ແຜ່ກະຈາຍຄວາມຮັກແພງຫວຽດນາມ ຜ່ານການແຂ່ງຂັນເວົ້າພາສາຫວຽດເກັ່ງ

08:43 | 11/11/2023

ຍສໝ - ດ້ວຍ​ຫົວ​ຂໍ້ “ຫວຽດນາມ​ໃນໃຈ​ຂ້ອຍ”, ບັນດານັກ​ສຶກສາ​ຕ່າງປະ​ເທດ​ໄດ້​ນຳເອົາຄວາມຊົງຈຳໃນ​​ຊີວິດ, ປະສົບ​ການ​ຮ່ຳຮຽນ, ທັດສະນີຍະພາບ​ທີ່ຫຼາກຫຼາຍ ດ້ວຍ​ບັນດາ​ຫົວ​ເລື່ອງ​ກ່ຽວ​ກັບ​ປະຊາຊົນ, ປະຫວັດສາດ, ວັດທະນະທຳ ຫວຽດນາມ ມາລວມຢູ່ໃນບົດການແຂ່ງຂັນເວົ້າພາສາຫວຽດເກັ່ງ.

ການແຂ່ງຂັນ “ ເດັກເກັ່ງ ພາສາຫວຽດ” ສຳລັບເດັກນ້ອຍຢູ່ ອົດສະຕາລີ ການແຂ່ງຂັນ “ ເດັກເກັ່ງ ພາສາຫວຽດ” ສຳລັບເດັກນ້ອຍຢູ່ ອົດສະຕາລີ
ການແຂ່ງຂັນ ARMY GAMES: ເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວ ຍາດໄດ້ອັນດັບ 2 ການແຂ່ງຂັນ ARMY GAMES: ເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວ ຍາດໄດ້ອັນດັບ 2

ວັນ​ທີ 10 ພະຈິກ​ນີ້, ຢູ່​ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ ເເລະ ມະນຸດສາດ - ມະຫາວິທະຍາ​ໄລ​ແຫ່ງ​ຊາດນະຄອນ​​ໂຮ່ຈິ​ມິນ​, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ​ຫວຽດນາມ ໄດ້​ຈັດ​ຕັ້ງ​ຮອບຄັດເລືອກເຂດ​ພາກ​ໃຕ້ ຂອງການແຂ່ງຂັນເວົ້າພາສາຫວຽດເກັ່ງ ​ສຳລັບ​ນັກ​ສຶກສາ​ຕ່າງປະ​ເທດ​ປີ 2023.

ຕາມ​ທ່ານ ຟ້າ​ມກວາງ​ຮືງ, ຫົວໜ້າ​ກົມ​ການ​ຮ່ວມ​ມື​ສາກົນ (ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ) ​ແລ້ວ: ​ເຂດ​ພາກ​ໃຕ້ ​ເວົ້າ​ລວມ ​ແລະ ນະຄອນ ​ໂຮ່ຈີ​ມິນ ​ເວົ້າ​ສະ​ເພາະ ນັບ​ແຕ່ກ່ອນມາຮອດປັດຈຸບັນແມ່ນ​ຈຸດເປັນທີ່ນິຍົມຂອງ​ຊາວ​ຕ່າງປະ​ເທດ​ໃນ​ທົ່ວ​ໂລກ ​ໄປທັດສະນະສຶກສາ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​.

ປະຈຸ​ບັນ, ​ເຂດ​ພາກ​ໃຕ້ ​ມີ​ນັກ​ສຶກສາ​ຕ່າງປະ​ເທດ 4.000 ກວ່າ​ຄົນທີ່ຮ່ຳຮຽນເອົາໃບປະກາດ​ ຢູ່​ປະມານ 50 ​ຮາກຖານການ​ສຶກສາ ​ແລະ ນັກ​ສຶກສາ​ຕ່າງປະ​ເທດ​ນັບ​ພັນ​ຄົນ​ພວມ​ຮ່ຳຮຽນ​ຢູ່ຕາມບັນດາ​ໂຄງການ​ແລກປ່ຽນ​ໄລຍະ​ສັ້ນທີ່ມາ​ຈາກປະມານ 60 ກວ່າ​ປະເທດ.

ແຜ່ກະຈາຍຄວາມຮັກແພງຫວຽດນາມ ຜ່ານການແຂ່ງຂັນເວົ້າພາສາຫວຽດເກັ່ງ
​ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ ​ແລະ ມະນຸດສາດ - ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ນະຄອນ​ໂຮ່ຈິ​ມິນ ໄດ້ຮັບລາງວັນ​ທີ 1 ​(ພາບ: ກະຊວງສຶກສາ ແລະ ບຳລຸງສ້າງ)

ດ້ວຍການເອົາພື້ນຖານ​ພາສາ​ເປັນ​ກຸນ​ແຈ​ເປີດ​ປະຕູ​ທຳ​ອິດ​ໃນ​ວິວັດການຮ່ຳຮຽນ​ທີ່ເຕັໃໄປດ້ວຍຄວາມ​ຄາດຫວັງ ​ແຕ່ກະ​ມີຫຼາຍ​ສິ່ງທົດສອບ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ ຫວຽດນາມ ​ໄດ້​ກຳນົດ​ບັນດາ​ປັດ​ໄຈ​ຫຼັກ​ທີ່​ກຳນົດກ່ຽວກັບຄຸນ​ນະພາ​ບການຮ່ຳຮຽນ​ຂອງ​ນັກ​ສຶກສາ​ຕ່າງປະ​ເທດທີ່ຢູ່ ​ຫວຽດນາມ. ສະ​ນັ້ນ, ການ​ຍົກ​ສູງ​ຄວາມສາມາດພາ​ສາ​ຫວຽດ ​ຍາມ​ໃດ​ກໍ​ຖື​ວ່າ​ແມ່ນ​ໜ້າທີ່​ສຳ​ຄັນ ແລະ ລຸລ່ວງໃນ​ວິວັດ​ການບຳລຸງສ້າງ​ຢູ່​ບັນດາຮາກຖານການ​ສຶກ​ສາ​ໃນ​ທົ່ວ​ປະ​ເທດ.

ດ້ວຍ​ຫົວ​ຂໍ້ “ຫວຽດນາມ​ໃນໃຈ​ຂ້ອຍ”, ບັນດານັກ​ສຶກສາ​ຕ່າງປະ​ເທດ​ໄດ້​ນຳເອົາຄວາມຊົງຈຳໃນ​​ຊີວິດ, ປະສົບ​ການ​ຮ່ຳຮຽນ, ທັດສະນີຍະພາບ​ທີ່ຫຼາກຫຼາຍ ດ້ວຍ​ບັນດາ​ຫົວ​ເລື່ອງ​ກ່ຽວ​ກັບ​ປະຊາຊົນ, ປະຫວັດສາດ, ວັດທະນະທຳ ຫວຽດນາມ ມາລວມຢູ່ໃນບົດການແຂ່ງຂັນເວົ້າພາສາຫວຽດເກັ່ງ.

ຜ່ານ​ບັນດາບົດເຂົ້າຮ່ວມການແຂ່ງຂັນ, ນັກ​ສຶກສາ​ຕ່າງປະ​ເທດ​ທີ່ມາຈາກລາວ, ກຳປູ​ເຈຍ, ສ.​ເກົາຫຼີ, ຝລັ່ງ... ບໍ່​ພຽງ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດໃນການ​ເວົ້າ​ພາສາ​ຫວຽດ​ໄດ້​ຢ່າງຫຼ່ຽນໄຫຼ​ດີ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ພາສາ, ວັດທະນະທຳ, ປະ​ເທດ​ຊາດ, ຊາວຫວຽດນາມ. ບັນດາ​ຜູ້ເຂົ້າຮ່ວມການແຂ່ງຂັນ ໄດ້ເຊື່ມຕົວເຂົ້າ​​ໃນ​ວັດທະນະທຳ​ຫວຽດນາມ ຜ່ານ​ບັນດາ​ບົດແຂ່ງຂັນທີ່ໄດ້​ສະ​ແດງຢ່າງ​ມີຊີວິດຊີວາ, ດຶງດູດໃຈ, ບັນດາບົດເພງກອນລຳ, ບົດ​ກະວີ, ​ເພງ​ພື້ນ​ເມືອງ, ຄຳສຸພາສິດ, ສະແດງປະກອບຕື່ມໃນບັນດາການລະ​ຫຼິ້ນ​ພື້ນເມືອງ, ຮີດຄອງ​ປະ​ເພນີ, ງານບຸນທີ່ເປັນເອກະລັກພິເສດ ​ໃນ​ນັ້ນ​ມີ​ບັນດາ​ຊຸດ​ອາພອນ​ຂອງ​ຫວຽດນາມ.

ພາຍຫຼັງ​ການ​ແຂ່ງຂັນ​ຂອງ 13 ທີມ​ຢູ່​ເຂດພາກ​ໃຕ້, ຄະນະ​ກຳມະການ​​​ໄດ້​ມອບ​ລາງວັນ​ທີ 1 ​ໃຫ້​ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ ​ແລະ ມະນຸດສາດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ນະຄອນ​ໂຮ່ຈິ​ມິນ; ລາງວັນ​ທີ 2 ມີ 2 ລາງວັນ ​ໃຫ້​ມະຫາວິທະຍາ​ໄລສ້າງຄູ​ ນະຄອນ​ໂຮ່ຈິ​ມິນ ​ແລະ ມະຫາວິທະຍາ​ໄລ​ ກີວລອງ; ລາງວັນ​ທີ 3 ມີ 2 ລາງວັນ​ ​ໃຫ້​ມະຫາວິທະຍາ​ໄລ​ ກຽນ​ຢາງ, ມະຫາວິທະຍາ​ໄລ ຈ່າ​ວິງ ​ແລະ ມະຫາວິທະຍາ​ໄລ ​ເສດຖະກິດ ເເລະ ​ການ​ເງິນ​ ນະຄອນ​ໂຮ່ຈິ​ມິນ.

ມີລາງວັນ​ຊົມ​ເຊີຍເຂດ​ພາກ​ໃຕ້ 6 ລາງວັນ​ໄດ້​ມອບ​ໃຫ້​ບັນດາ​ໂຮງຮຽນ​ຄື: ມະຫາວິທະຍາ​ໄລ ​ດົ່ງ​ທາບ, ມະຫາວິທະຍາ​ໄລ​ ລາກ​ຮົ່ງ, ມະຫາວິທະຍາ​ໄລ​ ອານ​ຢາງ - ມະຫາວິທະຍາ​ໄລ​ແຫ່ງ​ຊາດ ​ນະຄອນ​ໂຮ່ຈິ​ມິນ, ມະຫາວິທະຍາ​ໄລ​ ດາ​ລາດ, ມະຫາວິທະຍາ​ໄລ ຫງວຽນ​ເຕີດແທ່ງ, ມະຫາວິທະຍາ​ໄລ ​ດົ່ງ​ນາຍ.

ນອກ​ນີ້, ຄະນະ​ຈັດ​ຕັ້ງ​ຍັງ​ໄດ້​ມອບ​ລາງວັນ​ແຫ່ງແງ່ຫວັງ ໃຫ້​ແກ່​ໂຮງຮຽນ​ກຽມ​ມະຫາວິທະຍາ​ໄລ​ ນະຄອນໂຮ່ຈິ​ມິນ.

ມີ 4 ທີມ​ຈາກ​ເຂດພາກ​ໃຕ້ໄດ້​ເຂົ້າ​ຮອບຊີງຊະນະເລີດ​ທົ່ວປະເທດຄື: ມະຫາວິທະຍາໄລວິທະຍາສາດສັງຄົມ ເເລະ ມະນຸດສາດ - ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈິມິນ, ມະຫາວິທະຍາ​ໄລ​ສ້າງຄູ ​ນະຄອນ​ໂຮ່ຈິ​ມິນ, ມະຫາວິທະຍາ​ໄລ ​ກີວລອງ, ມະຫາວິທະຍາ​ໄລ ​ກຽນ​ຢາງ.

ພາຍຫຼັງ​ຮອບຄັດເລືອກຢູ່​ເຂດພາກ​ໃຕ້, 12 ທີມ​ດີ​ເດັ່ນ​ທີ່​ຄັດ​ເລືອກ​ຈາກ 3 ກຸ່ມ​ການ​ແຂ່ງ​ຂັນ ​ຈະ​ເຂົ້າ​ຮ່ວມ​ຮອບຊີງຊະນະເລີດທົ່ວປະເທດ​ຮອບ​ສຸດ​ທ້າຍ ເຊິ່ງຈະ​ເກີດຂຶ້ນ​​ໃນ​ວັນ​ທີ 1 ທັນ​ວາ​ນີ້​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ.

ດີງເລື້ອງ