ວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ ຄົບຮອບ 74 ປີ

00:49 | 24/10/2023

ວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ ຄົບຮອບ 74 ປີ

ສະເໜີສະເຫຼີມສະຫຼອງວັນມູນເຊື້ອຄະນະປະສານງານທົ່ວປະເທດອະດີດທະຫານອາສາສະໝັກຫວຽດນາມ ຊ່ວຍລາວ ຄົບຮອບ 75 ປີ ສະເໜີສະເຫຼີມສະຫຼອງວັນມູນເຊື້ອຄະນະປະສານງານທົ່ວປະເທດອະດີດທະຫານອາສາສະໝັກຫວຽດນາມ ຊ່ວຍລາວ ຄົບຮອບ 75 ປີ
ຊຸກຍູ້ຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ມຸ່ງໄປເຖິງການສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອູຣູກວາຍ  ຄົບຮອບ 30 ປີ ຊຸກຍູ້ຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ມຸ່ງໄປເຖິງການສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອູຣູກວາຍ ຄົບຮອບ 30 ປີ

ຕອນບ່າຍວັນທີ 19 ຕຸລາ, ຢູ່ທີ່ແຂວງຫຼວງພະບາງ, ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາຫຼວງພະບາງ ສົມທົບກັບກອງບັນຊາການທະຫານແຂວງຫຼວງພະບາງ ຈັດຕັ້ງງານໂຮມຊຸມນຸມສະເຫຼີມສະຫຼອງ 74 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ (30 ຕຸລາ 1949 - 30 ຕຸລາ 2023).

ວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ ຄົບຮອບ 74 ປີ
ບັນຍາກາດທີ່ພິທີ. ພາບ: nhandan.vn

ກ່າວຄໍາເຫັນທີ່ພິທີ, ທ່ານນາງ ກ່ຽວທິຮັ່ງຟຸກ, ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ຫຼວງພະບາງ ໃຫ້ຮູ້ວ່າ ວັນທີ 30 ຕຸລາ 1949, ຄະນະປະຈໍາສູນກາງພັກກອມມູນິດອິນດູຈີນ ຕົກລົງວ່າ: ບັນດາກໍາລັງການທະຫານຂອງຫວຽດນາມ ທີ່ສູ້ຮົບ ແລະປະຕິບັດວຽກງານຊ່ວຍລາວ ໃຫ້ຈັດຕັ້ງເປັນລະບົບສະເພາະ ແລະເອົາຊື່ວ່າ ທະຫານອາສາສະໝັກ. ນັບແຕ່ນັ້ນມາ, ວັນທີ 30 ຕຸລາ ກໍ່ເປັນວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ.

ທ່ານນາງ ກ່ຽວທິຮັ່ງຟຸກ ເນັ້ນໜັກວ່າ ເຫດການປະຫວັດສາດສໍາຄັນດັ່ງກ່າວໄດ້ເປັນຂີດໝາຍແຫ່ງການພັດທະນາ ແລະເຕີບໃຫຍ່ຂະຫຍາຍຕົວຂອງບັນດາກໍາລັງການທະຫານໃນສະໜາມຮົບລາວ, ຢັ້ງຢືນແນວທາງ, ທັດສະນະທີ່ຖືກຕ້ອງຂອງພັກກອມມູນິດຫວຽດນາມ ໃນການປະຕິບັດໜ້າທີ່ສາກົນອັນສູງສົ່ງ.

ວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ ຄົບຮອບ 74 ປີ
ບັນດາຜູ້ແທນທີ່ພິທີສະເຫຼີມສະຫຼອງ. ພາບ: nhandan.vn

ທ່ານນາງ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈໍາຫຼວງພະບາງ ຢັ້ງຢືນວ່າ ງານໂຮມຊຸມນຸມ ແມ່ນໂອກາດເພື່ອພ້ອມກັນຫວນຄືນມູນເຊື້ອແຫ່ງການພົວພັນສາມັກຄີພິເສດ ຫວຽດນາມ-ລາວ, ຫວນຄືນ ແລະສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນອັນໃຫຍ່ຫຼວງຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ ຮຸ່ນຕ່າງໆ ເພື່ອພາລະກິດປະຕິວັດຂອງສອງພັກ, ສອງລັດ, ເພື່ອເອກະລາດ, ອິດສະຫຼະພາບຂອງສອງຊາດ ຫວຽດນາມ ແລະລາວ.

ສ່ວນທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ກໍ່ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງພິທີສະເຫຼີມສະຫຼອງ, ຢັ້ງຢືນວ່າ ງານໂຮມຊຸມນຸມມີຄວາມໝາຍສຶກສາອົບຮົມອັນເລິກເຊິ່ງ, ຊ່ວຍໃຫ້ບັນດາພະນັກງານ, ນັກຮົບໃນກໍາລັງປະກອບອາວຸດ ແລະປະຊາຊົນລາວ ທຸກຊັ້ນວັນນະ ເຫັນໄດ້ນໍ້າໃຈອັນບໍລິສຸດຜຸດຜ່ອງຂອງຫວຽດນາມ, ຈາກນັ້ນ ກໍ່ສືບຕໍ່ເພີ່ມທະວີການປັບປຸງຄວາມສາມັກຄີພິເສດລະຫວ່າງກອງທັບ ແລະປະຊາຊົນສອງປະເທດ, ປະກອບສ່ວນເສີມຂະຫຍາຍການພົວພັນພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ຂຶ້ນສູ່ລະດັບສູງໃໝ່.

ບູນມີ

ເຫດການ
302 Found

Found

The document has moved here.