ຄະນະປະຕິບັດຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ເຮັດວຽກຢູ່ແຂວງ ຮຶງອຽນ

08:37 | 03/11/2023

ຄະນະຜູ້ແທນຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດ ລາວ ເຮັດວຽກຢູ່ແຂວງ ຮຶງອຽນ

ຄະນະຜູ້ແທນສູນກາງສະຫະພັນກຳມະບານ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ ຄະນະຜູ້ແທນສູນກາງສະຫະພັນກຳມະບານ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ
ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລີມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຄໍາມ່ວນ, ປະເທດລາວ ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລີມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຄໍາມ່ວນ, ປະເທດລາວ

ວັນທີ 1 ພະຈິກ, ຄະນະປະຕິບັດງານຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ນາງ ບຸດສະດີ ທະນະເມືອງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮຶງອຽນ.

ຄະນະປະຕິບັດຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ເຮັດວຽກຢູ່ແຂວງ ຮຶງອຽນ

ສະຫາຍ ນາງ ບຸດສະດີ ທະນະເມືອງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: TTXVN

ທີ່ການເຮັດວຽກກັບການນຳແຂວງ ຮຶງອຽນ, ສະຫາຍ ນາງ ບຸດສະດີ ທະນະເມືອງ ໄດ້ສະແດງຄວາມຊົມເຊີຍຕໍ່ແຂວງຮຶງອຽນ ທີ່ບັນລຸໄດ້ບັນດາໝາກຜົນພົ້ນເດັ່ນໃນໄລຍະແຫ່ງການພັດທະນາເສດຖະກິດ - ສັງຄົມ, ວຽກງານກໍ່ສ້າງພັກ ແລະລະບົບການເມືອງ. ສະຫາຍ ນາງ ບຸດສະດີ ທະນະເມືອງ ໄດ້ເນັ້ນໜັກວ່າ ບັນດາໝາກຜົນທີ່ເປັນໜ້າປະທັບໃຈຂອງແຂວງ ໃນການກໍ່ສ້າງຊົນນະບົດໃໝ່, ການດຶງດູດບັນດານັກລົງທຶນຕ່າງປະເທດ ຈະແມ່ນບົດຮຽນປະສົບການອັນລ້ຳຄ່າເພື່ອໃຫ້ບັນດາທ້ອງຖິ່ນຂອງລາວ ສາມາດຮ່ຳຮຽນຕາມ ແລະພ້ອມກັນຮ່ວມມືພັດທະນາ. ສະຫາຍ ນາງ ບຸດສະດີ ທະນະເມືອງ ຫວັງວ່າ ໃນໄລຍະຈະມາເຖິງ, ແຂວງ ຮຶງອຽນ ຈະສືບຕໍ່ມີການເຄື່ອນໄຫວອັນແທດຈິງ ເພື່ອແນໃສ່ແລກປ່ຽນ, ຮ່ວມມືກັບບັນດາທ້ອງຖິ່ນຂອງລາວ ໃນທຸກຂົງເຂດເພື່ອເຮັດໃຫ້ສາຍພົວພັນນ້ຳໃຈສາມັກຄີລະຫວ່າງສອງຊາດ, ສອງປະເທດ ຫວຽດນາມ - ລາວ ມີຄວາມອຸດົມສົມບູນຂຶ້ນກ່ວາເກົ່າ.

ກໍ່ໃນວັນດຽວກັນ, ຄະນະປະຕິບັດງານຂອງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ກໍ່ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ເມືອງ ຝູກື, ແຂວງ ຮຶງອຽນ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.