ຄະນະປະຕິບັດງານຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ຢ້ຽມຢາມ ແລະເຮັດວຽກຢູ່ແຂວງ ຮ່ານາມ

08:38 | 03/11/2023

ຜູ້ແທນຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ຢ້ຽມຢາມ ແລະເຮັດວຽກຢູ່ແຂວງ ຮ່ານາມ

ຄະນະຜູ້ແທນສູນກາງສະຫະພັນກຳມະບານ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ ຄະນະຜູ້ແທນສູນກາງສະຫະພັນກຳມະບານ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ
ຄະນະພະນັກງານຂັ້ນສູງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດ ລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງ ຖ໋າຍງວຽນ ຄະນະພະນັກງານຂັ້ນສູງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດ ລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງ ຖ໋າຍງວຽນ

ຕອນບ່າຍວັນທີ 1 ພະຈິກ, ຄະນະປະຕິບັດງານຂອງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ນາງ ບຸດສະດີ ທະນະເມືອງ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ໄດ້ມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງຮ່ານາມ (ຫວຽດນາມ).

ຄະນະປະຕິບັດງານຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ຢ້ຽມຢາມ ແລະເຮັດວຽກຢູ່ແຂວງ ຮ່ານາມ

ສະຫາຍ ຫງວຽນແອັງຈຶກ, ຮອງປະທານຜູ້ປະຈຳການຄະນະກໍາມະການປະຊາຊົນແຂວງຮ່ານາມ ແຈ້ງໃຫ້ຄະນະປະຕິບັດງານຂອງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ຮັບຊາບກ່ຽວກັບສະພາບການດ້ານເສດຖະກິດ-ສັງຄົມ ຂອງແຂວງຮ່ານາມ. ພາບ: hanamtv.vn

ທີ່ການຕ້ອນຮັບ, ສະຫາຍ ຫງວຽນແອັງຈຶກ, ຮອງປະທານຜູ້ປະຈຳການຄະນະກໍາມະການປະຊາຊົນແຂວງຮ່ານາມ ໄດ້ເນັ້ນໜັກວ່າ: ແຂວງຮ່ານາມ ເປັນກຽດທີ່ໄດ້ແຮກສ່ຽວກັບແຂວງອຸດົມໄຊ ຂອງປະເທດລາວ ແລະຮັກສາການຕິດຕໍ່ພົວພັນເປັນປະຈຳ. ການຢ້ຽມຢາມຂອງຄະນະປະຕິບັດງານຂອງຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ອີກຄັ້ງໜຶ່ງໄດ້ຢັ້ງຢືນເຖິງສາຍພົວພັນການຮ່ວມມື, ມິດຕະພາບທີ່ສະໜິດຕິດແໜ້ນລະຫວ່າງສອງປະເທດ ຫວຽດນາມ - ລາວ ເວົ້າລວມ ແລະແຂວງຮ່ານາມ - ແຂວງອຸດົມໄຊ ເວົ້າສະເພາະ.

ສ່ວນສະຫາຍ ນາງ ບຸດສະດີ ທະນະເມືອງ ປາດຖະໜາຢາກແລກປ່ຽນ, ຮ່ຳຮຽນເອົສປະສົບການໃນບາງຂົງເຂດ ຄື: ວຽກງານຈັດຕັ້ງກົງຈັກການປົກຄອງຂັ້ນຕາແສງ; ການຈັດຕັ້ງກອງປະຊຸມໃຫຍ່ຂອງພັກ ບັນດາຂັ້ນ; ບັນດາບົດຮຽນປະສົບການ ແລະວິທີເຮັດທີ່ມີປະສິດທິຜົນໃນວຽກງານກໍ່ສ້າງພັກ.

ບັນດາບັນຫາທີ່ໄດ້ແລກປ່ຽນໃນການເຮັດວຽກ ຈະຊ່ວຍໃຫ້ສອງພັກ, ສອງລັດ ສະໜິດຕິດພັນກັນຢ່າງແໜ້ນແຟ້ນກວ່າເກົ່າ ແລະສາມາດໝູນໃຊ້ເຂົ້າຕົວຈິງໃນວຽກງານກໍ່ສ້າງພັກ, ນຳພາພັດທະນາເສດຖະກິດ-ສັງຄົມຂອງລາວ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.