ປະທານ ສະພາແຫ່ງຊາດ ຫວຽດນາມ ຮ່ວມ ງານສະເຫຼີມສະຫຼອງ 20 ປີ ແຫ່ງວັນມູນເຊື້ອຕຳຫຼວດນຳ້ ຫວຽດນາມ

08:32 | 29/08/2018

ຍສໝ - ຕອນເຊົ້າວັນທີ 28 ສິງຫາ, ຢູ່ ຮ່າໂນ້ຍ, ກອງບັນຊາການ ຕຳຫຼວດນຳ້ ໄດ້ຈັດງານ ສະເຫຼີມສະຫຼອງ ຄົບຮອບ 20 ປີ ແຫ່ງວັນມູນເຊື້ອ ແລະ ຮັບຫຼຽນໄຊວິລະກຳຊັ້ນ 3.

ປະທານ ສະພາແຫ່ງຊາດ ຫວຽດນາມ ຮ່ວມ ງານສະເຫຼີມສະຫຼອງ 20 ປີ ແຫ່ງວັນມູນເຊື້ອຕຳຫຼວດນຳ້ ຫວຽດນາມ

ປະທານສະພາແຫ່ງຊາດ ທ່ານນາງ ຫງວຽນທິກິມເງິນ ໄດ້ປະດັບຫຼຽນໄຊວິລະກຳຊັ້ນ 3 ໃຫ້ແກ່ ກອງບັນຊາການ ຕຳຫຼວດນ້ຳ ຫວຽດນາມ.

ໃນງານ ໂດຍການຮັບຮອງບັນດາຜົນງານຂອງກຳລັງຕຳຫຼວດນຳ້ ຫວຽດນາມ, ໂດຍຕາງໜ້າໃຫ້ການນຳພັກ-ລັດ, ປະທານສະພາແຫ່ງຊາດ ທ່ານນາງ ຫງວຽນທິກິມເງິນ ໄດ້ປະດັບຫຼຽນໄຊວິລະກຳຊັ້ນ 3 ໃຫ້ແກ່ ກອງບັນຊາການ ຕຳຫຼວດນ້ຳ ຫວຽດນາມ.

ກ່າວຄຳເຫັນໃນພິທີປະດັບຫຼຽນຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ: ທະເລ-ໝູ່ເກາະຫວຽດນາມ ມີທີ່ຕັ້ງ ແລະ ບົດບາດສຳຄັນພິເສດ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ດ້ວຍຄວາມມານະພະຍາຍາມຂອງກົມການເມືອງ ແລະ ປະຊາຊົນທຸກທົ່ວໜ້າ, ຫວຽດນາມ ໄດ້ກາຍເປັນປະເທດມີຄວາມເຂັ້ມແຂງ ດ້ານເສດຖະກິດ ຄວາມຮັ່ງມີ ກໍ່ຍ້ອນມີທະເລ, ຍ້ອນແນວນັ້ນ ຍົກສູງບົດບາດທີ່ຕັ້ງຂອງຫວຽດນາມ ໃນພາກພື້ນ ແລະ ບົນເວທີສາກົນ.

ເພື່ອຮັບປະກັນໃຫ້ກຳລັງຕຳຫຼວດທະເລ ປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕ, ສິດອຳນາດອະທິປະໄຕ, ສິດຕັດສິນແຫ່ງຊາດ, ປົກປັກຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ໄຫຼ່ທະວີບຂອງຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຍົກອອກບາງໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ທ່ານນາງປະທານສະພາແຫ່ງຊາດຮຽກຮ້ອງໃຫ້ກຳລັງຕຳຫຼວດທະເລຫວຽດນາມ ປ່ຽນແປງໃໝ່ຢ່າງຮອບດ້ານ, ຍົກສູງຄຸນນະພາບການບຳລຸງສ້າງ, ສຶກສາ, ຝຶກຊ້ອມການຕໍ່ສູ້, ປະຕິບັດກົດໝາຍ… ເພື່ອຕອບສະໜອງຄວາມຮຽກຮ້ອງໜ້າທີ່ສ້າງກຳລັງຕຳຫຼວດທະເລຫວຽດນາມ ໃຫ້ເປັນກຳລັງຫຼວງ, ກະທັດລັດ, ຫັນເປັນທັນສະໄໝເທື່ອລະກ້າວ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ໃສ່ໃຈຕຳຫຼວດທະເລວ່າ ຕ້ອງປະຕິບັດວຽກງານໂຄສະນາ, ສຶກສາກົດໝາຍໃຫ້ປະຊາຊົນ, ຊາວປະມົງ, ປະຕິບັດວຽກງານສົມທົບກັບສາກົນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານເປັນປະຈຳ… ເພື່ອໃຫ້ປະເທດມີສະພາບແວດລ້ອມແຫ່ງສັນຕິພາບເພື່ອພັດທະນາ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.