ບໍລິຄຳໄຊ ແລະ ເຫງະອານ ແລກປ່ຽນບົດຮຽນວຽກງານຊົນເຜົ່າ

08:42 | 05/10/2023

ຍສໝ - ແຫ​ລ່ງຂ່າວ​ຈາກ ​ແຂວງ​ບໍລິ​ຄຳ​ໄຊ ​ໃຫ້​ຮູ້​ວ່າ: ພິທີພົບປະແລກປ່ຽນບົດຮຽນ ວຽກງານຊົນເຜົ່າ ລະຫວ່າງ ຄະນະກຳມະການ ແນວລາວສ້າງຊາດ ແຂວງບໍລິຄຳໄຊ ສປປ ລາວ ກັບຄະນະຊົນເຜົ່າ ແຂວງເຫງະອານ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 2 ຕຸລາ 2023 ຢູ່ແຂວງບໍລິຄໍາໄຊ

ແລກປ່ຽນປະສົບການໃນຂົງເຂດຊົນເຜົ່າ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລກປ່ຽນປະສົບການໃນຂົງເຂດຊົນເຜົ່າ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ
ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ: ຄວນບຸລິມະສິດ ໃຫ້ແກ່ທີ່ດິນທຳການຜະລິດ, ຮັບປະກັນຊີວິດການເປັນຢູ່ຂອງຊາວຊົນເຜົ່າສ່ວນໜ້ອຍ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ: ຄວນບຸລິມະສິດ ໃຫ້ແກ່ທີ່ດິນທຳການຜະລິດ, ຮັບປະກັນຊີວິດການເປັນຢູ່ຂອງຊາວຊົນເຜົ່າສ່ວນໜ້ອຍ

​ແຫ​ລ່ງຂ່າວ​ຈາກ ​ແຂວງ​ບໍລິ​ຄຳ​ໄຊ ​ໃຫ້​ຮູ້​ວ່າ: ພິທີພົບປະແລກປ່ຽນບົດຮຽນ ວຽກງານຊົນເຜົ່າ ລະຫວ່າງ ຄະນະກຳມະການ ແນວລາວສ້າງຊາດ ແຂວງບໍລິຄຳໄຊ ສປປ ລາວ ກັບຄະນະຊົນເຜົ່າ ແຂວງເຫງະອານ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 2 ຕຸລາ 2023 ຢູ່ແຂວງບໍລິຄໍາໄຊ ນໍາໂດຍ ທ່ານ ບຸນຄໍາ ໄຊເຍ່ຍລໍວື່ ກຳມະການສູນກາງແນວລາວສ້າງຊາດ, ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດ ແຂວງບໍລິ​ຄຳ​ໄຊ ແລະ ທ່ານ ວີວັນເຊີນ ກຳມະການພັກແຂວງ, ຫົວໜ້າຄະນະຊົນ ເຜົ່າແຂວງເຫງະອານ ສສ ຫວຽດນາມ, ມີຄະນະຜູ້ແທນ ທັງສອງຝ່າຍເຂົ້າຮ່ວມ ​ໂດຍ​ໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນບາງວຽກງານ ເປັນຕົ້ນແມ່ນວິທີການແກ້ໄຂ ຜູ້ຍົກຍາກຕັ້ງພູມລຳເນົາຕາມລຳພັງໃຈ, ການປະສານ ສົມທົບກັນ ລົງພົບປະໂອລົມ ກັບປະຊາຊົນ ຢູ່ລຽບຊາຍແດນຂອງ ແຂວງບໍລິຄຳໄຊ ແລະ ເຫງະອານ ແລະ ວຽກງານອື່ນໆ.

ບໍລິຄຳໄຊ ແລະ ເຫງະອານ ແລກປ່ຽນບົດຮຽນວຽກງານຊົນເຜົ່າ

ບໍລິຄຳໄຊ ແລະ ເຫງະອານ ແລກປ່ຽນບົດຮຽນວຽກງານຊົນເຜົ່າ

ໂອກາດ​ນີ້, ທ່ານ ບຸນຄໍາ ໄຊເຍ່ຍລໍວື່ ກໍໄດ້ລາຍງານຫຍໍ້ກ່ຽວກັບ ວຽກງານຊົນເຜົ່າ ເຊິ່ງທົ່ວແຂວງບໍລິຄຳໄຊ ມີທັງໝົດ 18 ຊົນເຜົ່າ: ເຜົ່າລາວ ກວມເອົາ 44,34%; ເຜົ່າໄຕ 23,37%; ເຜົ່າມົ້ງ 19,86%; ເຜົ່າກຶມມຸ 3,69%; ເຜົ່າຜ້ອງ 3,19% ແລະ ເຜົ່າອື່ນໆກວມເອົາ 5,55% ໂດຍຊົນເຜົ່າດັ່ງກ່າວ ລ້ວນແລ້ວແຕ່ມີຄວາມ ສາມັກຄີຮັກແພງ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ຢູ່ຮ່ວມກັນໂດຍສັນຕິ.

ສຳລັບວຽກງານການແກ້ໄຂບັນຫາ ຜູ້ຍົກຍາຍຕັ້ງພູມລຳເນົາ ຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກຕ້ອງ ຕາມລະບຽບ ບໍລິເວນຊາຍແດນ ລາວ-ຫວຽດ, ສະເພາະແຂວງບໍລິຄຳໄຊ ແລະ ເຫງະອານ ໄດ້ຈັດຕັ້ງປະຕິບັດໃນ 2 ເມືອງຄື: ເມືອງຄຳເກີດ ແລະ ເມືອງວຽງທອງ ມີ 45 ບ້ານ, ​ໃນ​ນັ້ນ, ຜູ້ທີ່ມີເງື່ອນໄຂສະເໜີ ພິຈາລະນາ ໃຫ້ອາ​ໄສຢູ່ລາວຖາວອນ ມີ 716 ຄອບຄົວ, 4.297 ຄົນ, ຍິງ 2.040 ຄົນ, ລັດຖະບານລາວ ໄດ້ຮັບຮອງໃຫ້ສັນຊາດແລ້ວ 273 ຄອບຄົວ, 1.626 ຄົນ, ຍິງ 759 ຄົນ; ກໍາລັງດໍາເນີນການ ຈົດທະບຽນສັນຊາດລາວ 443 ຄອບຄົວ, 2.671 ຄົນ, ຍິງ 1.281 ຄົນ; ຜູ້ສ້າງຄອບຄົວບໍ່ຖືກຕ້ອງ ຕາມລະບຽບກົດໝາຍ 60 ຄົນ, ຍິງ 38 ຄົນ ແລະ ຜູ້ທີ່ບໍ່ມີເງືອນໄຂຢູ່ລາວຖາວອນ 8 ຄອບຄົວ, ມີ 42 ຄົນ.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.