 , 12-14 ຕຸລາ 2018 ແລະ ຢູ່ ທີ່ ວັນມ໋ຽວ-ກ໋ວກຕື້ຢ໋າມ (ມະຫາວິທະຍາໄລ ເກົ່າຂອງ ຫວຽດນາມ) ໃນວັນທີ 15 ຕຸລາ 2018.

(ຫັດ​ທະ​ບູນ)

ເຫດການ