ແຕ່ວັນທີ 16-18 ຕຸລາ 2023, ຢູ່ກອງບັນຊາການທະຫານແຂວງສະຫວັນນະເຂດ (ສປປ ລາວ), ຄະນະປະຕິບັດງານພິເສດແຂວງກວ໋າງຈິ ສສ ຫວຽດນາມ ແລະ ແຂວງສະຫວັນນະເຂດ ລາວ ໄດ້ຈັດກອງປະຊຸມພົບປະປະຈຳປີ ຜັນຂະຫຍາຍແຜນການປະຕິບັດໜ້າທີ່ສຳຫຼວດ, ຊອກຄົ້ນ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ແລະສົ່ງກັບຄືນຫວຽດນາມ ໃນລະດູແລ້ງ 2023-2024.
![]() |
| ຄະນະປະຕິບັດງານພິເສດ 2 ແຂວງ ກວ໋າງຈິ-ສະຫວັນນະເຂດ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການສືບຕໍ່ປະຕິບັດວຽກງານຊອກຄົ້ນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ລະດູແລ້ງ 2023-2024 - ພາບ: ບ໊າຮ່ຽວ |
ຄະນະປະຕິບັດງານພິເສດແຂວງ ກວ໋າງຈິ ນໍາໂດຍ ທ່ານພັນເອກພິເສດ ຫງວຽນບ໊າຢວນ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ຮອງຫົວໜ້າຄະນະປະຈໍາຄະນະປະຕິບັດງານພິເສດແຂວງ; ຄະນະປະຕິບັດງານພິເສດ ແຂວງສະຫວັນນະເຂດ ນໍາໂດຍ ທ່ານ ພົນຈັດຕະວາ ສີ ທະວີໄຊ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ຮອງປະທານຄະນະປະຕິບັດງານພິເສດແຂວງ ເຂົ້າຮ່ວມກອງປະຊຸມພົບປະ.
ທີ່ກອງປະຊຸມພົບປະ, ສອງຝ່າຍໄດ້ຕີລາຄາສະພາບການ, ໝາກຜົນການຊອກຄົ້ນ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ບໍລິເວນແຂວງສະຫວັນນະເຂດ, ລະດູແລ້ງ 2022 – 2023 ຂອງກອງທ້ອນໂຮມ 584, ກອງບັນຊາການທະຫານແຂວງກວ໋າງຈິ ໄດ້ເຫັນດີເປັນເອກະສັນກ່ຽວກັບແຜນນະໂຍບາຍປະຕິບັດໜ້າທີ່ສຳຫຼວດ ແລະທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ລະດູແລ້ງ 2023-2024.
ຕາມນັ້ນແລ້ວ, ໃນລະດູແລ້ງ 2023-2024, ສອງຝ່າຍຈະສືບຕໍ່ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ, ຊີ້ນຳວຽກງານຊອກຄົ້ນ, ທ້ອນໂຮມໃຫ້ເປັນຢ່າງດີ ດ້ວຍບັນດາມາດຕະການທີ່ສອດຄ່ອງ, ຕິດແທດກັບສະພາບຕົວຈິງ; ຊີ້ນຳການປະຕິບັດວຽກງານໂຄສະນາເຜີຍແຜ່ ແລະຂົນຂວາຍປະຊາຊົນສົມທົບກັນຊ່ວຍເຫຼືອ, ສະໜອງຂໍ້ມູນຂ່າວສານ ແລະນຳໜ້າພາທາງໃນວິວັດການຊອກຄົ້ນ, ທ້ອນໂຮມໃຫ້ເປັນຢ່າງດີ; ຕັ້ງໜ້າກວດກາສະພາບຕົວຈິງກ່ຽວກັບຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດໃນບໍລິເວນ, ສູ້ຊົນປະຕິບັດໃຫ້ສຳເລັດໜ້າທີ່ທ້ອນໂຮມນັບແຕ່ໝູ່ບ້ານ, ກຸ່ມບ້ານ ຈົນຮອດເມືອງ; ເອົາໃຈໃສ່, ຊ່ວຍເຫຼືອ ແລະປະສານສົມທົບກັບກອງ 584 ເພື່ອກໍາແໜ້ນສະພາບການ ແລະຮັບປະກັນຄວາມປອດໄພໃນທຸກດ້ານໃຫ້ແກ່ກອງທ້ອນໂຮມໃນຂະນະທີ່ປະຕິບັດວຽກງານຢູ່ດິນແດນຂອງປະເທດເພື່ອນ; ສືບຕໍ່ສ້າງເງື່ອນໄຂສະດວກ, ຍູ້ໄວຄວາມຄືບໜ້າໃນການກໍ່ສ້າງຫໍບູຊານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ແລະຄ້າຍຂອງກອງ 584.
ບູນມີ
ຂ່າວທີ່ກ່ຽວຂ້ອງ
10 ປີແຫ່ງການເຜີຍແຜ່ມິດຕະພາບລະຫວ່າງ ຫວຽດນາມ - ລາວ ຈາກ ໂຮງຮຽນມິດຕະພາບ 80
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍພັນລະຍາ ໄດ້ໄປຢ້ຽມຢາມສຸສານປະທານໂຮ່ຈີມິນ
ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ນຳຫວຽດນາມພັດທະນາຢ່າງວ່ອງໄວ ແລະ ຍືນຍົງກ່ວາອີກ
ທ່ານອາດຈະມັກ
ແນະນຳຮີດຄອງປະເພນີຂອງຊາວຫວຽດນາມໃຫ້ນັກຂ່າວສາກົນ
ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ສື່ມວນຊົນສາກົນໃນການລາຍງານຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຢ່າງຄົບຖ້ວນ ແລະ ເປັນກາງ
ຊຸກຍູ້ໃຫ້ບັນດາອົງການການເງິນສາກົນທີ່ມີຊື່ສຽງສົ່ງເສີມການຮ່ວມມື ແລະ ການລົງທຶນໃນຫວຽດນາມ
ເອກອັກຄະລັດຖະທູດລາວປະຈຳຫວຽດນາມ: ໝັ້ນໃຈວ່າກອງປະຊຸມໃຫຍ່ຄັ້ງ XIV ຈະນຳພາຫວຽດນາມເຂົ້າສູ່ໄລຍະແຫ່ງການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ສະແດງຄວາມໝັ້ນໃຈວ່າ ຫວຽດນາມ ຈະຈັດກອງປະຊຸມໃຫຍ່ຄັ້ງ XIV ໃຫ້ສຳເລັດຜົນ.
