ວັນບຸນໄຫວ້ພະຈັນຂອງເດັກນ້ອຍທຸກຍາກ

08:22 | 18/09/2018

ເດັກນ້ອຍນັກຮຽນ ໄດ້ຮັບຊົມ ລາຍການສະແດງ ສິລະປະວັນນະຄະດີ ອະນຸຊົນ ອັນຟົດຟື້ນ ແລະ ມີການຫຼິ້ນເກມຊິງລາງວັນອີກຫຼາຍຢ່າງ.

ວັນບຸນໄຫວ້ພະຈັນຂອງເດັກນ້ອຍທຸກຍາກ

ພວກນ້ອງນັກຮຽນ ຊົມການເຊິດສິງໂຕດ້ວຍຄວາມເບິກບານມ່ວນຊື່ນ.(ພາບ:Lan Anh/VOV5)

ເດັກທຸກຍາກ ຈໍານວນ 410 ຄົນ ໄດ້ເຂົ້າຮ່ວມງານ “ແບ່ງປັນຄວາມຮັກແພງ” ຄັ້ງທີ 4 ເຊິ່ງໄດ້ດໍາເນີນໃນວັນທີ 16 ກັນຍາ ຢູ່ຫໍວັດທະນະທໍາຊາວໜຸ່ມນະຄອນ ໂຮ່ຈິມິນ. ນອກຈາກນັ້ນ, ທາງຈັດຕັ້ງພິທີຍັງໄດ້ມອບລົດຖີບ 20 ຄັນ ແລະ ທຶນການສຶກສາ 80 ທຶນ ໃຫ້ແກ່ບັນດານ້ອງນັກຮຽນທີ່ມີສະພາບຄອບຄົວທຸກຍາກ ແຕ່ມີຄວາມພະຍາຍາມບຸກບືນ ມີຄວາມກ້າວໜ້າໃນການຮໍ່າຮຽນ ແລະ ມີການຝຶກຝົນຫຼໍ່ຫຼອມ, ແຕ່ລະທຶນມີມູນຄ່າແຕ່ 1.000.000 – 3.500.000 ລ້ານດົ່ງ ແລ້ວແຕ່ຊັ້ນການສຶກສາ. ໃນນັ້ນ ທຶນການສຶກສາ 24 ທຶນ ໄລຍະຍາວ ໄດ້ມອບໃນທຸກປີ. ນ້ອງນັກຮຽນ ຍັງໄດ້ຊົມບັນດາລາຍການສະແດງສິລະປະວັນນະຄະດີອະນຸຊົນທີ່ຟົດຟື້ນ ແລະ ມີການຫຼິ້ນເກມຊິງລາງວັນອີກຫຼາຍຢ່າງ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ