ງານໂຮມຊຸມນຸມ ສະແດງມໍລະດົກວັດທະນະທຳ ນາມມະທຳແຫ່ງຊາດຄັ້ງ ທຳອິດ ຢູ່ ແຂວງຕວຽນກວາງ

14:10 | 10/09/2018

ຍສໝ - ງານໂຮມຊຸມນຸມສະແດງວັດທະນະທຳມໍລະດົກນາມມະທຳ ແຫ່ງຊາດຄັ້ງທຳອິດ ແລະ ບຸນ ນະຄອນຕວຽນກວາງ ປີ 2018 ດ້ວຍເອກກະລັກວັດທະນະທຳໃໝ່ແປກຕາ ແລະ ດຶງດູດ ກຳລັງກຽມຕ້ອນຮັບນັກທ່ອງທ່ຽວທັງໄກ້-ໄກ ມາທ່ອງທ່ຽວ ແລະ ພິສູດດ້ວຍຕົນເອງ ຢູ່ ແຂວງຕວຽນກວາງ.

ງານໂຮມຊຸມນຸມ ສະແດງມໍລະດົກວັດທະນະທຳ ນາມມະທຳແຫ່ງຊາດຄັ້ງ ທຳອິດ ຢູ່ ແຂວງຕວຽນກວາງ

ງານບຸນ ນະຄອນຕວຽນກວາງ ຈັດຂື້ນທຸກໆປີ ດຶງດູດນັກທ່ອງທ່ຽວຮ່ວມງານເປັນຈຳນວນຫຼວງຫຼາຍ.

ວັນທີ 7 ກັນຍາ ຢູ່ ຮ່າໂນ້ຍ, ກະຊວງ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຮ່ວມກັບ ແຂວງ ຕວຽນກວາງ ຈັດຕັ້ງງານຖະແຫຼງຂ່າວ ແຈ້ງກ່ຽວກັບ ງານໂຮມຊຸມນຸມສະແດງສິນລະປະວັດທະນະທຳ ມໍລະດົກນາມມະທຳແຫ່ງຊາດ ຄັ້ງທຳອິດ ຢູ່ແຂວງຕວຽນກວາງ.

ງານໂຮມຊຸມນຸມສະແດງສິນລະປະວັດທະນະທຳ ມໍລະດົກນາມມະທຳແຫ່ງຊາດ ຄັ້ງທຳອິດ ປີ 2018 ຈະໄດ້ຮັດຂື້ນເພື່ອ ເຊີດຊູ ແລະ ເສີມຂະຫຍາຍຄັງມໍລະດົກນາມມະທຳແຫ່ງຊາດ ຂອງທ້ອງຖິ່ນໃນທົ່ວປະເທດ ປະກອບສ່ວນໃນການຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິກອງປະຊຸມຄັ້ງທີ 9 ຄະນະບໍລິຫານສູນກງ (ສະໄໝ ທີ 12) ວ່າດ້ວຍ: “ກໍ່ສ້າງ ແລະ ພັດທະນາວັດທະນະທຳ, ຄົນຫວຽດນາມ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນການພັດທະນາແບບຍືນຍົງຂອງປະເທດ”.

ພິທີເປີດງານໂຮມຊຸມນຸມຈະໄດ້ປະສົມກັບພິທີເປີດງານບຸນນະຄອນ ຕວຽນກວາງ ປີ 2018 ຂອງແຂວງ ຕວຽນກວາງ ດ້ວຍຫົວຂໍ້ ທີ່ວ່າ: “ເຕົ້າໂຮມແຫ່ງຄວາມສຸດຍອດ” ຈຳເປີດຂື້ນໃນຄຳ່ຄືນຂອງວັນທີ 21 ກັນຍາ ເວລາ 20ໂມງ 00ນາທີ ຢູ່ສະໜາມຫຼວງ ຫງວ໋ຽນເຕີ໋ດແທ່ງ ນະຄອນຕວຽນກວາ ແຂວງຕວຽນກວາງ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.