ປັບປຸງສຸຂະພາບແມ່ ແລະ ເດັກເກີດໃໝ່ຢູ່ຊຸມຊົນເຜົ່າສ່ວນໜ້ອຍຢູ່ ດັກລັກ | |
ອຽກລັງ ຊ່ວຍເຫຼືອປະຊາຊົນເຜົ່າສ່ວນໜ້ອຍ ແລະເຂດພູດອຍ ທີ່ປະສົບກັບຄວາມຫຍຸ້ງຍາກເພື່ອປັບປຸງຊີວິດການເປັນຢູ່ |
ກ່າວຄຳເຫັນປະກອບໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ທ່ານ ກວາງວັນເຮືອງ, ຮອງປະທານສະພາຊົນເຜົ່າຂອງສະພາແຫ່ງຊາດ ໄດ້ຍົກອອກບັນດາຄວາມຫຍຸ້ງຍາກຂອງຊາວຊົນເຜົ່າສ່ວນໜ້ອຍ, ເຊິ່ງມີຜົນກະທົບຫຼາຍທີ່ສຸດໃນການກໍ່ສ້າງ ແລະ ຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ກົດໝາຍ ເວົ້າລວມ, ນະໂຍບາຍ ແລະ ກົດໝາຍວ່າດ້ວຍທີ່ດິນສຳລັບຊາວຊົນເຜົ່າສ່ວນໜ້ອຍ ເວົ້າສະເພາະ.
ຄວນບຸລິມະສິດໃຫ້ທີ່ດິນທຳການຜະລິດ, ຮັບປະກັນຊີວິດການເປັນຢູ່ຂອງຊາວຊົນເຜົ່າສ່ວນໜ້ອຍ |
ທ່ານຮອງປະທານສະພາຊົນເຜົ່າຂອງສະພາແຫ່ງຊາດ ຖືວ່າ: ບັນດາຂໍ້ກຳນົດຂອງກົດໝາຍວ່າດ້ວຍທີ່ດິນປີ 2013 ໄດ້ສ້າງພື້ນຖານນິຕິກຳໃຫ້ແກ່ການບັນດາເອກະສານພາຍໃຕ້ກົດໝາຍ ແລະ ການຈັດຕັ້ງປະຕິບັດນະໂຍບາຍທີ່ດິນໃຫ້ບັນດາຊົນເຜົ່າເປັນລະບອບລະບຽບການ. ພັກ ແລະ ລັດໄດ້ເອົາໃຈໃສ່ນຳພາ, ຊີ້ນຳ ແລະ ຈັດຕບັນດາແຜນງານແຫຼ່ງກຳລັງ ເພື່ອປະຕິບັດນະໂຍບາຍ.
ເຖິງຢ່າງໃດກໍ່ຕາມ, ການແກ້ໄຂດິນທີ່ຢູ່ອາໄສ ແລະ ທີ່ດິນທຳການຜະລິດໃຫ້ຊາວຊົນເຜົ່າສ່ວນໜ້ອຍຢູ່ບາງບ່ອນ ຍັງມີຄວາມຊັກຊ້າ, ບໍ່ມີປະສິດທິຜົນ ແລະ ບໍ່ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້.
ທ່ານ ກວາງວັນເຮືອງ, ຮອງປະທານສະພາຊົນເຜົ່າຂອງສະພາແຫ່ງຊາດ. |
ໃນເງື່ອນໄຂເຂດຊາວຊົນເຜົ່າສ່ວນໜ້ອຍ, ເນື້ອທີ່ດິນສ່ວນຫຼາຍໄດ້ມອບໃຫ້ຜູ້ກຳມະສິດຊົມໃຊ້ທີ່ດິນ (ອົງການ, ຄອບຄົວ ແລະ ບຸກຄົນ), ຄວາມຕ້ອງການທີ່ດິນຂອງປະຊາຊົນນັບມື້ນັບເພີ່ມຂຶ້ນ, ສະນັ້ນ, ການປະຕິບັດນະໂຍບາຍທີ່ດິນໃຫ້ປະຊາຊົນແມ່ນໜ້າທີ່ຮີບດ່ວນ ແລະ ຕ້ອງການພິຈາລະນາຢ່າງລະອຽດລະອໍ, ເຖິງກົກເຖິງປາຍ, ຮັບປະກັນຄວາມເຫມາະສົມຕົວຈິງ ແລະ ຄວາມເປັນໄປໄດ້.
ທ່ານຮອງປະທານສະພາຊົນເຜົ່າຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ: ຕ້ອງເຮັດເນື້ອໃນນະໂຍບາຍໃຫ້ຈະແຈ້ງ ເພື່ອຮັບປະກັນໃຫ້ປະຊາຊົນທີ່ຖືກເກັບຄືນທີ່ດິນ ມີບ່ອນຢູ່ອາໄສ, ຮັບປະກັນລາຍຮັບ ແລະ ເງື່ອນໄຂຊີວິດການເປັນຢູ່ທີ່ທຽບເທົ່າ ຫຼື ດີກວ່າເກົ່າ. ຖ້າປະຊາຊົນສືບຕໍ່ເຮັດການຜະລິດກະສິກໍາ, ຕ້ອງໄດ້ຈັດສັນທີ່ດິນຢ່າງທັນທີ ແລະ ເໝາະສົມກັບການປະຕິບັດການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນທີ່ຖືກເກັບຄືນທີ່ດິນນັ້ນ ຖ້ຫາກຍັງມີທີ່ດິນຢູ່. ຖ້າຫາກຫັນເປັນອາຊີບທີ່ບໍ່ແມ່ນກະສິກຳ ແມ່ນການຝຶກອົບຮົມວິຊາຊີບຕ້ອງຕິດພັນກັບຄວາມຕ້ອງການຂອງຕະຫຼາດ.
ຄຳຮຸ່ງ